ບັນດາລູກເຮືອທີ່ພວມຊອກຄົ້ນຫາ ຢູ່ໃນເຂດພາກໃຕ້
ຂອງມະຫາສະມຸດອິນເດຍ ພາກັນພະຍາຍາມຢ່າງຮີບ
ຮ້ອນຊອກຫາແຫຼ່ງທີ່ມາຂອງສັນຍານອີເລັກໂຕຣນິກ
ທີ່ເຂົາເຈົ້າເຊື່ອວ່າມາຈາກເຄື່ອງບັນທຶກຂໍ້ມູນຂອງເຮືອ
ບິນໂດຍສານມາເລເຊຍທີ່ ຫາຍສາບສູນໄປນັ້ນ.
ບໍ່ໄດ້ຍິນສຽງສັນຍານໃດໆຕື່ມອີກນັບຕັ້ງແຕ່ວັນອາທິດ
ແລ້ວນີ້ເປັນຕົ້ນມາ ເວລາ ເຄື່ອງອຸບປະກອນຂອງກອງ
ທັບເຮືອສະຫະລັດ ໄດ້ຈັບເອົາສຽງທີ່ແຕກຕ່າງກັນ ສອງ
ຄັ້ງ ຄືກັນກັບສຽງສັນຍານຈາກເຄື່ອງບັນທຶກຂໍ້ມູນສາຍ
ການບິນແລະເຄື່ອງ ບັນທຶກສຽງຂອງຫ້ອງຂັບເຮືອບິນ.
8 ມີນາ: ຂາດການຕິດຕໍ່ ຫລັງຈາກບິນອອກຈາກ
ກົວລາລຳເປີ ໄດ້ບໍ່ຮອດຊົ່ວໂມງ ເພື່ອມຸ່ງໜ້າໄປ
ຍັງ ປັກກິ່ງ.
10 ມີນາ: ວົງລັດສະໝີສຳຫລັບການຊອກຫາ ໄດ້
ຂະຫຍາຍກ້ວາງອອກ. ຈີນຮຽກຮ້ອງໃຫ້ມາເລເຊຍ
ເລັ່ງລັດການສືບສວນ ໃຫ້ໄວຂຶ້ນ.
12 ມີນາ: ຈີນເປີດເຜີຍພາບຈາກດາວທຽມ ທີ່ສະ
ແດງໃຫ້ເຫັນສິ່ງຂອງຢູ່ໜ້ານ້ຳ ທີ່ອາດຈະມາຈາກ
ເຮືອບິນ ແຕ່ມີການລົງຄວາມເຫັນວ່າ ບໍ່ແມ່ນ.
14 ມີນາ: ລາຍງານສື່ມວນຊົນເວົ້າວ່າ ດາວທຽມ
ຍັງສືບຕໍ່ໄດ້ຮັບສັນຍານ ຈາກລະບົບ ສື່ສານຂອງ
ຖ້ຽວບິນ MH370 ຢູ່ ຫລາຍຊົ່ວໂມງຫລັງຈາກເຮືອ
ບິນຫາຍສາບສູນໄປ.
15 ມີນາ: ນາຍົກລັດຖະມົນຕີມາເລເຊຍ ທ່ານ
Najib Razak ກ່າວວ່າ ໃຜຜູ້ນຶ່ງຢູ່ ເທິງຖຽວບິນ
MH370 ໄດ້ມອດລະບົບສື່ສານຂອງເຮືອບິນໄວ້.
17 ມີນາ: ບັດນີ້ ມີ 26 ປະເທດ ເຂົ້າຮ່ວມໃນ
ການຊອກຫາ.
20 ມີນາ: ເຮືອບິນຂອງອອສເຕຣເລຍໄປສືບ
ສວນເບິ່ງເສດສິ່ງຂອງ ທີ່ອາດມາຈາກເຮືອບິນ
ມາເລເຊຍຢູ່ບໍລິເວນຫ່າງໄກແຫ່ງນຶ່ງ ໃນພາກ
ໃຕ້ມະຫາສະມຸດອິນເດຍ.
24 ມີນາ: ນາຍົກລັດຖະມົນຕີມາເລເຊຍ ທ່ານ
Najib Razak ເວົ້າວ່າ ຜົນການວິເຄາະໃໝ່
ສະແດງວ່າ ຖ້ຽວບິນ MH370 ໄດ້ຕົກລົງ ຢູ່ມະ
ຫາສະມຸດອິນເດຍ.
26 ມີນາ: ເຈົ້າໜ້າທີ່ມາເລເຊຍ ລະບຸວ່າ ມີ
122 ຊິ້ນສ່ວນຈາກພາບດາວທຽມ ທີ່ອາດມາ
ຈາກຖ້ຽວບິນ MH370.
28 ມີນາ: ການຊອກຫາ ຍ້າຍອອກຈາກຈຸດ
ທຳອິດ ໃນມະຫາສະມຸດອິນເດຍ ຂຶ້ນໄປທາງ
ທິດຕາເວັນອອກສຽງເໜືອ 1,000 ກ່ວາຫລັກ
ຫລັງຈາກມີຮ່ອງຮອຍໃໝ່ ທີ່ໜ້າເຊື່ອຖືໄດ້.
