ຍັງບໍ່ມີ ການຕົກລົງກັນເທື່ອ ກ່ຽວກັບ ເລື້ອງໜີ້ສິນ ຂອງກຣິສ

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras (ຊ້າຍ) ນາຍົກລັດຖະມົນຕີອີຕາລີ ທ່ານ Matteo Renzi (ກາງ) ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel.

ບັນດາ​ຜູ້​ນຳສະພາ​ຢູ​ໂຣບ ຝຣັ່ງ ແລະ ເຢຣະມັນ ກ່າວ​ວ່າ ບັນຫາ​
ໜີ້​ສິນຂອງ ກຣິສ ຕ້ອງ​ໄດ້ຮັບການແກ້ໄຂ​ຢູ່​ກອງ​ປະຊຸມ​ທີ່​ສຳຄັນ
​ຂອງບັນດາ​ລັດຖະມົນຕີ​ການ​ເງິນ​ເຂດ​ໃຊ້ເງິນຢູ​ໂຣ ​ໃນ​ວັນ​ເສົາ​ມື້​
ອື່ນນີ້ ຫລັງ​ຈາກ​ການ​ເຈລະຈາໃນ​ວັນ​ພະຫັດ​ວານ​ນີ້ ທີ່​ໄດ້ສິ້ນສຸດ​
ລົງ​ປາດ​ສະ​ຈາກ​ການ​ຕົງ​ລົງ​ກັນ.

ປະທານ​ສະພາ​ຢູ​ໂຣບ ທ່ານ Donald Tusk ​ໄດ້ຢືນຢັນໃນ​ວັນ​ສຸກ
​ມື້​ນີ້ວ່າ ບໍ່​ມີ​ຄວາມ​ຄືບ​ໜ້າ ​ມາຈົນຮອດປັດຈຸບັນນີ້ ຢູ່​ທີ່​ກອງ​ປະຊຸມ
​ໃນນະຄອນ Brussels ບ່ອນກອງ​ປະຊຸມ​ສຸດ​ຍອດສະຫະພາບ​ຢູ​
ໂຣບກຳລັງ​ດຳເນີນ​ຢູ່ໃນ​ຂະນະ​ນີ້. ທ່ານ​ກ່າວ​ວ່າ ການ​ສົນທະນາ​
ກ່ຽວ​ກັບກຣິສຈະ​ເລີ້ມຂຶ້ນອີກ ​ແລະ​ສະຫລຸບ​ໃນ​ວັນ​ເສົາ​ ຢູ່ທີ່​ກອງປະຊຸມ​ບັນດາ​ລັດຖະມົນຕີ​ ການ​ເງິນ.

ນາຍົກລັດຖະມົນຕີເຢ​ຣະມັນ ທ່ານ​ນາງ Angela Merkel ​ໄດ້​ກ່າວຕໍ່​ບັນດາ​ນັກ​ຂ່າວ​ວ່າ
​ເວລາ​ແມ່ນໜ້ອຍເຕັມທີທີ່ຈະຕົກລົງກັນກ່ຽວກັບການຊ່ວຍກອບກູ້ເສດຖະກິດຂອງ​ກຣິສ
​ແລະ​ກ່າວ​ອີ​ກວ່າ ຕ້ອງໄດ້ເອົາຄວາມ​ພະຍາຍາມ​ທຸກ​ຢ່າງ ເພື່ອ​ຊອກ​ຫາ​ຊ່ອງທາງ​ແກ້​ໄຂ​
ໃນ​ວັນ​ເສົາ​ມື້​ອື່ນນີ້.

ປະທານ​າທິບໍດີຝຣັ່ງ ທ່ານ Francois Hollande ຮ້ອງ​ກອງ​ປະຊຸມ​ໃນວັນ​ເສົາມື້​ອຶ່ນນີ້​ວ່າ
“ສຳຄັນ​ທີ່​ສຸດ​.” ທ່ານໄດ້​ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າ ຂໍ້​ຕົກລົງນີ້ ​ແມ່ນ “​ແນມເຫັນ​”
ມາໄດ້ຫລາຍມື້ແລ້ວ ​ແຕ່​ວ່າຍັງ​ຕົກລົງ​ກັນບໍ່ໄດ້.

ກຣິສຕ້ອງຈ່າຍເງິນກູ້​ຢືມ​ເກືອບ 8 ພັນ​ລ້ານ​ໂດ​ລາ ​ແກ່ອົງການກອງ​ທຶນ​ສາກົນ ຫລື IMF
ບໍ່​ກາຍ​ວັນ​ອັງ​ໜ້າ​ນີ້. ​ເພື່ອຈະຈ່າຍເງິນດັ່ງກ່າວໄດ້ ກຣີສຕ້ອງ​ໄດ້ຮັບເງິນຊ່ວຍເຫລືອກ້ອນ
ໃໝ່ 8 ພັນ​ລ້ານໂດ​ລາ​ ​ຈາກສະຫະພາບຢູໂຣບ.

Your browser doesn’t support HTML5

Greece Debt