ບັນດານັກຊ່ຽວຊານ ໄນຈີເຣຍ ຍິນດີກັບການອະນຸມັດຢາວັກຊີນ R21, ແຕ່ຍັງມີຄວາມສົງໄສ

ແຟ້ມຮູບ-ເຈົ້າໜ້າທີ່ທາງການແພດ ກໍາລັງກະກຽມຢາວັກຊີນ ຢູ່ໃນບ້ານມາລາວີ ຂອງເມືອງໂຕມາລີ, ວັນທີ 11 ທັນວາ 2019. ໃນອາທິດທີ່ຜ່ານມານີ້, ປະເທດໄນຈີເຣຍ ໄດ້ຮັບປະກາດການອະນຸມັດຢາວັກຊີນ R21 ຊົ່ວຄາວ ສໍາລັບການຕັດສິນໃຈປ້ອງກັນພະຍາດມາລາເຣຍ.

ໄນຈີເຣຍ ກາຍມາເປັນປະເທດທີສອງ ຂອງທະວີບອາຟຣິກາ ທີ່ໄດ້ໃຫ້ ການອະນຸມັດຢາວັກຊີນ ປ້ອງກັນມາລາເຣຍ R21 ຂອງມະຫາວິທະຍາໄລ ອອກ​ສ໌ຝອດ, ເຊິ່ງເປັນເວລາພຽງນຶ່ງອາທິດ ຫຼັງຈາກການາໄດ້ໃຫ້ອະນຸມັດໄປກ່ອນນັ້ນແລ້ວ. ອົງການອະນາໄມໂລກ ຫຼື WHO ກ່າວວ່າ ພະຍາດໄຂ້ມາລາເຣຍ ໄດ້ເຮັດໃຫ້ປະຊາຊົນໃນປະເທດໄນຈີເຣຍ ເສຍຊີວິດໃນແຕ່ລະປີ ຫຼາຍກວ່າປະເທດອື່ນໆຢູ່ໃນທົ່ວໂລກ. ຜູ້ເຄາະຮ້າຍທີ່ມີຈໍານວນຫຼວງຫຼາຍນັ້ນແມ່ນເດັກນ້ອຍ. ທີໂມທີ ໂອບີຊູ (Timothy Obiezu) ມີລາຍງານຈາກນະຄອນ ຫຼວງອາບູຈາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຮັບຟັງລາຍງານກ່ຽວກັບ ຄວາມຍິນດີໃນການອະນຸມັດຢາວັກຊີນມາລາເຣຍ R21 ໃນປະເທດໄນຈີເຣຍ.

ອົງການຄຸ້ມ​ຄອງ​ແລະ​ຄວບ​ຄຸມອາຫານແລະຢາແຫ່ງຊາດຂອງປະເທດໄນຈີເຣຍ ຫຼື NAFDAC ໄດ້ປະກາດ​ໃຫ້​ການອະນຸມັດຢາວັກຊີນ R21 ຊົ່ວຄາວ ໃນລະ ຫວ່າງການຖະແຫຼງຂ່າວມື້ວັນຈັນອາ​ທິດ​ແລ້ວ.

ການຕົກລົງເຫັນດີຂອງພະແນກການທີ່ອອກກົດຂໍ້ບັງຄັບດັ່ງກ່າວ ມີຂຶ້ນພຽງບໍ່ເທົ່າໃດມື້ລຸນຫຼັງປະເທດການາ ໄ​ດ້​ໃຫ້ການອະນຸມັດໄປກ່ອນໜ້ານັ້ນ.

ອົງການ NAFDAC ກ່າວວ່າ ຢາວັກຊີນມີປະສິດທິພາບ 70 ຫາ 80 ເປີເຊັນໃນການປ້ອງກັນຕໍ່ການເກີດພະຍາດ ທີ່ມີຍຸງເປັນໂຕນໍາເຊື້ອໂຣກ, ເຊິ່ງມັນສາ ມາດປ້ອງກັນເດັກນ້ອຍໄດ້ຈໍານວນຫຼາຍລ້ານຄົນ.

