ນັກເຄື່ອນໄຫວຊາວຮົງກົງ 9 ຄົນ ໄດ້ຖືກສານຕັດສິນລົງໂທດ ໃນຖານເຂົ້າຮ່ວມການໄຕ້ທຽນໄວ້ອາໄລ ທີ່ທາງການໄດ້ຫ້າມ

ພວກຈຳເລີຍແຕ່ລະຄົນ ລວມມີນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ່ານອາລເບີດ ໂຮ (Albert Ho), ຢູ່ກາງ, ແລະທ່ານເຢິງ ຊຳ (Yeung Sum), ຢູ່ຂວາ, ເດີນທາງໄປເຖິງສານໃນຮົງກົງ, ວັນທີ 17 ເມສາ 2021.

ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວຮົງກົງ 9 ຄົນ ໄດ້ຖືກສານຕັດສິນລົງໂທດຈຳຄຸກ ເປັນເວລາຫຼາຍເດືອນ ໃນຖານເຂົ້າຮ່ວມພິທີໄຕ້ທຽນໄວ້ອາໄລເພື່ອລະນຶກເຖິງ ການປາບປາມອັນໂຫດຮ້າຍ ຢູ່ທີ່ຈັດຕຸລັດທຽນອັນເໝິນ ຕໍ່ພວກນັກສຶກສາປະທ້ວງທັງຫຼາຍ ໂດຍບໍ່ໄດ້ຮັບອະນຸຍາດນັ້ນ.

ພວກຈຳເລີຍທັງ 9 ຄົນດັ່ງກ່າວ ລວມມີບຸກຄົນທີ່ສຳຄັນເຊັ່ນ ທ່ານອາລເບີດ ໂຮ (Albert Ho) ແລະທ່ານຟີໂກ ແຊນ (Figo Chan) ຜູ້ທີ່ໄດ້ຖືກຕັດສິນລົງໂທດຫຼາຍກະທົງເມື່ອຕົ້ນເດືອນນີ້ ສຳລັບການເຂົ້າຮ່ວມໃນການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດໃນເດືອນຕຸລາ ປີ 2019 ໃນຊ່ວງຈຸດສູງສຸດຂອງການປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ເກີດຈາກຮ່າງກົດໝາຍສົ່ງຄົນຮ້າຍໄປຈີນແຜ່ນດິນໃຫຍ່ທີ່ກາຍເປັນເລື້ອງນອງນັນ ແລະໄດ້ຫັນປ່ຽນໄປເປັນການຮຽກຮ້ອງເພື່ອເສລີພາບຫຼາຍຂຶ້ນກວ່າເກົ່າ ສຳລັບສູນກາງການເງິນແຫ່ງນີ້.

ພວກຈຳເລີຍທັງ 9 ຄົນໄດ້ສາລະພາບຜິດ ໃນຕົ້ນເດືອນນີ້ ສຳລັບການເຂົ້າຮ່ວມໃນພິທີໄຕ້ທຽນໄວ້ອາໄລ ຊຶ່ງທາງການໄດ້ຫ້າມ ໂດຍອ້າງອີງໃສ່ການລະບາດຂອງໄວຣັສໂຄວິດ-19. ຕາມປົກກະຕິແລ້ວ ການໄຕ້ທຽນໄວ້ອາໄລໄດ້ຖືກຈັດຂຶ້ນໃນແຕ່ລະປີ ເພື່ອລະນຶກເຖິງການປາບປາມຕໍ່ການປະທ້ວງເພື່ອປະຊາທິປະໄຕ ນຳພາໂດຍນັກສຶກສາ ໃນວັນທີ 4 ມິຖຸນາ ປີ 1989 ທີ່ໄດ້ຈັດຕັ້ງຂຶ້ນຢູ່ທີ່ຈັດຕຸລັດທຽນອັນເໝິນຂອງປັກກິ່ງ ບ່ອນທີ່ພວກເຂົາໄດ້ຮຽກຮ້ອງໃຫ້ຍຸຕິການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ ປະຕິຮູບດ້ານການເມືອງ ແລະໃຫ້ມີສັງຄົມທີ່ເປັນທຳ ແລະເປີດກວ້າງຫຼາຍຂຶ້ນຕື່ມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