ກຳລັງ ໄນຈີເຣຍ ຂັບໄລ່ ພວກກະບົດ ໃຫ້ແຕກຖອຍໄປ (ວີດີໂອ)

ຮູບພາບວີດີໂອ ທີ່ນາຍ Abubakar Shekau ຫົວໜ້າກຸ່ມຫົວຮຸນແຮງຈັດ ກ່າວປາໄສຢູ່ສະຖານທີ່ແຫ່ງນຶ່ງ ທີ່ບໍ່ເປີດເຜີຍໃຫ້ຮູ້ວ່າຢູ່ໃສ ວັນທີ 24 ສິງຫາ, 2014.

ພວກ​ຫົວ​ຮຸນ​ແຮງ​ອິສລາມ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຍອມ​ຈຳນົນ​ທີ່​ໄນ​
ຈີ​ເຣຍ ຫຼັງຈາກ​ກອງທັບ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ
​ພາກ​ພື້ນ​ດິນ​ຫວ່າງ​ໄວໆ​ມາ​ນີ້ ຕໍ່​ກຸ່ມ​ຫົວ​ຮຸນ​ແຮງ Boko Haram.

ກະຊວງ​ປ້ອງ​ກັນ​ປະ​ເທດ​ໄນ​ຈີ​ເຣຍ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ
​ໄດ້​ສັງຫານ​ພວກ​ກະບົດ​ຫຼາຍ​ຮ້ອຍ​ຄົນ​ໃນ​ພາກ​ຕາ​ເວັນ​ອອກສຽງ​
ເໜືອ​ຂອງ​ປະ​ເທດ ຮວມທັງ​ນາຍ Mohammed Bashir ທີ່​ກອງ
ທັບ​ໄນ​ຈີ​ເຣຍ ຢັ້ງຢືນ​ວ່າເປັນ​ຄົນດຽວກັນກັບ​ຢູ່​ໃນ​ພາບ​ວີ​ດີ​ໂອ ທີ່​
ວ່າ​ເປັນ​ນາຍ Abukabar Shekau ຜູ້ນຳ​ກຸ່ມ Bolko Haram ນັ້ນ.

ກອງທັບ​ເຄີຍ​ອ້າງ​ມາ​ແລ້ວວ່າ ນາຍ Shekau ​ໄດ້​ຖືກຂ້າຕາຍ​ໃນ​
ການ​ສູ້​ລົບ​ກັນ​ໃນ​ປີ​ແລ້ວ​ນີ້.

ກອງທັບ​ໄນ​ຈີ​ເຣຍ ກ່າວ​ວ່າ ກຸ່ມ​ດັ່ງກ່າວ​ໄດ້​ພະຍາຍາມ​ຍຶດ​ເອົາ​ເມືອງ Konduga ​ແຕ່​ໄດ້​ຖືກຂັບໄລ່​ໃຫ້ແຕກ​ຖອຍ​ໄປ ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ​ ແລະ​ກຳລັງ​ທາງ​ພາກ​ພື້ນ​ດິນ.

​ໃນ​ຊ່ວງ​ການ​ກໍ່ກະບົດ​ຂອງ​ກຸ່ມ Boko Haram ນັ້ນ ກຸ່ມ​ດັ່ງກ່າວ​ໄດ້​ນຳພາບ​ວີ​ດີ​ໂອ​ອອກ​
ມາ​ເຜີຍແຜ່ຫຼາຍ​ຄັ້ງແລ້ວ ທີ່​ສະ​ແດງ​ໃຫ້​ເຫັນ​ຊາຍ​ຄົນ​ນຶງທີ່​ອ້າງວ່າ​ຕົນ​ເປັນ​ຜູ້ນຳ​ຂອງ​ກຸ່ມ ຄື​ນາຍ Abukabar Shekau ​ໂດຍອອກການ​ຂົ່ມຂູ່​ແລະຄຳ​ເຍາະ​ເຍີ້​ຍຕ່າງໆຕໍ່​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ.

ພາບ​ວີ​ດີ​ໂອ​ອັນ​ນຶ່ງ ​ໄດ້​ສະ​ແດ​ງວ່າ ຜູ້​ກ່ຽວ​ເປັນ​ຜູ້​ຮັບຜິດຊອບ​ ໃນ​ການ​ລັກພາ​ໂຕ​ພວກ​ເດັກ​ນັກຮຽນ​ຍິງ 200 ຄົນ​ຈາກ​ບ້ານ Chibok ທີ່​ຕັ້ງ​ຢູ່​ສອກຫຼີກ​ຫ່າງ​ໄກ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຮ້ອງ​ໂຮ​ຂຶ້ນ​ ຈາກ​ນາໆ​ຊາດ ​ແລະ​ເວລາ​ນີ້ ພວກ​ເດັກ​ນັກຮຽນ​ຍິງ​ດັ່ງກ່າວ ຍັງ​ຖືກ​ຄຸມ​ຂັງ​ໄວ້​ຢູ່.

Your browser doesn’t support HTML5

nigeriaviolence25september14