ຜູ້ອໍານວຍການໃຫຍ່ຂອງອົງການ NAFDAC ທ່ານໂມຈີໂຊລາ ອະເດເຢເຢ (Mojisola Adeyeye) ກ່າວກັບບັນດານັກຂ່າວວ່າ:

“ຢາວັກຊີນດັ່ງກ່າວ ແມ່ນໃຊ້ປ້ອງກັນບັນດາເດັກນ້ອຍ ຈາກພະຍາດໄຂ້ມາລາເຣຍ ຢູ່ຕາມສະຖານທີ່ບໍລິການສຸຂະພາບຕ່າງໆ ໂດຍໃຊ້ສໍາລັບເດັກຕັ້ງແຕ່ອາຍຸ 3 ເດືອນ ຫາ 3 ປີ.”

ອົງການ NAFDAC ບໍ່ໄດ້ເປີດເຜີຍວ່າ ມື້ໃດຢາວັກຊີນດັ່ງກ່າວຈະຖືກນໍາອອກມາໃຊ້, ແຕ່ ທ່ານ ອະເດເຢເຢ ກ່າວວ່າ ໄນຈີເຣຍ ຈະດໍາເນີນການສຶກສາລາຍລະອຽດທາງຄລີນິກ ແລະການຢາ ຢູ່ໃນປະເທດເພີ້ມຕື່ມ.

ອົງການ WHO ກ່າວວ່າ ມີປະຊາຊົນປະມານ 600,000 ຄົນ ເສຍຊີວິດຈາກໄຂ້ມາລາເຣຍໃນແຕ່ລະປີ, ສ່ວນຫຼາຍແມ່ນປະເທດຢູ່ໃນທະ​ວີບອາຟຣິກາ ແລະຜູ້ທີ່ເສຍຊີວິດທັງຫຼາຍເຫຼົ່ານັ້ນແມ່ນບັນດາເດັກນ້ອຍ.

ໄນຈີເຣຍ ມີຈໍານວນກໍລະນີຂອງຜູ້ຕິດເຊື້ອ ແລະເສຍຊີວິດ ຈາກພະຍາດໄຂ້ມາລາເຣຍສູງທີ່ສຸດໃນໂລກ, ເຊິ່ງສູງເຖິງ 27 ເປີເຊັນ ແລະ 32 ເປີເຊັນຕາມລໍາດັບ.

ບັນດາຜູ້ຊ່ຽວຊານທາງດ້ານການແພດກ່າວວ່າ ຢາວັກຊີນດັ່ງກ່າວນີ້ ອາດຈະເປັນສິ່ງສໍາລັບເກມການປ່ຽນແປງ.

ທ່ານກຸນເລ ໂອໂລບາໂຢ (Kunle Olobayo) ເຊິ່ງເປັນນັກວິທະຍາສາດ ແລະເປັນຫົວໜ້າທີມນັກຄົ້ນຄວ້າ ຢູ່ທີ່ສະຖາບັນກ່ຽວກັບການ​ຄົ້ນ​ຄວ້າ ແລະການພັດທະນາ ທາງດ້ານຢາແຫ່ງຊາດ ກ່າວວ່າ:

“ການຄວບຄຸມ ແລະປ້ອງກັນການແຊກແຊງຂອງພະຍາດໄວ້ກ່ອນ ຈະເປັນປະໂຫຍດຫຼາຍທີ່ສຸດ ໂດຍສະເພາະ ໃນປະເທດໄນຈີເຣຍ. ຄວາມຈິງຂອງບາດກ້າວ ໃນການຫຼຸດການແຊກແຊງຂອງພະຍາດລົງ ແມ່ນຍັງບໍ່ປະສົບຜົນ ສໍາເລັດຫຼາຍ ເນື່ອງຈາກລະດັບຂອງການພັດທະນາແລະລະດັບຂອງຄວາມ ທຸກຍາກຢູ່ພາຍໃນປະເທດ. ສະນັ້ນ, ມັນຍັງມີການປ່ຽນແປງຢູ່ສະເໜີ.”

