ບໍ່ມີຮ່ອງຮອຍ ທີ່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ຕໍ່ມະຫາຊົນ ແຕ່ຢ່າງໃດເລີຍ ໃນ
ການແກ້ໄຂສະພາບການບໍ່ໄປບໍ່ມາ ກ່ຽວກັບ ງົບປະມານ ການໃຊ້ຈ່າຍຂອງລັດຖະບານ
ສະຫະລັດ ຊຶ່ງອາດນຳໄປສູ່ການປິດອົງການລັດຖະບານຕ່າງໆບາງສ່ວນ ໃນເວລາ
ທ່ຽງຄືນຂອງວັນສຸກ ຈະມາເຖິງນີ້.
ຢູ່ໃນໃຈກາງຂອງຄວາມຂັດແຍ້ງ ກໍແມ່ວ່າ ປະທານາທິບໍດີ ດໍໂນລ ທຣຳ ຢືນຢັດວ່າ
ລັດຖະສະພາ ຈະຕ້ອງຮັບຮອງ ເງິນໃຊ້ຈ່າຍ 5 ຕື້ໂດລາ ສຳລັບຄວາມ ຕ້ອງການ
ຢາກຈະສ້າງກຳແພງ ຢູ່ເລາະຊາຍແດນ ລະຫວ່າງ ສະຫະລັດ ແລະ ເມັກຊິໂກ.
ສ່ວນບັນດາສະມາຊິກພັກເດໂມແຄຣັດ ແລະສະມາຊິກພັກຣີພັບບລີກັນ ຈຳນວນນຶ່ງ
ກໍໄດ້ຄັດຄ້ານຕໍ່ແຜນການດັ່ງກ່າວ ແລະ ບັນດາຜູ້ນຳພັກເດໂມແຄຣັດ ໄດ້ສະເໜີໃຫ້
ເງິນ 1 ພັນ 3 ຮ້ອຍລ້ານໂດລາ ເພື່ອຮັກສາຄວາມ ປອດໄພຢູ່ຕາມຊາຍແດນ.
ຜູ້ນຳສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ ແນນຊີ ເພໂລຊີ ຈາກລັດ ຄາລີຟໍເນຍ ຈັດກອງປະຊຸມຖະແຫລງຂ່າວ ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນ ວໍຊິງຕັນ, ວັນທີ 13 ທັນວາ 2018.
ທ່ານ ທຣຳ ໄດ້ໃຊ້ ທວີດເຕີ ເພື່ອໂຈມຕີ ບັນດາສະມາຊິກພັກເດໂມແຄຣັດ ໃນວັນຈັນ
ວານນີ້ ໃນຂະນະທີ່ທັງສອງຝ່າຍ ບໍ່ສາມາດທີ່ຈະຕົກລົງກັນໄດ້.
“ໃນເວລາໃດ ທີ່ເຈົ້າໄດ້ຍິນ ພັກເດໂມແຄຣັດ ເວົ້າວ່າ ເຈົ້າສາມາດມີຄວາມປອດໄພ
ດີ ຢູ່ຕາມຊາຍແດນ ໂດຍປາດສະຈາກກຳແພງ ໃຫ້ຈົດຈຳໄວ້ວ່າ ພວກເຂົາເຈົ້າ ພຽງ
ເປັນນັກການເມືອງ ອີກຄົນນຶ່ງ ທີ່ປະຕິບັດຕາມແນວທາງ ຂອງພັກເທົ່ານັ້ນ” ຜູ້ນຳ
ຂອງສະຫະລັດ ໄດ້ກ່າວຜ່ານທາງທວີດເຕີ. ແລະ ໄດ້ກ່າວຕໍ່ໄປອີກວ່າ “ເຖິງເວລາ
ສຳລັບ ພວກເຮົາແລ້ວ ທີ່ຈະປະຢັດຫຼາຍຕື້ໂດລາ ຕໍ່ປີ ແລະ ມີ ໃນເວລາດຽວກັນ
ກໍມີຄວາມປອດໄພ ແລະ ການຄວບຄຸມ ຫຼາຍຍິ່ງກວ່າເກົ່າ!”
