ລາຍງານປະຈໍາປີ 2021 ກ່ຽວກັບການຄ້າມະນຸດຢູ່ໃນທົ່ວໂລກຂອງກະຊວງການຕ່າງປະເທດສະຫະລັດ ທີ່ໄດ້ພິມເຜີຍແຜ່ ໃນອາທິດແລ້ວນີ້ ລວມມີ ພາກສ່ວນທີ່ ກ່ຽວຂ້ອງກັບລາວ ຊຶ່ງໃນນັ້ນ ລາວຍັງຖືກຈັດເຂົ້າໃນກຸ່ມທີ 2 ຫຼື Tiers 2 ຂອງທັງໝົດ 3 ກຸ່ມ ຢູ່. ພວກເຮົາໄດ້ແບ່ງລາຍງານນີ້ເປັນອອກເປັນສອງຕອນ. ອັນດັບຕໍ່ ໄປ ຂໍເຊີນທ່ານຮັບຟັງລາຍລະອຽດກ່ຽວກັບຕອນທີ 2 ຂອງລາຍງານນີ້ຈາກບົວສະຫວັນໄດ້ເລີຍ.
Your browser doesn’t support HTML5
ລາຍງານປະຈຳປີ 2021 ຂອງກະຊວງການຕ່າງປະເທດສະຫະລັດ ທີ່ພິມເຜີຍ ແຜ່ອອກມາ ໃນອາທິດແລ້ວນີ້ຍັງສືບຕໍ່ຈັດ ສປປ ລາວ ເຂົ້າໄວ້ໃນກຸ່ມທີ 2 ຫລື Tiers 2 ຂອງຈໍານວນທັງໝົດ 3 ກຸ່ມ ຄືກັນກັບປີກາຍນີ້.
ພາກສ່ວນທີ່ກ່ຽວຂ້ອງກັບການປົກປ້ອງຄຸ້ມຄອງນັ້ນລາຍງານກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະບານລາວຍັງສືບຕໍ່ດໍານີນຄວາມພະຍາຍາມໃນການໃຫ້ການປົກປ້ອງແກ່ຜູ້ໄດ້ຮັບເຄາະຮ້າຍຢູ່. ລັດຖະບານສືບຕໍ່ການລະບຸຕົວແລະນໍາສົ່ງຕົວພວກໄດ້ຮັບເຄາະຮ້າຍໄປຮັບການບໍລິການ ແຕ່ຍ້ອນວ່າຂາດການປະຕິບັດງານຢ່າງເປັນລະບົບໃນການລະບຸຕົວ ແລະນໍາສົ່ງພວກກ່ຽວເຮັດໃຫ້ມີອຸປະສັກໃນການຕໍ່ຕ້ານການຄ້າມະນຸດຢູ່. ມີແຕ່ກົມຕໍ່ຕ້ານການຄ້າມະນຸດ ຫລື ATD ທີ່ຢູ່ສູນກາງເທົ່ານັ້ນມີສິດໃນການລະບຸຕົວຜູ້ໄດ້ຮັບເຄາະຮ້າຍ ແຕ່ໃນທາງປະຕິບັດແລ້ວ ຕໍາຫລວດແຂວງ, ຕໍາຫລວດກວດຄົນເຂົ້າເມືອງ, ຄະນະປົກຄອງບ້ານ, ສະຫະພັນແມ່ຍິງ ຫລື LWU ແລະ ອົງການບໍ່ຂຶ້ນກັບລັດຖະບານຫລື NGO ກໍສາມາດກວດກາ ແລະລະບຸຕົວຜູ້ໄດ້ຮັບເຄາະຮ້າຍ ແລະສົ່ງຕົວໃຫ້ ATD ເພື່ອທໍາການລະບຸຕົວຢ່າງເປັນທາງການໄດ້. ແຕ່ຢ່າງໃດກໍ ຕາມເຈົ້າໜ້າທີ່ບໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການກວດກາຫາ, ການບົ່ງຕົວຜູ້ ໄດ້ຮັບເຄາະຮ້າຍຢູ່ໃນນິຄົມປູກຢາງ, ປູກກ້ວຍ, ເຂດເສຖະກິດພິເສດ, ສະຖານ ທີ່ກໍ່ສ້າງທາງລົດໄຟລາວ-ຈີນ ແລະ ໂຮງງານຕັດຫຍິບທີ່ເປັນຂອງຕ່າງປະເທດ ຊຶ່ງທັງໝົດແມ່ນມີສິ່ງສໍ່ສະແດງໃຫ້ເຫັນວ່າມີການຄ້າມະນຸດນັ້ນເເລີຍ.
