ກ່ອງດຳຂອງຖ້ຽວບິນ MH 17 ຢັ້ງຢືນວ່າ ເຮືອບິນ​ຕົກ ຍ້ອນຖືກ ສະ​​ເກັດ ລູກ​ສອນ​ໄຟ (ວີດີໂອ/ສະໄລດ໌)

ຂະບວນລົດຂອງບັນດານັກສືບສວນສອບສວນສາກົນ ຈາກ ເນເທີແລນ ແລະ ອອສເຕຣເລຍ ພ້ອມດ້ວຍທີມອົງການ ຄວາມໝັ້ນຄົງແລະການຮ່ວມມືຂອງຢູໂຣບ ຫຼື OSCE ກຳລັງເຂົ້າສູ່ Shakhtarsk ໃນເຂດ Donetsk ຢູ່ພາກຕາເວັນອອກຂອງ Ukraine, ວັນທີ 28 ກໍລະກົດ 2014.

ກອງ​ທັບ​ຢູ​ເຄຣນ ກ່າວ​ວ່າ ຕົນຢຶດ​ໄດ້ພື້ນທີ່​ຕື່ມ​ອີກ ​ໃນ​ວັນ​
ຈັນ​ວານນີ້ ຈາກພວກ​ກະບົດ​ນິຍົມຣັດ​ເຊຍ ​ໃກ້​ກັບ​ບໍລິ​ເວນ
​ທີ່ເຮືອບິນ​ມາ​ເລ​ເຊຍ​ຖືກ​ຍິງ​ຕົກ​ນັ້ນ ​ແລະກ່າວ​ຕື່ມ​ວ່າ ຂໍ້​ມູນ
ການບິນສະ​ແດ​ງ​ໃຫ້​ເຫັນ​ວ່າ​ເຮືອບິນ​ ລຳ​ດັ່ງກ່າວ ຖືກ​ຍິງ​ຕົກ
ດ້ວຍສະເກັດ​ລູກ​ສອນ​ໄຟ.

​ໂຄສົກ​ກອງທັບ ທ່ານ Andriy Lysenko ໄດ້​ຖະ​ແຫລ​ງ​ໃນ​
ວັນ​ຈັນ​ວານ​ນີ້ ຢູ່​ນະຄອນ​ຫລວງ Kyiv ​ໃນ​ຂະນະ​ທີ່​ກອງ​ກຳລັງ
​ຮັກສາ​ຄວາ​ມປອດ​ໄພ ​ສືບ​ຕໍ່ທຳ​ການບຸກ​ໂຈມ​ຕີ ​ຕໍ່ຕ້ານ​ພວກ
​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ທີ່​ຕິດ​ອາວຸດ​ໜັກ​ ​ໃກ້ຊາຍ​
ແດນ​ຕິດ​ກັບຣັດ​ເຊຍນັ້ນ. ທ່ານ Lysenko ​ຍັງໄດ້ກ່າວ​ຫາ
ພວກ​ແບ່ງ​ແຍກ​ດິນ​ແດນອີກວ່າ ​ໄດ້​ຍິງ​ປືນ​ຄົກ ​ແລະ​ປືນ​ໃຫຍ່​ເຂົ້າ​ໄປ​ໃສ່​ບໍລິ​ເວນ​ເຮືອບິນ​
ຕົກ ​ເພື່ອ​ທຳລາຍຫຼັກຖານ​ ຂອງ​ການ​ກ່ຽວຂ້ອງ​ຂອງ​ພວກ​ເຂົາ ໃນ​ການ​ຍິງ​ຕົກເຮືອບິນ
​ມາ​ເລ​ເຊຍຕົກ ເມື່ອ​ວັນ​ທີ 17 ກໍ​ລະ​ກົດ ທີ່​ໄດ້​ເຮັດ​ໃຫ້ ລູກ​ເຮືອ​ກັບ​ຜູ້​ໂດຍສານທັງ​ໝົດ
298 ຄົນ​ເສຍ​ຊີວິດ.

