ປ. ໄນຈີເຣຍ ອອກຈາກ ບ່ອນໂຄສະນາ ບໍ່ເທົ່າໃດນາທີ ກ່ອນລະເບີດແຕກ

ທະຫານໄນຈີເຣຍ ຄົນນຶ່ງກຳລັງຢືນຍາມຮັກສາຄວາມປອດໄພ ໃນຂະນະທີ່ ປະທານາທິບໍດີ Goodluck Jonathan ໂຄສະນະຫາສຽງທີ່ ເມືອງ Yola ປະເທດໄນຈີເຣຍ.

ລະ​ເບີ​ດ​ລູກ​ນຶ່ງ​ໄດ້​ແຕກ​ຂື້ນ​ຢູ່​ນອກ​ເດີ່ນ​ກິລາ ທາງ​ພາກ​ເໜືອ​
ຂອງ​ໄນ​ຈີເຣຍ​ ໃນ​ວັນ​ຈັນວານ​ນີ້ ພຽງ​ບໍ່​ເທົ່າ​ໃດ​ນາ​ທີຫລັງ​ຈາກ
ປະທານາທິບໍດີ Goodluck Jonathan ​ໄດ້​ອອກ​ຈາກ​ບ່ອນ​
ໂຄສະນາ​ຫາ​ສຽງຢູ່ສະຖານທີ່ດັ່ງກ່າວ.

ຕຳຫລວດ​ກ່າວ​ວ່າ ຢ່າ​ງໜ້ອຍ​ຜູ້ຍິງວາງ​ລະ​ເບີດ​ສະລະ​ຊີບ​ຄົນ​
ນຶ່ງ ​ໄດ້​ພົວພັນກັບ ການ​ໂຈມ​ຕີ ຢູ່​ທີ່ເມືອງ Gombe. ບັນດາ​
ພະນັກງານ​ກູ້​ໄພ​ກ່າວ​ວ່າ ຜູ້ຍິງ​ວາງ​ລະ​ເບີດ​ສະລະ​ຊີບຄົນ​ທີ
ສອງ ອາດ​ໄດ້​ເສຍ​ຊີວິດ​ຍ້ອນເຫດ​ລະ​ເບີດ​ແຕກ. ສິບ​ແປດ​ຄົນ
ທີ່ໄດ້​ຮັບບາດເ​ຈັບ ໄດ້ຮັບການປິ່ນປົວຢູ່ທີ່​ໂຮງໝໍ​ທ້ອງ​ຖິ່ນ.

ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການວາງລະ​ເບີດດັ່ງກ່າວນີ້ເທື່ອ ​ແຕ່​ການ​ສົງ​
ໄສ​ໄດ້​ຕົກ​ໃສ່ພວກ​ຫົວ​ຮຸນ​ແຮງ Boko Haram ​ທີ່​ໄດ້ທຳການ​ໂຈມ​ຕີ​ຢູ່​ໃນ​ຂົງ​ເຂດ​ຫລາຍ
​ຄັ້ງ​ມາ​ແລ້ວ. ​ໃນ​ວັນ​ອາທິດທີ່​ຜ່ານ​ມານີ້ ການ​ໂຈມ​ຕີ​ສະລະ​ຊີບ ​ຢູ່ໃນ​ເມືອງດັ່ງກ່າວ ​ກໍເຮັດ
​ໃຫ້​ຫ້າ​ຄົນ​ເສຍ​ຊີວິດ.

ຄວາມຮຸນ​ແຮງ​ໄດ້​ເພີ້ມທະ​ວີ​ຂື້ນ ​ໃນ​ຂະນະ​ທີ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໄນ​ຈີ​ເຣຍ ​ໃນ
​ວັນ​ທີ 14 ​ເດືອນ​ກຸມພາ ກຳລັງຢ່າງ​ກ້າວ​ເຂົ້າ​ມາ. ປະຊາຊົນໃນເມືອງ Konduga ຢູ່ໃນ
​ລັດ Borno ກ່າວ​ຕໍ່ວີ​ໂອເອວ່າ ພວກ Boko Haram ​ໄດ້​ໂຈມ​ຕີເມືອງດັ່ງກ່າວ ​ໃນ​ຕອນ​
ບ່າຍຂອງວັນ​ອາທິດ ​ແຕ່​ໄດ້​ຖືກ​ຂັບໄລ່ໃຫ້ແຕກ ຖອຍໄປ ​ໂດຍທະຫານໄນຈີ​ເຣຍ.

​ໃນ​ຂະນະ​ດຽວ​ກັນ ພວກ​ພະນັກງານ​ໄດ້​ເກັບເອົາ​ບັນດາຊາກ​ສົບຢູ່​ໃນ​ເມືອງຫຼວງ ຂອງລັດ
ຄືເມືອງ Maiduguri ​ໃນ​ວັນ​ຈັນ​ວານ​ນີ້ ນຶ່ງ​ມື້​ຫລັງ​ຈາກທະຫານ​ ໄດ້ ຂັບ​ໄລ່ ພວກ Boko
Haram ທີ່​ພະຍາຍາມ ເຂົ້າ​ຍຶດ​ເອົາ​ເມືອງດັ່ງກ່າວ.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມປອດ​ໄພ​ໄນ​ຈີ​ເຣຍ ຄົນ​ນຶ່ງ ກ່າວ​ວ່າ ພວກ​ນັກລົບຢ່າງໜ້ອຍ 500
ຄົນ​ໄດ້​ຖືກ​ສັງຫານ​ໃນ​ເມືອງ Maiduguri ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ແຕ່​ໂຕ​ເລກ​ດັ່ງກ່າວ​ຍັງ​
ບໍ່ທັນ​ໄດ້​ຮັບການຢືນຢັນເທື່ອ.

ທ່ານ Abdulkareem Haruna ນັກ​ຂ່າວ​ວີ​ໂອ​ເອ ທີ່​ເມືອງ Maiduguri ກ່າວ​ວ່າ ມີ​ພົນລ
​ເຮືອນ​ຫລາຍ​ຄົນ​ໄດ້​ເສຍ​ຊີວິດ ຈຳນວນ​ນຶ່ງ​ແມ່ນຍ້ອນການ​ສູ້​ລົບ ຄຽງບ່າຄຽງໄຫລ່​ກັບ​
ທະຫານ ແລະອີກຈຳນວນນຶ່ງແມ່ນຍ້ອນຖືກລູກຫລົງແລະ ​ການຖີ້ມລະ​ເບີດຂອງກອງ​ທັບ
​ອາກາດ​ໄນ​ຈີ​ເຣຍ.

Your browser doesn’t support HTML5

NIGERIA BOKO HARAM CNPK 6.1