ກອງທັບໄນຈີເຣຍ ກ່າວວ່າ ຜູ້ຖືກລັກພາໂຕໄປ 700 ຄົນ ໂດຍ ກຸ່ມກໍ່ການຮ້າຍ ໂບໂກຮາຣາມ ໄດ້ພາກັນລັກໜີ

ຮູບພາບຈາກ ວີດີໂອຂອງ ພວກກໍ່ການຮ້າຍ ໂບໂກຮາຣາມທີ່ ພາກັນ ເດີນສວນສະໜາມ ດ້ວຍລົດຫຸ້ມເກາະຂອງເຂົາ ທີ່ບໍ່ຮູ້ບ່ອນ ຢູ່ວ່າແມ່ນເມືອງໃດ

ກອງ​ທັບ​ໄນ​ຈີ​ເຣຍກ່າວ​ວ່າ ຫລາຍ​ກວ່າ 700 ຄົນ​ທີ່​ຖືກ​ລັກພາ​ໂຕ​ໄປໂດຍ ກຸ່ມ​ຫົວ​ຮຸນ​
ແຮງ​ໂບ​ໂກ​ຮາ​ຣາມ ​ໄດ້​ພາກັນ​ຫລົບໜີ​ຈາກ​ບ່ອນ​ກັກ​ຂັງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ
​ເໜືອ​ຂອງ​ປະ​ເທດ. ​ໂຄສົກ​ທະຫານ ພັນ​ເອກ ທິ​ໂມ​ທີ ອັນ​ຕິ​ກາ ກ່າວ​ວ່າ ​ຜູ້ທີ່ຖືກ​ລັກພາໂຕໄປທີ່ໄດ້ຫຼົບ​ໜີ ​ໄດ້​ໃຫ້ບ່ອນຢູ່​ອາ​ໄ​ສຢູ່ໃນຄ້າຍ​ທະຫານ ຢູ່​ທາງ​ພາກ​ຕາ​ເວັນ
​ອອກ ສຽງ​ເໜືອຂອງ​ເມືອງ​ມັງ​ກູ​ໂນ ລັດ​ບອກ​ໂນ. ທ່ານ​ອັນ​ຕິ​ກາ ບໍ່​ໄດ້​ກ່າວເຖິງ​ໄລຍະ
​ເວລາ​ທີ່​ພວກ​ກັກ​ຂັງ​ໄດ້​ຫລົບໜີ ຫລື​ຢູ່ບ່ອນໃດ ​ຫລື​ວ່າ​ຍັງ​ຢູ່​ໃນ​ຄ້າຍ​ທະ​ຫານຫຼືບໍ່. ບໍ່
​ໄດ້​ມີ​ການ​ຢັ້ງຢືນອ້າງ​ອີງ​ຂອງ​ທະຫານແຕ່ຢ່າງໃດ.

ຢູ່​ໃນ​ຖະ​ແຫລ​ງການ ທ່ານ​ອັນ​ຕິກາ ກ່າວ​ວ່າ ພວກ​ຖືກ​ລັກພາ​ໂຕ​ໄປ ຮວມທັງ​ພວກ​ຜູ້​
ຊາຍ ​ແມ່​ຍິງ ​ແລະ​ເດັກນ້ອຍ ​ແລະ​ທ່ານ​ກ່າວ​ວ່າ ສ່ວນ​ໃຫຍ່ຖືກ​ບັງ​ຄັບ​ໃຫ້​ເຮັດ​ວຽກ
ອອກແຮງ​ງາ​ນຢູ່ສວນ​ປູກຝັງ ​ໂດຍ​ພວກ​ກະບົດ ​ຢູ່​ຕາມ​ເກາະ​ຕ່າງໆ​ໃນ​ເກາະ ດອນ ທີ່
​ພວກ​ຫົວ​ຮຸນ​ແຮງ​ພາກັນລີ້ຊ່ອນຂອງ​ເຂົາ​.

