ປ.ໄນຈີເຣຍ ຍົກເລີກ ການເດີນທາງ ໄປຢ້ຽມຢາມ ເມືອງ Chibok (ວີດີໂອ)

FILE - Nigerian President Goodluck Jonathan speaks to the media on the situation in Chibok.

ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ໄດ້ຍົກ
ເລີກແຜນການເດີນທາງໄປຢ້ຽມຢາມຫົວເມືອງແຫ່ງນຶ່ງໃນພາກ ຕາເວັນອອກສຽງເໜືອ ຂອງປະເທດ ບ່ອນທີ່ ໃນເດືອນແລ້ວນີ້ ພວກອິສລາມຫົວຮຸນແຮງ ໄດ້ຈັບເອົາ ພວກເດັກນ້ອຍນັກຮຽນ
ແມ່ຍິງຫລາຍກວ່າ 200 ຄົນ ໄປເປັນຕົວປະກັນນັ້ນ.

ເຈົ້າໜ້າທີ່ ກ່າວໃນວັນສຸກ ມື້ນີ້ວ່າ ທ່ານ Jonathan ບໍ່ສາມາດ
ເດີນທາງໄປຍັງເມືອງ Chibok ໃນແຂວງ Borno ຍ້ອນເຫດຜົນ ທາງດ້ານຄວາມປອດໄພ.

Your browser doesn’t support HTML5

NIGERIA SCHOOLGIRLS CNPK


ການລັກພາໂຕພວກເດັກນ້ອຍນັກຮຽນຍິງຂະໜາດໃຫຍ່ໃນວັນທີ 14 ເມສາຜ່ານມາ ໂດຍກຸ່ມ ຫົວຮຸນແຮງ Boko Haram ໄດ້ກໍ່ໃຫ້ເກີດປະຕິກິລິຍາ ສະແດງຄວາມໂກດແຄ້ນ ແລະກ່າວຫາ ລັດຖະບານວ່າ ບໍ່ໄດ້ດຳເນີນການ ຢ່າງພຽງພໍ ເພື່ອຊ່ອຍໃຫ້ພວກເດັກຍິງເຫຼົ່ານີ້ ໃຫ້ກັບຄືນ ໄປຫາຄອບຄົວເຂົາເຈົ້າ. ລັດຖະບານໄນຈີເຣຍກ່າວວ່າ ຕົນໄດ້ພິຈາລະນາເບິ່ງທຸກຊ່ອງທາງ ເພື່ອໃຫ້ມີການປ່ອຍ ພວກນັກຮຽນຍິງເຫຼົ່ານີ້ ດ້ວຍຄວາມປອດໄພ.

ປະທານາທິບໍດີ Jonathan ເວລານີ້ ມີແຜນການທີ່ຈະເດີນທາງໄປຮ່ວມ ກອງປະຊຸມຄວາມ ໝັ້ນຄົງພູມີພາກ ທີ່ຈະໄຂຂຶ້ນ ໃນວັນເສົາມື້ອື່ນນີ້ ໂດຍປະທານາທິບໍດີຝຣັ່ງ ທ່ານ Francois Hollande. ປະທານາທິບໍດີຂອງ Benin Cameroon Niger ແລະ Chad ກໍມີກຳນົດ ທີ່ຈະ ເດີນທາງໄປຮ່ວມ ກອງປະຊຸມດັ່ງກ່າວນີ້.

Your browser doesn’t support HTML5

Muslim Reaction to Schoolgirl Abductions Debated