ປະທານາທິບໍດີ ໄນຈີເຣຍ ປົດ ລມຕ ປ້ອງກັນປະເທດ

ຮູບພາບບັນທຶກ ປະທານາທິບໍດີ ໄນຈີເຣຍ Goodluck Jonathan ກ່າວຕໍ່ບັນດານັກຂ່າວ ໃນຂະນະຢ້ຽມຢາມ This Day newspaper ທີ່ Abuja ທີ່ 28 ເມສາ 2012.

ປະທານາທິບໍດີ ​ໄນ​ຈີ​ເຣຍ ທ່ານ Goodluck Jonathan ​ໄດ້​ປົດ​ລັດຖະມົນ​ຕີປ້ອງ​ກັນ
​ປະ​ເທດ ແລະ​ທີ່​ປຶກສາ​ດ້ານຄວາມໝັ້ນຄົງ​ແຫ່ງ​ຊາດ ທ່າ​ມກາງທີ່​ມີຄວາມ​ເປັນ​ຫ່ວງ​
ກ່ຽວ​ກັບ​ຄວາມ​ວຸ້ນວາຍບໍ່​ສ​ະຫງົບຢູ່ໃນພາກ​ເໜືອຂອງ​ປະ​ເທດ ທີ່​ດຳເນີນ​ມາ​ເປັນ​
ລຳດັບ.

​ໂຄສົກ​ຂອງ​ປະທານາທິບໍດີ ທ່ານ Reuben Abati ​ປະກາດ​ໃນ​ມື້​ວັນ​ສຸກວານ​ນີ້​ວ່າ
ທ່ານ Bello Mohammed ​ແລະທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ່ານ
Owoye Azazi ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ.

ທ່ານ​ກ່າວ​ວ່າ ທ່ານ Sambo Dasuki ພັນເອກ​ເບ້ຍ​ບໍານານ ​ທີ່​ໃກ້​ຊິດ​ກັບ​ຜູ້​ນໍາ​ທະຫານ
​ຂອງປະ​ເທດ ນາຍ​ພົນ Ibrahim Babangida ຈະ​ເຂົ້າຮັບ​ໜ້າ​ທີ່​ແທນ ທ່ານ Azazi.
ຜູ້​ທີ່ຈະ​ມາຮັບ​ໜ້າ​ທີ່​ແທນລັດຖະມົນຕີ​ປ້ອງກັນ​ປະ​ເທດ ຍັງ​ບໍ່ທັນ​ໄດ້​ປະກາດ​ໃຫ້​ຊາບ​ເທື່ອ.

ການ​ສັບ​ປ່ຽນ​ທີ່​ວ່າ​ນີ້​ໄດ້​ມີຂື້ນ ​ໃນ​ຂະນະ​ທີ່​ພາວະ​ສຸກ​ເສີນ​ແລະ​ການປະຕິບັດງານ​ທາງ
ທະຫານ​ ບໍ່​ສາມາດເຮັດ​ໃຫ້​ການ​ກໍ່​ກະບົດ​ຂອງ​ພວກ​ມຸສລິ​ມງຽບ​ສະຫງົບ​ລົງໄດ້ ຊຶ່ງ​ພາ
ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 90 ຄົນ​ ​ໃນ​ຮອບອາທິດ​ທີ່​ຜ່ານ​ມາ.