ສໍາລັບຢູ່ຕ່າງປະເທດນັ້ນ ເຈົ້າໜ້າທີ່ທາງການທູດມີຄວາມຮັບຜິດຊອບໃນການລະບຸຕົວຜູ້ໄດ້ຮັບເຄາະຮ້າຍ ແລະລາຍງານກໍລະນີໃຫ້ ATD ຫລືກະຊວງການ ຕ່າງປະເທດ. ແຕ່ວ່າລັດຖະບານກໍບໍ່ໄດ້ລາຍງານວ່າພະນັກງານເຫລົ່ານີ້ ສືບ ຕໍ່ໃຊ້ມາດຕະການການບົ່ງຕົວຜູ້ເຄາະຮ້າຍຫລືບໍ່.
ລັດຖະບານໄດ້ລະບຸຕົວຜູ້ເຄາະຮ້າຍໃນການຄ້າປະເວນີ 21 ຄົນ, ຜູ້ເຄາະຮ້າຍ ໃນການໃຊ້ແຮງງານແບບບັງຄັບ 39 ຄົນ, ຜູ້ເຄາະຮ້າຍໃນການຖືກຫລອກລວງ ໃຫ້ແຕ່ງງານປອມ 66 ຄົນ ຊຶ່ງໃນນັ້ນອາດຈະມີສິ່ງສໍ່ສະແດງໃຫ້ເຫັນ ເຖິງການ ຖືກເອົາໄປຄ້າປະເວນີ ຫລືແຮງງານແບບບັງຄັບຢູ່ນໍາດ້ວຍ ແລະຍັງມີຜູ້ເຄາະຮ້າຍ ທີ່ຖືກຂູດຮີດໃນຮູບແບບອື່ນອີກດ້ວຍ. ຜູ້ເຄາະຮ້າຍທີ່ຖືກລະບຸຕົວລ້ວນແຕ່ແມ່ນ ພົນລະເມືອງ ລາວ ແລະສ່ວນໃຫຍ່ແມ່ນຖືກຂູດຮີດຢູ່ໃນຈີນ ແລະໄທ. ນອກນັ້ນ ATD ກໍບໍ່ໄດ້ລາຍງານວ່າ ຕົນນັບຫລືຕາມຫາຜູ້ໄດ້ຮັບເຄາະຮ້າຍທີ່ບໍ່ຮັບເອົາການຊ່ວຍເຫລືອຈາກທາງການນັ້ນ ຫລືບໍ່.
ກ່ຽວກັບການປ້ອງກັນນັ້ນ ລາຍງານກະຊວງການຕ່າງປະເທດກ່າວວ່າ ລັດຖະ ບານຍັງດໍານີນຄວາມພະຍາຍາມໃນດ້ານນີ້ຢູ່ ໂດຍໄດ້ຮັກສາງົບປະມານຂອງຕົນສໍາລັບການຕ້ານການຄ້າມະນຸດໄວ້ຫລາຍເຖິງ 300 ລ້ານກີບ ຫລື 32,330 ໂດລາ ດັ່ງປີຜ່ານມາໃຫ້ແກ່ແຕ່ລະອົງການລັດ. ແຕ່ວ່າບາງອົງການ, ໂດຍສະເພາະອົງ ການສະໜອງການບໍລິການລາຍງານວ່າ ເຂົາ ເຈົ້າມີຄ່າໃຊ້ຈ່າຍເກີນງົບປະມານ ອີກໃນປີ 2020 ຍ້ອນວ່າມີຈໍານວນແຮງງານເຄື່ອນທີ່ກັບຄືນປະເທດເພີ້ມຂຶ້ນ ຢ່າງຫລວງຫລາຍ. ລັດຖະບານເອົາເງິນງົບປະມານໃຫ້ແກ່ວຽກງານຕ້ານການ ຄ້າມະນຸດ ຂອງກະຊວງຮັກສາຄວາມສະຫງົບເພີ້ມຂຶ້ນອີກ ຊຶ່ງສ່ວນນຶ່ງແມ່ນ ເພື່ອຊ່ວຍພວກເຄາະຮ້າຍ ກັບຄືນມາຈາກໄທໃນຈໍານວນຫລວງຫລາຍເປັນພິເສດ.
ການປະສານງານກັບກຸ່ມສັງຄົມພົນລະເຮືອນ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ. ລັດຖະບານຈັດຕັ້ງປະຕິບັດແຜນການປະຕິບັດວຽກງານແຫ່ງຊາດປະຈໍາປີ 2016 - 2020 ຂອງຕົນ ແລະປຶກສາຫາລືກັບອົງການສັງຄົມພົນລະເຮືອນໃນ ການສ້າງ ແຜນການປະຕິບັດວຽກງານແຫ່ງຊາດປີ 2021-2025.
