ສານອຸທອນ ສຫລ ປະຕິເສດ ບໍ່ຟື້ນຟູດຳລັດ ຫ້າມຄົນເຂົ້າເມືອງ ຂອງ ປ. ທຣຳ

ຜູ້ຊາຍຄົນນຶ່ງກຳລັງຍ່າງຂຶ້ນຂັ້ນໄດ ຕຶກສານອຸທອນເຂດ 9 ທີ່ ນະຄອນ San Francisco.

ສານອຸທອນຂອງລັດຖະບານກາງ ໃນວັນພະຫັດວານນີ້ ໄດ້ປະຕິເສດບໍ່ຍອມຟື້ນຟູດຳລັດ ຂອງ ປະທານາທິບໍດີ ດໍໂນລ ທຣຳ ທີ່ຫ້າມພວກເດີນທາງຈາກ 7 ປະເທດທີ່ປະຊາຊົນ ສ່ວນໃຫຍ່ນັບ ຖືສາສະໜາອິສລາມ.

ຄະນະຜູ້ພິພາກສາ 3 ທ່ານ ຂອງສານອຸທອນເຂດ 9 ທີ່ນະຄອນ San Francisco ໄດ້ມີຄວາມ ເຫັນຢ່າງເປັນເອກກະສັນ ປະຕິເສດທີ່ຈະຂັດຂວາງການຕັດສິນຂອງສານ ຊັ້ນຕົ້ນ ທີ່ສັ່ງໃຫ້ໂຈະ ດຳລັດຫ້າມ ແລະອະນຸຍາດໃຫ້ ພວກເດີນ ທາງທີ່ຖືກຫ້າມກ່ອນ ໜ້ານີ້ເຂົ້າມາໃນສະຫະລັດໄດ້.

Your browser doesn’t support HTML5

Washington Attorney General on 9th Circuit's Ruling on Travel Ban

ຖະແຫຼງຂ່າວທີ່ນຳອອກເຜີຍແຜ່ ໂດຍຄະນະຜູ້ພິພາກສາສານຂອງອຸທອນກ່າວວ່າ “ພວກເຮົາ ຖືວ່າ ລັດຖະບານບໍ່ໄດ້ສະແດງໃຫ້ເຫັນເຖິງຜົນດີກ່ຽວກັບຄວາມເປັນໄປໄດ້ ຂອງການທີ່ຈະປະ ສົບຜົນສຳເລັດ ໃນການຂໍອຸທອນຂອງຕົນ ຫລືບໍ່ໄດ້ສະແດງໃຫ້ເຫັນ ວ່າຄວາມລົ້ມແຫຼວໃນ ການງົດການຕັດສິນ ທີ່ຈະສ້າງຄວາມເສຍຫາຍແບບທີ່ບໍ່ສາມາດ ແກ້ໄຂໄດ້.”

“ພົບກັນຢູ່ສານ ຄວາມໝັ້ນຄົງ ຂອງປະເທດພວກເຮົາ ແມ່ນຕົກຢູ່ໃນຄວາມສ່ຽງ” ນັ້ນຄື ຄຳເວົ້າ ທີ່ປະທານາທິບໍດີທຣຳໄດ້ຂຽນ​ລົງທາງ Twitter ຫລັງຈາກສານໄດ້ປະກາດຄຳ ຕັດສິນຂອງຕົນ. ບໍ່ດົນຕໍ່ມາ ທ່ານໄດ້ຕໍ່ວ່າກັບພວກນັກຂ່າວວ່າ ສານໄດ້ຕັດສິນແບບມີ ການເມືອງແອບແຝງ ແລະກ່າວວ່າ ລັດຖະບານຂອງທ່ານ ໃນທີ່ສຸດກໍ ຈະຊະນະຄະດີ ດັ່ງກ່າວ “ຢ່າງງ່າຍດາຍ.”

ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ນະຄອນ Seattle ທ່ານ Bob Ferguson ຫົວໜ້າ​
ພະແນ​ກຍຸຕິ​ທຳ​ຂອງ​ລັດ​ວໍ​ຊິງ​ຕັນ ຊຶ່ງ​ໄດ້ໂຕ້​ແຍ້​ງບໍ່​ເຫັນ​ພ້ອມ​ກັບ​ການ​ຟື້ນ​ຟູ​ ການ
​ຫ້າມ​ເດີນທາງ​ຂອງທ່ານ​ທຣຳກ່າວ​ວ່າ “ພວກ​ເຮົາ​ເປັນ​ປະ​ເທດ​ທີ່​ມີ​ກົດໝາຍ ​ແລະ​
ກົດໝາຍເຫລົ່ານັ້ນ ​ແມ່ນ​ນຳ​ໃຊ້​ກັບ​ທຸກໆ​ຄົນ ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ​ແລະ​ນັ້ນ
​ແມ່ນ​ຮວມທັງ​ປະທານາທິບໍດີ​ຂອງ​ສະຫະລັດ. ​ໃນ​ທັດສະນະ​ຂອງ​ຂ້າ ພະ​ເຈົ້າ​ແລ້ວ
ອະນາຄົດຂອງ​ລັດຖະທຳ​ມະນູນ​ແມ່ນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ຫົວໜ້າ ພະແນກຍຸຕິທໍາ ລັດວໍຊັງຕັນ ທ່ານ Bob Ferguson ກ່າວທີ່ກອງປະຊຸມນັກຂ່າວ.

ເມື່ອ​ມີ​ການ​ຖາມ​ ໃຫ້​ທ່ານ​ສະ​ແດງ​ ປະຕິກິລິຍາ​ຕອບ ຕໍ່​ການ​ຂຽນ​ລົງທາງ Twitter ຂອງ​ທ່ານ​ທຣຳນັ້ນ ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ຜູ້​ຄັດຄ້ານໃນ​ເວລາ​ນີ້​ແມ່ນ 2 ຕໍ່ 2 ​ໃນ​ການ​ທ້າ​ທາຍ ​ຕໍ່​ຄຳ​ສັ່ງ​ຫ້າມ ​ຂອງ​ລັດຖະບານ​ທ່ານ​ທຣຳ ຢູ່​ໃນ​ສານ.

ທ່ານ Ferguson ກ່າວ​ວ່າ ຄຳ​ສັ່ງ​ຫ້າມ​ຂອງ​ປະທານາທິບໍດີ ​ແມ່ນ​ມີ​ຜົນ​ທີ່​ຕິດຕາມ​ມາຢ່າງ​
ແທ້ຈິງ​ຕ້ານປະທານາທິບໍດີ​ສັງ​ກັດ​ພັກ​ຣີພັບ​ບລີ​ກັນ.

ຜູ້​ພິພາກສາ​ເຂດ James Robart ທີ່​ນະຄອນ Seattle ​ໄດ້​ອອກ​ຄຳ​ຕັດສິນ ໂ​ຈະເປັນ​ການ​ຊົ່ວຄາວ​ ໃນ​ສັບປະດາ​ແລ້ວນີ້ ​ເພື່ອ​ຍຸຕິ​ດຳລັດ​ຫ້າມ ຫລັງ​ຈາກ​ ລັດວໍ​ຊິງ​ຕັນ ​ແລະ ​ລັດມິນ​ເນໂຊ​ຕ້າໄດ້​ຟ້ອງຮ້ອງ.

ອ່ານຂ່າວນີ້ເພີ້ິມເປັນພາສາອັງກິດ