​ໂຄສົກ​ກ່າວ​ວ່າ​ການ​ຫລົບໜີ​ຂອງພວກຖືກ​ກັກ​ຂັງ​ ​ໄດ້​ພົວພັນ​ກັບ​ການ​ປະຕິບັດ​ງານ​ທາງ
​ທະຫານ​ຫວ່າງ​ມໍ໋ໆ​ມາ​ນີ້​ ຕ້ານ​ພວກ​ຫົວ​ຮຸນ​ແຮງ ມີ​ຊື່ວ່າ ດິບ ພັນ​ຈ໌ ສອງ. ທ່ານ​ກ່າວ​ວ່າ
ການ​ປະຕິບັດ​ງານ​ໄດ້​ແນ​ໃສ່ “ການ​ທຳລາຍ​ທີ່ຢູ່ ​ແລະ​ຈຸດ​ຕ່າງໆ​ຂອງ ​ໂບ​ໂກ ຮາຣໍາ ​ເຊັ່ນ
ວ່າ​ບັນດາ​ສູນ​ກາງ​ສື່ສານ ບ່ອນຕົວະ​ຍົວະ ອຸບປະກອນ​ເຮັດ​ລະ​ເບີດ ຍາ​ນພາຫາ​ນະ ​ແລະ​ຈຸດປະສົງໃຊ້​ສອຍອື່ນໆ.” ຢູ່​ໃນຖະ​ແຫລ​ງການ​ປີ​ໃໝ່ ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານມູຮໍາ​
ມາ​ດູ ບູຮາຣີ ກ່າວ​ວ່າ ​ໂບ​ໂກ​ຮາຣາມ ​ໄດ້​ຖືກ​ທຳລາຍ.

​ໂບ​ໂກຣາຣາມ ​ໄດ້​ສັງຫານ​ປະມານ 20,000 ຄົນ​ໃນ​ໄລນະ​ຍາວແປດ​ປີຂອງ​ການ ເປັນ
ກະບົດ ທີ່​ໄດ້​ແນ​ໃສ່ພາກສ່ວນ​ຂອງ​ໄນ​ຈີ​ເຣຍ​ເຂົ້າ​ສູ່ຄວາມ​ຈົງ​ຮັກ​ພັກດີ​ຂອງ​ລັດ​ອິສລາມ.

ຕຳຫລວດ ພົນລະ​ເຮືອນ ​ໂບດ​ຕ່າງໆ ​ແລະ​ວັດ​ມຸສລິິມ ​ໄດ້​ຮວມຢູ່​ເປົ້າ​ໝາຍ​ການ​ໂຈມ​ຕີ.

ວັນ​ຈັນ​ແລ້ວ​ນີ້ ​ໃນ​ວັນ​ຄຣິສມັສ ພວກ​ທະຫານ​ໄນ​ຈີ​ເຣຍກ່າວ​ວ່າ​ເຂົາ​ເຈົ້າໄດ້​ຂັບ​ໄລ່​ຄວາ​ມ
ພະຍາ​ຍາມ​ໂຈມ​ຕີ​ກໍ່​ການ​ຮ້າຍ ທີ່​ສົງ​ໄສ​ວ່າ​ເປັນ​ພວ​ກຫວົຮຸນ​ແຮງໂບ​ໂກ​ຮາຣໍາຢູ່​ໃນ​ເມືອງ​
ແມ​ດູ​ກູຣີ.

ພວກ​ເຈົ້າ​ໜ້າ​ທີ່​ທະຫານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ວ່າ​ມີ​ຫຍັງ​ເກີດ​ຂຶຶ້ນ.

​ແຕ່ຜູ້ນຳ​ທະຫານ​ບ້ານ​ຄົນ​ນຶ່ງ​ກ່າວ​ຕໍ່​ອົງການ​ຂ່າວຝຣັ່ງວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ໃຊ້​ການ
​ຄູ້​ມກັນ​ຂອງ​ຂະ​ບວນລົດ​ພົນລະເຮືອນ ​ເພື່ອ​ເຂົ້າ​ໄປ​ຫາ​ດ່ານ​ກວດ​ທະຫານ ຢູ່​ນອກ​ເມືອງ
​ແລະ​ໄດ້​ເລີ້ມ​ຍິງ.

ພວກ​ທະຫານ​ໄດ້​ຕອບ​ໂຕ້​ດ້ວຍ​ອາວຸດ​ປືນ​ຂອງ​ເຂົາ​ເຈົ້າ. ກຳລັງ​ໜູນ​ຫລັງ​ຢູ່​ໃນ​ເມືອງ​ແມ​ດູ
​ກູຣີ ​ໄດ້​ຮີບ​ຮ້ອນ​ມາ​ບ່ອນ​ເກີດ​ເຫດ ຂັບ​ໄລ່​ພວກກໍ່​ການ​ຮ້າຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