ທ່ານນາງ Haley ເຂົ້າຮັບໜ້າທີ່ ເປັນທູດ ສຫລ ປະຈຳ ສປຊ

ອະດີດຜູ້ປົກຄອງລັດ South Carolina ທ່ານນາງ Nikki Haley ຖ່າຍຮູບກັບເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Antonio Guterres.

ອະດີດ​ຜູ້​ປົກຄອງ​ລັດ South Carolina ທ່ານ​ນາງ Nikki Haley ​ໄດ້ໄປເຖິງ ອົງການ ສະຫະ​ປະຊາ​ຊາດ​ໃນ​ວັນ​ສຸກ​ວານ​ນີ້ ​ຊຶ່ງເປັນ​ມື້ທຳ​ອິດ​ຂອງ​ການ​ເຮັດ​ວຽກໃນ​ນາມເອກ​ອັກຄະ​ລັດຖະທູດ​ສະຫະ​ລັດໂດຍໄດ້​ປະກາດ​ວ່າ ມັນຈະ​ບໍ່​ເປັນການ​ເຮັດ​ວຽກ ຕາມ​ປົກ ກະຕິດັ່ງ​ທີ່​ເຄີຍ​ມີ​ມາ.

ທ່ານ​ນາງ Harley ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ພາກັນ​ລໍ​ຖ້າຢູ່​ຫ້ອງ​ຕ້ອນຮັບ​ແຂກ​ສະຫະ​ ປະຊາ​ຊາດ​ວ່າ “ມັນ​ບໍ່​ກ່ຽວ​ກັບ​ວ່າ ​ເຮັດ​ວຽກ​ໜັກ​ຂຶ້ນ ແຕ່ມັນ​ກ່ຽວ​ກັບ​ວ່າ ​ເຮັດວຽກ​ໃຫ້​ສະ ຫຼາດຂຶ້ນ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ ​ເປົ້າ​ໝາຍ​ຂອງທ່ານ​ນາງ​ກັບ​ລັດຖະບານ​ທ່ານ Trump ຄື​ການສະ​ແດງ​ໃຫ້​ເຫັນເຖິງຄຸນ​ຄ່າ ​ຢູ່ສະຫະ​ປະຊາ​ຊາດ ​“ແລະ​ວິທີ​ທາງ​ທີ່​ພວກ​ເຮົາ​ຈະ​ສະ​ແດງ​ຄຸນ​ຄ່າ ກໍ​ຄື​ສະ​ແດງ​ໃຫ້ເຫັນ​ເຖິງ​ຄວາມເຂັ້ມແຂງຂອງ​ພວກ​ເຮົາ ສ​ະ​ແດງເຖິງປາກ​ສຽງ​ຂອງ​ພວກ​ເຮົາ ​ໄດ້​ຮັບການ​ສະໜັບສະໜູນ​ຈາກ​ພັນທະ​ມິດ​ພວກ​ເຮົາ ​ແລະ​ເຮັດໃຫ້​ເປັນ​ທີ່​ແນ່ ນອນ​ວ່າ ພັນ​ທະ​ມິດ​ຂອງ​ພວກ​ກໍເຮົາ​ໄດ້​ຮັບ​ການໜູນຫລັງຂອງ​ພວກ​ເຮົາ​ເຊັ່ນ​ກັນ.”

ນໍ້າ​ສຽງ​ຂອງ​ທ່ານ​ນາງ Harley ແມ່ນໜັກ​ແໜ້ນສອດຄ່ອງ​ກັບທ່າ​ທີ​ທີ່​ເຂັ້ມ​ແຂງຂອງ​ລັດ ຖະບານ ​ແລະ​ທ່ານ​ນາງ​ໄດ້​ເຕືອນ​ບັນດາ​ພັນທະ​ມິດ​ວ່າ ວໍຊິ​ງຕັນ ຄາດ​ຫວັງ​ການ​ສະໜັບ ສະໜູນ​ຈາ​ກ​ເຂົາ​ເຈົ້າ. ທ່ານ​ນາງ Harley ​ໄດ້​ເຕືອນວ່າ “ສຳ​ລັບບັນດາ​ ຜູ້​ທີ່​ບໍ່ໄດ້ໜູນ​ຫຼັງພວກ​ເຮົາ ພວກ​ເຮົາຈະ​ຈົດ​ຊື່​ໄວ້ ພວກ​ເຮົາ​ຈະ​ຊີ້​ແນະເພື່ອ​ຕອບ​ໂຕ້ຕາ​ມສະພາບ​ການ.”

