ເຈົ້າໜ້າທີ່ລີເບຍ ກ່າວໃນວັນເສົາວານນີ້ ວ່າ ພະນັກງານຕ່າງຊາດ
ປະມານ 9 ຄົນ ໄດ້ຫາຍສາບສູນໄປ ຫຼັງຈາກທີ່ພວກຫົວຮຸຸນແຮງ
ລັດອິສລາມ ໄດ້ໂຈມຕີ ບໍ່ນ້ຳມັນແຫ່ງໜຶ່ງຂອງລີເບຍ.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພລີເບຍກ່າວວ່າ ກອງກຳລັງ
ຮັກສາຄວາມປອດໄພ ຢຶດເອົາບໍ່ນ້ຳມັນ Al-Ghani ຄືນມາໄດ້ ຊຶ່ງ
ພວກຫົວຮຸຸນແຮງໄດ້ທຳການໂຈມຕີ ໃນວັນສຸກຜ່ານມາ. ພວກຄົນ
ຍາມຫຼາຍຄົນ ຖືກຂ້າຕາຍ ໃນການໂຈມຕີດັ່ງກ່າວ.
ບັນດາເຈົ້າໜ້າທີ່ອຸດສາຫະກຳນ້ຳມັນ ກ່າວວ່າ ຢ່າງນ້ອຍ ພະນັກ
ງານຕ່າງຊາດ 9 ຄົນ ໄດ້ຫາຍສາບສູນໄປ ຫຼັງຈາກການບຸກໂຈມຕີ
ແລະ ໃນນັ້ນ 2 ຄົນ ແມ່ນມາຈາກຢູໂຣບ. ລັດຖະມົນຕີຕ່າງປະເທດສາທາລະນະລັດເຊັກສ໌ ທ່ານ Lubomir Zaoralek ກ່າວວ່າ ພົນລະເມືອງເຊັກສ໌ຄົນໜຶ່ງແມ່ນລວມຢູ່ໃນນັ້ນ.
ທ່ານກ່າວອີກວ່າພວກຊາວຕ່າງຊາດເຫຼົ່ານັ້ນ ອາດຖືກລັກພາໂຕໄປ. ກະຊວງການຕ່າງ
ປະເທດອອສເຕຣເລຍ ກໍໄດ້ຢືນຢັນວ່າ ພະນັກງານອອສເຕຣເລຍຄົນໜຶ່ງ ໄດ້ຫາຍສາບ
ສູນໄປເຊັ່ນກັນ. ລາຍຊື່ຂອງ ພວກຫາຍສາບສູນໄປ ບໍ່ໄດ້ຖືກເປີດເຜີຍໃຫ້ຊາບ.
ຍັງບໍ່ມີຜູ້ໃດ ຮຽກຮ້ອງເອົາຄ່າໄຖ່ໃດໆ ສຳຫລັບການສົ່ງຄືນພວກພະນັກງານ ທີ່ຢັ້ງຢືນບໍ່ໄດ້ເຫຼົ່ານັ້ນ.
Your browser doesn’t support HTML5
Libya IS kidnapped foreign workers video