ການ​ຕໍ່ສູ້​ກັນ​ໃນ​ວັນ​ຈັນ​ວານ​ນີ້ ​ໃກ້ກັບບໍລິ​ເວນ​ເຮືອບິນ​ຕົກ ​ໄດ້​ບັງຄັບ​ໃຫ້ທີ​ມນັກສືບສວນ
ສອບສວນສາກົນ ຕ້ອງ​ປະລະແຜນການ​ ທີ່​ຈະ​ເຂົ້າ​ໄປ​ຍັງ​ບໍລິ​ເວນ​ນັ້ນ ​ເປັນ​ມື້​ທີສອງລຽນຕິດ.

ນັກສືບສວນສອບສວນ​ຂອງ​ອັງກິດ ​ທີ່ວິ​ເຄາະຂໍ້​ມູນການບິນ ​ໃນ​ເຄື່ອງ​ບັນທຶກ​ຂໍ້​ມູນ ຫຼື
black box ບໍ່​ໄດ້​ໃຫ້​ຄຳ​ເຫັນ ຕໍ່​ການ​ອ້າງ​ເຖິງ​ສະເກັດ​ ລູກ​ສອນ​ໄຟ ຂອງ​ທ່ານ Lysenko
​ແລະ​ເຈົ້າໜ້າ​ທີ່ ສືບສວນສອບສວນ ​ຂອງເນ​ເທີ​ແລນ ທີ່​ເປັນ​ແກ່ນ​ນຳ​ໃນ​ການ​ສອບ​ສວນ​ນີ້
ກໍປະຕິ​ເສດ​ທີ່​ຈະ​ຢັ້ງຢືນ​ຄຳກ່າວ​ອ້າງ​ນັ້ນ.

Your browser doesn’t support HTML5

UN Commissioner: MH17 Downing Could Be A War Crime

ກ່ອນ​ໜ້າ​ນັ້ນໃນວັນ​ຈັນວານ​ນີ້ ຂ້າຫລວງ​ໃຫຍ່​ສະຫະ​ປະຊາ​ຊາດຝ່າຍ​ສິດ​ທິມະນຸດ​ ທ່ານ​ນາງ Navi Pillay ​ໄດ້ກ່າວ​ວ່າການ​ຍິງ​ ຖ້ຽວບິນ 17 ຂອງ​ສາຍ​ການບິນມາ​ເລ​ເຊຍ ຕົກ​ນັ້ນ ແມ່ນ​ເປັນ​ການລະ​ເມີດ​ຕໍ່​ກົດ ໝາຍ​ສາກົນ ຊຶ່ງ “ອາດ​ຈະຮ້າຍ​ແຮງ​ເທົ່າ​ກັບ ການ​ກໍ່ອາ​ຊະ​ຍາ​ກຳ ສົງຄາມ.​”

ທ່ານນາງ Pillay ​ຮຽກຮ້ອງໃຫ້ມີ​ການ “ສືບສວນ ​ສອບສວນ​ໂດຍ​ທັນທີ ຢ່າງ​ລະອຽດ
ມີ​ປະ​ສິດທິ​ພາບ ​ເປັນ​ອິດ​ສະລະ ​ແລະ ບໍ່​ເຂົ້າ​ຂ້າງ​ອອກ​ຂາ”
ກ່ຽວ​ກັບເຫດການ
ດັ່ງກ່າວ​. ການ​ຮຽກ​ຮ້ອງຂອງ​ທ່ານ​ນາງມີ​ຂຶ້ນພຽງ​ 2-3 ມື້ ຫຼັງຈາກບັນດານັກວິ​ເຄາະ​ຂໍ້​ມູນ
ລັບຂອງສະຫະລັດ ​ໄດ້​ສະຫລູ​ບວ່າ ລູກ​ສອນ​ໄຟ​ຂອງຣັດ​ເຊຍ ​ລຸ້ນ SA-11 ຫຼື “Buk”
ໄດ້​ຍິງ ​ຖ້ຽວ​ບິນ​ທີ່ໄປຍັງມາ​ເລ​ເຊຍ ຕົກ ​ແລະ ພວກ​ກະບົດ​ທີ່ໄດ້​ຖືກ​ອົບຮົມ​ແບບ​ຜິດ​ພາດ
​ອາດ​ຈະເປັນ​ຜູ້ຍິງ​ລູກ​ສອນ​ໄຟລູກ​ນັ້ນ ​ໂດຍ​ເຊື່ອ​ວ່າແມ່ນເຮືອບິນຂອງຢູ​ເຄຣນ.