ປະທານາທິບໍດີ ໄນຈີເຣຍ ຮຽກປະຊຸມສຸກເສີນ ເພື່ອຮັບມື ກັບຄວາມຮຸນແຮງ ທີ່ທະວີຂຶ້ນ (ວີດີໂອ)

ຝູງຊົນພາກັນ ຫຸ້ມເບິ່ງ ບ່ອນເກີດເຫດ ທີ່ສະຖານີລົດເມ ຄຸ້ມ Nyayan, ນະຄອນອາບູຈາ, ໄນຈີເຣຍ, ວັນທີ 14 ເມສາ, 2014.

ປະທານາທິບໍດີ Goodluck Jonathan ​ແຫ່ງ​ໄນ​ຈີ​ເຣຍ
ຮຽກ​ກອງ​ປະຊຸມ ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ຂອງ​
ທ່ານ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນຫຼວງ​ອາ​ບູຈາ ຫຼັງ​
ຈາກ​ພວກ​ທີ່​ສົງ​ໄສ​ວ່າ​ເປັນ​ພວກ​ຫົວ​ຮຸນ​ແຮງ ​ໄດ້​ທຳ​ການ
​ໂຈມ​ຕີ​ຫຼາຍ​ບັ້ນ​ຕິດ​ຕໍ່​ກັນ​ມາ ​ແລະ​ລັກພາ​ໂຕ​ພວກ​ເດັກ
ນັກຮຽນ​ຍິງ​ ຈຳນວນ​ຫຼາຍ​ກວ່າ 100 ຄົນ ​ໄປ.

ທີ່​ປຶກສາ​ປະຈຳ​ປະທານາທິບໍດີ​ກ່າວ​ວ່າ ທ່ານ Jonathan
ຈະ​ທົບ​ທວນ​ເບິ່ງ​ມາດ​ຕະການແລະ​ການ​ປະຕິບັດ​ງານດ້ານ
ຄວາມ​ໝັ້ນຄົງຕ່າງໆໂດຍ​ມີ​ເປົ້າ​ໝາຍ​ເພື່ອ “ກຳນົດວິທີ
ທາງທີ່​ດີ​ທີ່​ສຸດ​ ສຳ​ຫລັບ​ເດີນໜ້າ​ຕໍ່​ໄປ.”


​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ວານ​ນີ້ ທ່ານ Reuben Abati ທີ່​ປຶກສາ​ປະຈຳ​
ປະທານາທິບໍດີ ​ກ່າວ​ວ່າ ປະທານາທິບໍດີ​ມີ​ຄວາມ​ເປັນ​ຫ່ວງ​ໂດຍ​ສະ​ເພາະກ່ຽວ​ກັບ​ການ​
ລັກພາ​ໂຕໃນ​ວັນ​ຈັນ​ຜ່ານມາ​ນີ້ ພວກ ເດັກນັກ​ຮຽນຍິງ ທີ່ກຳລັງ​ຮຽນຢູ່​ໃນໂຮງຮຽນ​ມັດ
ທະຍົມ​ແຫ່ງ​ນຶ່ງ ໃນ​ລັດ Borno ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ຂອງ​ປະ​ເທດ​.

ທ່ານ Abati ກ່າວ​ວ່າ ປະທານາທິບໍດີ Jonathan ​ໄດ້​ສັ່ງ​ໃຫ້​ກຳລັງ​ຮັກສາ​ຄວາມປອດໄພ
“ທຳ​ຄວາມ​ພະຍາຍາມຢ່າງ​ສຸດຂີດ ​ເພື່ອ​ຊ່ອຍ​ກູ້​ຊີວິດ ​ພວກ​ນັກຮຽນ​ຍິງ​ເຫຼົ່າ​ນັ້ນ.”

​ໃນ​ແລງ​ວັນ​ພຸດ​ວານ​ນີ້ ສູນ​ກາງ​ຂ່າວ​ຮ່ວມ​ຂອງໄນ​ຈີ​ເຣຍ ກ່າວ​ວ່າ ​ໃນ​ຈຳນວນ​ພວກ​ນັກ
ຮຽນ​ທັງ​ໝົດ​ທີ່​ຖືກ​ລັກພາ​ໂຕ​ໄປ ຍັງ​ເຫຼືອ​ພຽງ​ແຕ່ 8 ຄົນ​ເທົ່າ​ນັ້ນ ທີ່​ຍັງ​ຊອກ​ຫາ​ບໍ່​ເຫັນ. ​
ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ພົນ​ຕີ Chris Olukolade ຫົວໜ້າ​ຝ່າຍປ້ອງ​ກັນ ກ່າວວ່າ
ນຶ່ງ​ໃນ​ຈຳນວນ​ພວກ​ກໍ່​ການ​ຮ້າຍ ທີ່ທຳການໂຈມຕີໂຮງຮຽນນັ້ນ ໄດ້ຖືກຈັບກຸມ.

ຍັງບໍ່ທັນມີຜູ້ໃດອ້າງເອົາຄວາມຮັບຜິດຊອບໃນຂັ້ນທຳອິດນີ້​ເທື່ອ. ແຕ່ການບຸກໂຈມຕີນີ້
ແມ່ນຄ້າຍໆຄືກັນກັບ ການໂຈມຕີຕ່າງໆ ທີ່ກຸ່ມອິສລາມຫົວຮຸນແຮງ Boko Haram ເຄີຍ
ກະທຳມາ.

ເຫດການດັ່ງກ່າວໄດ້ເກີດຂຶ້ນໃນມື້ດຽວກັນ ກັບທີ່ລະເບີດໄດ້ແຕກຂຶ້ນຢູ່ສະຖານີລົດເມ
ແຫ່ງນຶ່ງ ທີ່ອັ່ງອໍ​ໄປ​ດ້ວຍ​ຜູ້​ຄົນ ໃນນະຄອນຫລວງອາບູຈາ ທີ່ໄດ້ສັງຫານຜູ້ຄົນໄປ ຢ່າງ
ໜ້ອຍ 75 ຄົນນັ້ນ.

ໃນວັນພຸດວານນີ້ ອົງການຂ່າວ AP ລາຍງານວ່າພວກມືປືນຈຸນຶ່ງໄດ້ທຳການໂຈມຕີ
ໝູ່ບ້ານແຫ່ງນຶ່ງໃນເມືອງ Gwoza ໃນພາກຕາເວັນອອກສຽງເໜືອ ຂອງໄນຈີເຣຍ
ເຮັດໃຫ້ປະຊາຊົນ ຢ່າງໜ້ອຍ 18 ຄົນເສຍຊີວິດ.

Your browser doesn’t support HTML5

nigeriaviolence17april14