ເມື່ອເບິ່ງພາບພົດໂດຍລວມຂອງການຄ້າມະນຸດໃນລາວແລ້ວ ດັ່ງທີ່ໄດ້ລາຍງານໄປໃນໄລຍະ 5 ປີຜ່ານມານີ້ ພວກຄ້າມະນຸດໄດ້ກົດຂີ່ຂູດຮີດຜູ້ໄດ້ຮັບເຄາະຮ້າຍທີ່ທັງເປັນຄົນລາວ ແລະຕ່າງປະເທດ ຢູ່ໃນລາວ ແລະພວກຄ້າມະນຸດໄດ້ຂູດຮີດພວກຄົນລາວຢູ່ຕ່າງປະເທດອີກດ້ວຍ. ລາວເປັນປະເທດຂອງແຫລ່ງທີ່ມາສໍາລັບ ການຄ້າມະນຸດ, ໂດຍສະເພາະແມ່ນເອົາຄົນໄປຂາຍຢູ່ໄທ ແລະຈີນ ຕະຫລອດທັງ ຢູ່ຫວຽດນາມ ແລະມາເລເຊຍອີກດ້ວຍ. ພວກຄ້າມະນຸດໄດ້ກົດຂີ່ຂູດຮີດແມ່ຍິງ ແລະເດັກສາວລາວ ເປັນຈໍານວນຫລວງຫລາຍຢູ່ໃນໄທໃນການຄ້າປະເວນີ ແລະ ການໃຊ້ແຮງງານແບບບັງຄັບເປັນຜູ້ຮັບໃຊ້ຢູ່ໃນເຮືອນ, ໃນໂຮງງານ ຫລືໃນຂະ ແໜງກະສິກໍາ ແລະໃນບາງກໍລະນີ ກໍມີການກົດທີ່ຜູ້ທີ່ຖືກຂາຍໄປເປັນເຈົ້າສາວ ຢູ່ໃນຈີນ ເພື່ອການຄ້າປະເວນີ ຫລືເປັນທາດຮັບໃຊ້ຢູ່ໃນເຮືອນ.
ພວກຄ້າມະນຸດໄດ້ກົດຂີ່ຂູ່ພວກຜູ້ຊາຍແລະເດັກນ້ອຍລາວ ທີ່ຖືກບັງຄັບໃຊ້ແຮງງານ ຢູໃນອຸດສາຫະກຳການປະມົງ, ການກໍ່ສ້າງ ແລະກະເສດຕະກຳຂອງໄທ. ຜູ້ໄດ້ຮັບເຄາະຮ້າຍ ໂດຍສະເພາະແມ່ນພວກທີ່ມາຈາກພາກໃຕ້ຂອງປະເທດ ແມ່ນຖືກພວກຄ້າມະນຸດຫລອກໄປຂາຍແຮງງານ ແລະຂາຍປະເວນີຢູ່ປະເທດປາຍທາງ. ຜູ້ໄດ້ຮັບເຄາະຮ້າຍບາງຄົນໄປທີ່ນັ້ນໄດ້ໂດຍໄດ້ຮັບການຊ່ວຍເຫລືອຈາກນາຍໜ້າທີ່ຖືກກົດໝາຍ ຫລືບໍ່ຖືກກົດໝາຍໃນຂະນະທີ່ຄົນອື່ນແມ່ນຍົກຍ້າຍໄປເອົາເອງຜ່ານດ່ານຂ້າມຊາຍແດນ 101 ແຫ່ງຂອງປະເທດ ໂດຍໃຊ້ເອກະສານເດີນທາງທີ່ຖືກຕ້ອງ. ດ່ານຂ້າມຊາຍແດນຫລາຍໆແຫ່ງແມ່ນຖືກຄວບຄຸມໂດຍເຈົ້າໜ້າທີ່ກວດຄົນເຂົ້າເມືອງລະດັບແຂວງ ແລະເມືອງທີ່ບໍ່ໄດ້ຮັບການຝຶກອົບຮົມຢ່າງພຽງພໍ ແລະມີຊົ່ວໂມງເຮັດວຽກຢ່າງຈຳກັດ ຊຶ່ງເຮັດໃຫ້ງ່າຍ ສຳລັບພວກຄ້າມະນຸດໃຊ້ເປັນຈຸດຜ່ານໃນການເຄື່ອນເອົາພວກເຄາະຮ້າຍລາວຂ້າມໄປປະເທດເພື່ອນບ້ານ.