ທ່ານນາງ Nikki Haley ສະເໜີສານຕາຕັ້ງ ຕໍ່ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Antonio Guterres.

ອະດີ​ດຜູ້​ປົກຄອງ​ລັດ ທີ່​ມີປະສົບ​ການເລັກ​ນ້ອຍ​ກ່ຽວ​ກັບ​ນະ​ໂຍບາຍ​ຕ່າງປະ​ເທດ ​ແລະ​ຄວາ​ມສຳພັນກັບ​ຕ່າງປະ​ເທດ ​ແຕ່​ໄດ້​ຖືກຮັບຮອງເອົາ ​ດ້ວຍ​ຄະ​ແນນ​ສຽງ​ ອັນຖ້ວມ​ລົ້ນ​ໂດຍ​ສະພາ​ສູງ​ສະຫະລັດກ່າວ​ວ່າ ທ່ານ​ນາງ​ພ້ອມ​ແລ້ວ ​ທີ່​ຈະ​ປະຕິ​ຮູບ​ສະຫະ​ປະຊາ​ຊາດ ຊຶ່ງ​ເປັນອົງການ​ມັກ​ຈະ​ຖືກ​ຕິຕຽນ​ຢູ່​ເລື້ອຍໆ ​ໂດຍ​ສະມາຊິກ ພັກຣີພັບ​ບລິ​ກັນວ່າ​ໃຊ້​ຈ່າຍ​ຫລາຍເກີນ​ໄປ ​ແລະຕໍ່​ຕ້ານ​ອິສຣາ​ແອ​ລທີ່​ເປັນພັນ ທະ​ມິດ​ສະຫະລັດ.

Your browser doesn’t support HTML5

Haley: 'There is a New US-UN'

ທ່ານ​ນາງ Harley ກ່າວ​ວ່າ ລັດຖະບານ​ທ່ານ Trump ຕ້ອງການ​ໃຫ້​ທ່ານ​ນາງ​ດູ​ແລ​ສະ ຫະ​ຫະຊາ​ຊາດ ​ແລະ​ປັບປຸງ ໃນ​ສິ່ງ​ທີ່ ​ດຳ​ເນີນ​ໄປ​ດີ​ຢູ່​ແລ້ວ ​ແລະ​ປົວ​ແປງ​ ສິ່ງທີ່​ບໍ່ໄດ້ຜົນ. ທ່ານ​ນາງ​ກ່າວ​ເພີ້​ມອີກ​ວ່າ “​ແລະ​ສິ່ງ​ໃດ​ກໍ​ຕາມ ​ທີ່ເບິ່ງ​ຄື​ວ່າ ​ເປັນອຸບປະສັກ ​ແລະ​ລ້າ​ສະ​ໄໝ​ແລ້ວ​ນັ້ນ ​ພວກ​ເຮົາ​ຈະ​ຕັດ​ອອກ.”

ປະສິດທິ​ຜົນ​ຂອງ​ທ່ານ​ນາງ Harley ອາດຈະ​ໄດ້​ຮັບ​ການ​ຂັດຂວາງ​ໂດຍ​ນາຍ​ຂອງ​ທ່ານ​ນາງ ທ່ານ Donald Trump ຜູ້​ທີ່​ມີ​ຖືກ​ລາຍ​ງານ​ວ່າ ວ​າງ​ແຜນ​ເຊັນ​ສອງ​ດຳລັດ ອັນ​ນຶ່ງ​ ນັ້ນກໍ​ຄື​ຕັດ​ທຶນຊ່ວຍ​ເຫລືອ ​ສະຫະລັດ​ປະຊາ​ຊາດ ​ແລະ​ສິ່ງ​ອື່ນໆ​ກໍ​ຄື​ທົບ​ທວນ​ການ​ເຂົ້າ​ຮ່ວມ​ຂອງ​ສະຫະລັດ ​ຢູ່ໃນ​ສົນ​ທິສັນຍາ​ຫລາ​ຍໆ​ສະບັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