ສະພາຕ່ຳຂອງໄນຈີເຣຍ ໄດ້ປະຕິເສດ ຕໍ່ການຮ້ອງຂໍຂອງປະ
ທານາທິບໍດີ Goodluck Jonathan ເພື່ອຢາກຕໍ່ອາຍຸພາວະ
ສຸກເສີນ ຢູ່ໃນ 3 ລັດທາງພາກຕາເວັນອອກສຽງເໜືອ ຂອງ
ປະເທດ ຊຶ່ງເປັນບ່ອນທີ່ກອງທັບ ພວມທຳການຕໍ່ສູ້ ກັບພວກ
ກຸ່ມຫົວຮຸນແຮງໂບໂກ ຮາຣາມນັ້ນ.
ພັກຝ່າຍຄ້ານທີ່ໃຫຍ່ສຸດຂອງປະເທດ ກ່າວໃນວັນພະຫັດວານນີ້
ວ່າ ອຳນາດພິເສດນັ້ນ ແມ່ນໄດ້ປະສົບກັບ ຄວາມຫລົ້ມແຫລວ
ຢ່າງສິ້ນເຊີງ ໃນການຫລຸດຜ່ອນ ການກໍ່ຄວາມວຸ້ນວາຍ ຂອງພວກ
ຫົວຮຸນແຮງອິສລາມ ຢູ່ໃນຂົງເຂດ ແລະໄດ້ໝົດກຳນົດໄປແລ້ວ.
ແຕ່ຢ່າງໃດກໍຕາມ ປະທານາ ທິບໍດີ ຍັງຄົງມີອຳນາດ ທີ່ຈະສົ່ງກອງ
ທະຫານ ໄປຍັງເຂດຕ່າງໆທີ່ມີບັນຫາຂອງປະເທດໄດ້.
ກອງກຳລັງຮັກສາຄວາມປອດໄພ ໄດ້ຍິງແກັສນ້ຳຕາເຂົ້າໄປໃນສະພາ ເມື່ອວັນພະຫັດວານນີ້ ໃນການປະທະກັນກັບ ພວກສະໜັບສະໜຸນ ປະທານສະພາຕ່ຳ ທ່ານ Aminu Tambuwal ຢ່າງນ້ອຍ ຈຳນວນ 200 ຄົນ ຜູ້ທີ່ຕຳຫລວດຫາທາງຂັດຂວາງບໍ່ໃຫ້ພວກເຂົາເຈົ້າ ເຂົ້າໄປ ອອກສຽງໃນສະພາ. ຄົນຜູ້ນຶ່ງ ຢູ່ໃນສະຖານທີ່ແຫ່ງນັ້ນ ກ່າວວ່າ ຢູ່ທີ່ ຫ້ອງຮັບຮອງຂອງສະພາ ນອກຫ້ອງປະຊຸມນັ້ນ ແມ່ນເຕັມໄປດ້ວຍຄວັນແກັສນ້ຳຕາ ໃນຂະນະທີ່ຫລາຍໆ ຄົນ ຫາຍໃຈບໍ່ໄດ້ ແລະ ຊອກຫາທາງອອກໄປຂ້າງນອກ.
ໃນທີ່ສຸດ ກອງປະຊຸມແບບປິດລັບ ຂອງສະມາຊິກສະພາບາງສ່ວນ ໄດ້ມີຂຶ້ນກັບປະທານສະພາຕ່ຳ ແລະກໍໄດ້ມີການຕັດສິນໃຈວ່າ ຈະບໍ່ຕໍ່ອາຍຸ ພາວະສຸກເສີນ ທີ່ຮ້ອງຂໍໂດຍ
ປະທານາທິບໍດີນັ້ນ ແຕ່ບໍ່ໄດ້ມີການລົງຄະແນນສຽງໃດໆເລີຍ.
Your browser doesn’t support HTML5
NIGERIA VO