ອົງການ WHO ຍັງບໍ່ໄດ້ອະນຸມັດຢາວັກຊີນ, ເຊິ່ງຫົວໜ້າໂຄງການພະຍາດມາລາເຣຍຂອງອົງການ WHO ປະຈໍາ ໄນຈີເຣຍ ທ່ານນາງລີນດາ ໂອຊໍ (Lynda Ozor) ກ່າວວ່າ ບັນດາເຈົ້າໜ້າທີ່ກໍາລັງກວດກາເບິ່ງ ກ່ຽວກັບຄວາມປອດໄພ ແລະປະສິດທິພາບຂອງຢາວັກຊີນດັ່ງກ່າວມານັ້ນ, ໂດຍທ່ານນາງກ່າວວ່າ:

“ອົງການ WHO ກໍາລັງກວດກາຂໍ້ມູນກ່ຽວກັບຢາວັກຊີນ R21, ເຊິ່ງໄດ້ຮັບການສະໜັບສະໜຸນໂດຍກຸ່ມຜູ້ຊ່ຽວຊານທີ່ໃຫ້ຄໍາປຶກສາອິດສະຫຼະ ສໍາລັບພູມຄຸ້ມກັນ ແລະພະຍາດມາລາເຣຍ ລະດັບໂລກ. ກຸ່ມດັ່ງກ່າວນີ້ ຈະໃຫ້ຄໍາແນະນໍາແກ່ອົງການ WHO ວ່າ ສົມຄວນທີ່ຈະໃຊ້ຢາວັກຊີນ R21 ຫຼືບໍ່. ຢາດັ່ງກ່າວ ໄດ້ຮັບການອະນຸມັດໂດຍອົງການ WHO ເພື່ອສະແດງຄວາມຍິນດີ ໃນການເປີດໂຕຢາວັກຊີນດັ່ງກ່າວນີ້ຄັ້ງທໍາອິດ.”

ໃນປີທີ່ຜ່ານມາ, ອົງການ WHO ຕົກລົງເຫັນດີໃຫ້ຢາວັກຊີນ Mosquirix ເປັນຢາວັກຊີນສໍາລັບພະຍາດມາລາເຣຍທໍາອິດຂອງໂລກ.

ທ່ານໂອໂລບາໂຢ ກ່າວວ່າ ຖ້າບໍ່ມີການສະໜັບສະໜຸນຈາກການບໍລິຈາກ, ປະເທດໄນຈີເຣຍ ອາດຈະພົບກັບຄວາມຫຍຸ້ງຍາກ ຈາກການຮັບຢາວັກຊີນດັ່ງກ່າວມາຂ້າງເທິງນັ້ນ, ເຊິ່ງທ່ານໄດ້ກ່າວວ່າ:

“ຖ້າພວກເຮົາຄິດເຖິງກອງທຶນພາຍໃນປະເທດ, ກອງທຶນແຫ່ງຊາດ, ຂ້າພະເຈົ້າຈະມີຄວາມກັງວົນກ່ຽວກັບມັນໃນທັນທີ. ໃນປະຫວັດສາດ ຢາວັກຊີນໃນປະເທດໄນຈີເຣຍ ມັກຈະຂຶ້ນຢູ່ກັບກອງທຶນທີ່ໄດ້ຮັບຈາກການບໍລິຈາກ. ຂ້າພະເຈົ້າມີຄວາມຮູ້ສຶກວ່າ ມັນຈະຕ້ອງມີກອງທຶນສາກົນທີ່ໝັ້ນຄົງ ເພື່ອໃຫ້ມີຢາເຫຼົ່ານີ້ພຽງພໍ ສໍາລັບໃຊ້ໃນທົ່ວປະເທດ.”

ມະຫາວິທະຍາໄລອອກສ໌ຝອດ ກໍາລັງດໍາເນີນງານກັບສະຖາບັນ Serum ຂອງປະເທດອິນເດຍ ເພື່ອຜະລິດຢາວັກຊີນມາລາເຣຍ R21 ໃຫ້ໄດ້ 200 ລ້ານໂດສໃນທຸກໆປີ.

ອ່ານບົດລາຍງານນີ້ເປັນພາສາອັງກິດ