ປະທານາທິບໍດີ ໄນຈີເຣຍ ຢ້ຽມຢາມ ສະຫະລັດ

ປະທານາທິບໍດີ ໄນຈີເຣຍ Muhammadu Buhari ກ່າວຄຳປາໄສໃນການຖະແຫຼງຂ່າວ ຫຼັງຈາກກອງປະຊຸມໃຫຍ່ ຂອງບັນດາຜູ້ນຳລັດ ແລະ ລັດຖະບານຂອງ ຄະນະກຳມະການລຸ່ມແມ່ນ້ຳ Chad ຫຼື (LCBC) ນະຄອນຫຼວງ Abuja, Nigeria, 11 ມິຖຸນາ, 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ເປັນ​ເຈົ້າພາບ ຕ້ອນຮັບ​ປະທານາທິບໍດີ ໄນ​ຈີ​ເຣຍ ທ່ານ Muhammadu Buhari ​ເພື່ອ​ປະ​ຊຸມກັນ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ທຳນຽບຂາວ ກ່ຽວ​ກັບ ບັນຫາການ​ຂົ່ມຂູ່​ຈາກ ພວກ​ຫົວ​ຮຸ​ນ​ແຮງ ​ໂບ​ໂກ ຮາຣາມ ​ຊຶ່ງ​ຄາດ​ວ່າ​ຈະ​ເປັນ​ຫົວ​ຂໍ້​ການ​ປຶກສາ​ຫາລື​ສູງ​ສຸດ ​ໃນ​ລາຍການ​ຂອງ​ກອງ​ປະຊຸມດັ່ງກ່າວ.

ຜູ້​ນຳ​ທັງ​ສອງ​ທ່ານ, ພ້ອມ​ດ້ວຍ​ຮອງ​ປະທານາທິບໍດີ ສະຫະລັດ ​ທ່ານ ໂຈ ບາຍເດັນ, ມີ​ທ່າ​ທາງວ່າ ​ຈະປຶ​ກສາ​ຫາລືກັນ ​ກັບຂໍ້​ສະ​ເໜີ​ການ​ປະຕິ​ຮູ​ບ ທາງ​ດ້ານການ​ເມືອງ ​ແລະ ​ເສດຖະກິດ​ໃນ
ໄນ​ຈີ​ເຣຍ ​ເຊິ່ງ​ແນ​ໃສ່​ຍຸຕິການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ກວ້າງຂວາງໃນ​ປະ​ເທດ.ການ​ເດິີນທາງ​ຢ້ຽມ​ຢາມສີ່​ມື້ ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທ່ານ Buhari ​ໄດ້​ມານະ​ຄອນ​ຫຼວງ
ວໍ​ຊິງ​ຕັນ ຕັ້ງ​ແຕ່​ໄດ້​ຖືກເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ໃນ​ເດືອນ ມີນາ ​ແລະ ​ເລີ່​ມປະຕິບັດ​ໜ້າ​ທີ່ໃນເດືອນ​ ພຶດສະພາ ທີ່​ຜ່ານ​ມາ​ນີ້ ​ໃນ​ການ​ປ່ຽນ​ຜູ້​ກຳ​ອຳ​ນາດ​ຢ່າງ​ສັນຕິ​ທີ່​ຫາ​ໄດ້​ຍາກ ​
ໃນ​ປະ​ເທດ ​ໄນ​ຈີ​ເຣຍ.

ທຳ​ນຽບຂາວ​ກ່າວ​ວ່າ ການ​ຢ້ຽມຢາມ​ນີ້ແມ່ນເປັນການ​ເນັ້ນ​ຢ້ຳ “ຄຳ​ໝັ້ນ​ສັນຍາຂອງ ສະຫະລັດ ເພື່ອ​ເສີ​ມສ້າງ ​ແລະ ຂະຫຍາຍການ​ເປັນ​ພັນທະ​ມິດ​ຂອງພວກ​ເຮົາກັບ ​ລັດຖະບານ​ໃໝ່ ໄນ​ຈີ​ເຣຍ” ​ແລະ ສະໜັບສະໜູນ​ປະ​ຊາ​ຊົນ​ຂອງ​ພວກ​ເຂົາ​ເຈົ້າ.