ພາບຖ່າຍໃນວັນທີ 11 ທັນວາ 2018, ປະທານາທບິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ການພົບປະ ກັບ ບັນດາຜູ້ນຳພັກເທໂມແຄຣັດ ຢູ່ທີ່ຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.
ຜູ້ນຳລະດັບສູງ ພັກເດໂມແຄຣັດ ໃນສະພາສູງ ທ່ານ ຊຈັກ ຊູເມີ ໄດ້ກ່າວວ່າ ບໍ່ມີສຽງ
ສະໜັບສະໜຸນພຽງພໍ ໃນລັດຖະສະພາ ສຳລັບກຳແພງຂອງທ່ານທຣຳ ແລະ ບໍ່ວ່າ
“ການຂົ່ມຂູ່ ຫຼື ຄວາມໂມໂຫໂທໂສ” ຈະປ່ຽນແປງອັນນັ້ນໄດ້.
“ຖ້າປະທານາທິບໍດີ ທຣຳ ຕັດສິນໃຈ ຈະປິດລັດຖະບານ ກໍບໍ່ມີການຕົກລົງກັນ ໄດ້
ຊຶ່ງປະທາທານາທິບໍດີ ທຣຳ ຈະໄດ້ກຳແພງຂອງທ່ານ” ນັ້ນຄືຄຳເວົ້າຂອງ ທ່ານ ຊູເມີ
ທີ່ໄດ້ກ່າວໄວ້. ທ່ານໄດ້ເວົ້າອີກວ່າ“ຈະບໍ່ມີການຕົກລົງກັນ ສຳລັບ ບັນດາພັກຣີພັບ-
ບລີກັນ ຊຶ່ງພວກເຂົາເຈົ້າ ຈະສາມາດຫລີກເວັ້ນ ຄວາມຮັບຜິດຊອບຮ່ວມກັນຂອງ
ພວກເຂົາເຈົ້າ ຮ່ວມກັນຢ່າງລົ້ນເຫຼືອ ເພື່ອປິດລັດຖະບານ. ເວລາສຳລັບການແກ້ໄຂ
ບັນຫາ ແມ່ນເວລານີ້.”
ໃນການພົບປະກັນທີ່ທຳນຽບຂາວໃນອາທິດແລ້ວນີ້ ທ່ານທຣຳ ກ່າວຕໍ່ທ່ານຊູເມີ ແລະ
ທ່ານນາງແນນຊີ ເພໂລຊີ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ເປັນປະທານສະພາຕ່ຳ ສະຫະລັດ ນັ້ນ
ວ່າ ທ່ານຈະມີຄວາມດີໃຈ ເປັນທີ່ສຸດທີ່ຈະຮັບເອົາຄວາມຮັບຜິດຊອບ ໃນການປິດ
ລັດຖະບານ ແທນທີ່ຈະຍອມຖອຍ ກ່ຽວກັບບັນຫາກຳແພງຊາຍແດນ.
ແຕ່ເພື່ອຫລີກເວັ້ນບໍ່ໃຫ້ມີການປິດລັດຖະບານໃນມື້ວັນສຸກຈະມານີ້ ສະມາຊິກພັກເດ-
ໂມແຄຣັດ ແລະຣີພັບບລີກັນ ສາມາດບັນລຸການຕົກລົງ ໃນຮູບໃດຮູບນຶ່ງ ອະນຸມັດ
ການໃຊ້ຈ່າຍເພື່ອໃຫ້ລັດຖະບານ ສາມາດບໍລິຫານງານໄປຈົນໝົດປີນີ້ ແລະກ້າວເຂົ້າ
ສູ່ປີ 2009.