1 ເມສາ: ມາເລເຊຍເປີດເຜີຍບົດສົນທະນາ
ຄັ້ງສຸດທ້າຍ ໂດຍເຕັມ ກັບຖ້ຽວບິນ MH370
2 ເມສາ: ມາເລເຊຍກ່າວວ່າ ທາງການບໍ່ພົບ
ເຫັນວ່າ ຜູ້ໂດຍສານທັງໝົດໃນຖ້ຽວບິນ
MH370 ມີພຶດຕິກຳ ຜິດກົດໝາຍໃດໆ.
4-5 ເມສາ: ກຳປັ່ນຈີນ ລາຍງານວ່າ ໄດ້ຍິນ
ສຽງສັນຍານ.
6 ເມສາ: ກຳປັ່ນອອສເຕຣເລຍ ລາຍງານວ່າ
ໄດ້ຍິນສຽງສັນຍານ ມາຈາກບໍລິເວນນຶ່ງອີກ
ຂອງເຂດຊອກຫາ.
ທ່ານ Angus Houston ຫົວໜ້າຄະນະປະຕິບັດງານຊອກ
ຄົ້ນຫາຂອງ ອອສເຕຣເລຍກ່າວຢູ່ກອງປະຊຸມນັກຂ່າວ ໃນ
ວັນອັງຄານມື້ນີ້ວ່າ ຖ້າຫາກບໍ່ໄດ້ຍິນສຽງສັນຍານເພີ້ມຕື່ມ
ແລ້ວ ບັນດາເຈົ້າໜ້າທີ່ຈະບໍ່ສາມາດສົ່ງເຄຶ່ອງຈັກຫຸ່ນຍົນລົງ
ໄປຊອກຫາຊາກຂອງເຮືອບິນ ຢູ່ພື້ນມະຫາສະມຸດ. ທ່ານ
Houston ກ່າວວ່າ ການຊອກຄົ້ນຫາສັນຍານຢູ່ໃຕ້ນຳ້ ຈະ
ໃຊ້ເວລາຕື່ມອີກ “ຫລາຍໆມື້.”
ເວລາສຳລັບພວກເຈົ້າໜ້າທີ່ກຳລັງຈະໝົດລົງ ໃນເມື່ອວ່າ
ໝໍ້ໄຟຫລືແບັດເຕີຣີຂອງເຄື່ອງສົ່ງສັນຍານ ແຈ້ງບ່ອນຢູ່
ແມ່ນສ້າງຂື້ນໃຫ້ຢູ່ໄດ້ ປະມານ 30 ມື້. ເຮືອບິນໄດ້ຫາຍ
ສາບສູນໄປ ຄົບເດືອນນຶ່ງພໍດີ ໃນວັນອັງຄານມື້ນີ້.
ມີເຮືອບິນຫຼາຍເຖິງ 14 ລຳ ແລະກຳປັ່ນ 14 ລຳ ຮ່ວມກັນ
ທຳການຊອກຫາ ຍ້ອນສະພາບດິນຟ້າອາກາດເອື້ອອຳ
ນວຍໃຫ້ ໃນວັນອັງຄານມື້ນີ້. ພວກເຂົາເຈົ້າສືບຕໍ່ຊອກຫາ
ຢູ່ໃນ ບໍລິເວນ 80,000 ຕາລາງກິໂລແມັດ ທາງພາກເວັນ
ຕົກສຽງເໜືອ ຂອງເມືອງ Perth ປະເທດອອສເຕຣເລຍ.
ມະຫາສະມຸດອິນເດຍ ຢູ່ໃນເຂດດັ່ງກ່າວ ສະເລ່ຍແລ້ວ ມີ
ຄວາມເລິກປະມານ 4.5 ກິໂລແມັດ ຊຶ່ງເຮັດໃຫ້ມີຄວາມ
ຍາກລຳບາກທີ່ສຸດ ສຳລັບພວກເຈົ້າໜ້າທີ່ ທີ່ຈະຊອກຄົ້ນ
ຫາຊາກເຮືອບິນ ຫຼືຊອກຫາເຄື່ອງບັນທຶກຂໍ້ມູນໄດ້ ຂະນະ
ທີ່ການສົ່ງສັນຍານອີເລັກໂຕຣນິກບອກບ່ອນຢູ່ ຂອງເຄື່ອງ
ດັ່ງກ່າວໃກ້ຈະໝົດຖ່ານລົງແລ້ວນັ້ນ.

ລຳດັບເຫດການ ກ່ຽວກັບຖ້ຽວບິນ MH370
ລຳດັບເຫດການ ກ່ຽວກັບຖ້ຽວບິນ MH3708 ມີນາ: ຂາດການຕິດຕໍ່ ຫລັງຈາກບິນອອກຈາກ