ພວກຫົວຮຸນແຮງ ໂຊມາເລຍ 19 ຄົນ ເສຍຊີວິດ ໃນລະຫວ່າງ ການປະທະກັນ

ອະດີດເຈົ້າໜ້າທີ່ອາວຸໂສ ຂອງກຸ່ມ Al-Shabab ທ້າວ Muktar Robow ຢູ່ສະຖານທີ່ແຫ່ງໜຶ່ງ ໃກ້ກັບນະຄອນຫຼວງ ໂມກາດິສຊູ, ໂຊມາເລຍ. 29 ມິຖຸນາ, 2010.

ພວກຫົວຮຸນແຮງຢ່າງໜ້ອຍ 19 ຄົນໄດ້ຖືກຂ້າຕາຍໃນການຕໍ່ສູ້ກັນໝົດມື້ ໃນ​ເຂດ
Bakool ທາງພາກຕາເວັນຕົກຂອງປະເທດ ໂຊມາເລຍ.

ການປະທະກັນໃນວັນພຸດວານນີ້ ໄດ້ເກີດຂຶ້ນລະຫວ່າງ ພວກຫົວຮຸນແຮງ al-
Shabaab ແລະ ນັກຮົບທີ່ຈົງຮັກພັກດີຕໍ່ອະດີດຫົວໜ້າພວກ al-Shabaab ທ້າວ
Mukhtar Robow.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ການໂຈມຕີຂອງພວກ al-Shabaab ໃນຕອນເຊົ້າ ໄດ້
ບັງຄັບໃຫ້ພວກນັກຮົບ ທີ່ຈົງຮັກພັກດີ ຕໍ່ທ້າວ Robow ຕ້ອງຖອນຕົວອອກຈາກບ້ານ
Abal. ແຕ່ຫຼັງຈາກນັ້ນ ພວກເຂົາໄດ້ກັບຄືນມາ ເພື່ອຂັບໄລ່ພວກທີ່ມາບຸກໂຈມຕີ ໃນ
ຕອນທ່ຽງ.

ທ່ານ Mohamed Hassan Fiqi ຜູ້ວ່າການປະທານ​ໃນ​ເຂດ​ພາກຕາ ເວັນຕົກສຽງໃຕ້
ຂອງໂຊມາເລຍ ໄດ້ກ່າວວ່າ “ພວກເຂົາໄດ້ຂັບໄລ່ພວກ al-Shabaab ອອກໄປໄດ້
ຂ້ອນຂ້າງດີ. ໃນຕອນເຊົ້າພວກເຂົາເບິ່ງຄືວ່າຈະໄດ້ຮັບການເສຍໄຊ ແຕ່ພວກເຂົາ
ໄດ້ໂຈມຕີຕອບໂຕ້ຄືນ ແລະກໍ ປ້ອງກັນຖານທີ່ໝັ້ນຂອງພວກເຂົາໄວ້ໄດ້.”

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ພວກນັກຮົບ al-Shabaab 13 ຄົນ ແລະ ນັກຮົບຂອງ
ທ້າວ Robow 6 ໄດ້ເສຍຊິີວິດໃນການປະທະກັນ. ທ່ານ Fiqi ໄດ້ກ່າວຕໍ່ວີໂອເອພາສາ
ໂຊມາເລຍ ວ່າ “ມີຄົນຫຼາຍຄົນໄດ້ເສຍຊີວິດ.”

ແຫຼ່ງຂ່າວດ້ານຄວາມປອດໄພ ໄດ້​ແຈ້ງ​ໃຫ້ວີໂອ​ເອພະ​ແນ​ກພາສາໂຊມາເລຍຊາບວ່າ
ພວກ al-Shabaab ໄດ້ໃຊ້ເວລາຫຼາຍເດືອນ ເພື່ອພະຍາຍາມຂັບໄລ່ທ້າວ Robow
ອອກໄປ. ຫົວໜ້າຄົນດັ່ງກ່າວນີ້ໄດ້ໂຕນອອກຈາກກຸ່ມກໍ່ການຮ້າຍ ໃນປີ 2013. ນັບຕັ້ງ
ແຕ່ນັ້ນມາ ພວກຫົວຮຸນແຮງ al-Shabaab ກໍໄດ້ຍື່ນຄຳຂາດ ໃຫ້ທ້າວ Robow ໜີ
ອອກຈາກພື້ນທີ່ ແລະ ຍອມຈຳນົນ.

ທ້າວ Robow ຍັງມີລາຍງານວ່າ ໄດ້ປະຕິເສດຕໍ່ຂໍ້ສະເໜີຕ່າງໆຂອງບັນດາເຈົ້າໜ້າທີ່
ໃນພາກພື້ນ ເພື່ອໃຫ້ໜີອອກຈາກເຂດດັ່ງກ່າວ ແລະ ຍອມຈຳນົນຕໍ່ລັດຖະບານ ໂຊມາ
ເລຍ.

ລັດຖະບານ ສະຫະລັດ ແລະ ໂຊມາເລຍ ໄດ້ຕັ້ງຄ່າຫົວ 5 ລ້ານໂດລາ ສຳລັບທ້າວ
Robow ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ. ລາງວັນດັ່ງກ່າວ ໄດ້ຖືກຖອນໃນເດືອນມິຖຸ
ນາທີ່ຜ່ານມາ ຫຼັງຈາກ ສະຫະລັດ ລືບຊື່ຂອງລາວອອກຈາກບັນຊີພວກກໍ່ການຮ້າຍ
ຫຼັງຈາກການປຶກສາຫາລືກັບລັດຖະບານ ໂຊມາເລຍ.

ອະດີດລັດຖະມົນຕີປ້ອງກັນປະເທດ ໂຊມາເລຍ ທ່ານ Abdihakim Mohamud Haji
Fiqi ທີ່ເຫັນດີກັບການລຶບຊື່ທ້າວ Robow ອອກຈາກບັນຊີທີ່ທາງການຕ້ອງການຕົວນັ້ນ
ໄດ້ກ່າວວ່າ ລັດຖະບານ ໂຊມາເລຍ ຕ້ອງເລັ່ງທຳການເຈລະຈາກັບລາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