ໃນປີ 2020 ການລະບາດຢ່າງໜັກຂອງພະຍາດ ໄດ້ມີຜົນກະທົບຢ່າງໜັກ ຕໍ່ ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍທີ່ກັບຄືນປະເທດ. ໃນເດືອນ ມີນາປີກາຍນີ້ ແຮງງານລາວຫລາຍພັນຄົນຢູ່ໄທ ແລະປະເທດອື່ນລວມທັງ ມາເລເຊຍ ແລະຈີນນັ້ນໄດ້ເລີ້ມພາກັນກັບຄືນປະເທດທັງແບບເປັນທາງການ ແລະບໍ່ເປັນທາງການ ຊຶ່ງພາໃຫ້ມີການຫວ່າງງານຢ່າງກວ້າງຂວາງໃນລາວ ແລະ
ເພີ້ມຄວາມຫຍຸ້ງຍາກທາງເສດໃຫ້ແກ່ຄອບຄົວ ທີ່ເພິ່ງພາອາໄສເງິນສົ່ງມາແຕ່ ຕ່າງປະເທດ ຊຶ່ງສະພາບການນີ້ເຮັດໃຫ້ແຮງງານລາວຕົກຢູ່ໃນສະພາບທີ່ອາດ ຈະຖືກຂູດຮີດໄດ້ງ່າຍ ໃນຂະນະທີ່ພວກ ເຂົາເຈົ້າກໍາລັງຊອກຫາວຽກງານ ທີ່ ຈ່າຍຄ່າແຮງງານຕໍ່າໃນລາວ ແລະຍົກຍ້າຍ ໄປເຮັດວຽກຢູ່ຕ່າງປະເທດແບບ ຜິດກົດໝາຍ. ຕໍາຫລວດສັງເກດເຫັນວ່າການປິດດ່ານຊາຍແດນລາວ-ໄທ ໄດ້ ເຮັດໃຫ້ມີຄວາມຕ້ອງການໃນການຄ້າປະເວນີໃນທ້ອງຖິ່ນ. ເຈົ້າໜ້າທີ່ໃນທ້ອງ ຖິ່ນເວົ້າກັນວ່າ ການທີ່ແຮງງານບໍ່ສາມາດໄປເຮັດວຽກຢູ່ໄທໄດ້ ບວກໃສ່ກັບ ຄວາມຫຍຸ້ງຍາກທາງເສດຖະກິດອາດຈະພາໃຫ້ຄົນໄປຫຍຸ້ງກ່ຽວກັບການຄ້າ ປະເວນີຫລາຍຂຶ້ນ ຊຶ່ງອາດຈະເຮັດໃຫ້ເຂົາເຈົ້າຕົກເປັນເຫຍື່ອຂອງການຄ້າມະ ນຸດໄດ້ງ່າຍ.
ພວກຄ້າມະນຸດຢູ່ໃນປະຊາຄົມຊົນນະບົດ ມັກຈະຫລອກແມ່ຍິງ ແລະເດັກສາວ ວ່າ ຈະມີໂອກາດໄດ້ວຽກເຮັດງານທໍາທີ່ຖືກກົດໝາຍ ຫລືສັນຍາວ່າຈະໄດ້ແຕ່ງ ງານກັບຄົນໃນປະເທດ ຫລືກັບຄົນຢູ່ປະເທດໃກ້ຄຽງ ຕົ້ນຕໍແລ້ວແມ່ນຢູ່ຈີນ ຊຶ່ງ ປົກກະຕິແລ້ວ ແມ່ນຜ່ານນາຍໜ້າໃນການຫາຄົນແຕ່ງງານ ແລ້ວຫລັງຈາກນັ້ນ ກໍຖືກເອົາໄປຂາຍປະເວນີ ຫລື ອອກແຮງງານແບບຖືກບັງຄັບ.
ເດັກນ້ອຍ ທີ່ມາຈາກຄອບຄົວທຸກຈົນ ແລະເຂດຊົນນະບົດ ແມ່ນຕົກເປັນເຫຍື່ອ ຂອງການຄ້າມະນຸດໄດ້ງ່າຍທີ່ສຸດ. ໂດຍທີ່ປາດສະຈາກການດູແລ ຂອງເຈົ້າໜ້າທີ່ທ້ອງຖິ່ນ ພວກກໍາມະກອນຕ່າງປະເທດແລະລາວທີ່ອາໄສຢູ່ໃນຫລືໃກ້ສະຖານ ເຂດທີ່ເປັນນິຄົມກະສິກໍາຕ່າງໆ ແລະຢູ່ໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະຢູ່ໃນເຂດເສດຖະກິດພິເສດຂອງບໍລິສັດຕ່າງປະເທດ ມີຄວາມສ່ຽງຕໍ່ການຕົກເປັນເຫຍື່ອຂອງການຖືກເອົາໄປຂາຍໃຫ້ອອກແຮງງານແບບບັງຄັບ ແລະຄ້າປະເວນີ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍງານປະຈຳປີ 2021 ວ່າດ້ວຍການຄ້າມະນຸດຂອງກະຊວງການຕ່າງປະເທດສະຫະລັດ ໃນພາກສ່ວນທີ່ກ່ຽວກັບ ສປປ ລາວ ຕອນສຸດທ້າຍ.