ປ.ໄນຈີເຣຍ ຕັດສັ້ນ ການເດີນທາງ ຢ້ຽມຢາມ ຕ່າງປະເທດ (ວີດິໂອ)

ອາວຸດ ເຄື່ອງໃຊ້ສ່ວນໂຕ ແລະຊາກສົບ ຂອງກຸ່ມອິສລາມ ຫົວຮຸນແຮງ ໂບໂກ ຮາຣາມ ທີ່ບ້ານບາມາ ໃນເຂດໄມດູກູຣີ ລັດບອກໂນ ປະເທດໄນຈີເຣຍ (7 ພຶດສະພາ 2013)

ປະທານາທິບໍດີໄນຈີເຣຍ ໄດ້ຕັດການເດີນທາງໄປຢ້ຽມຢາມຕ່າງ
ປະເທດໃຫ້ສັ້ນລົງຫຼັງຈາກພວກຫົວຮຸນແຮງໄດ້ສັງຫານກຳລັງຮັກ ສາຄວາມສະຫງົບຈຳນວນຫຼາຍສິບຄົນໃນເຫດຮ້າຍ 2 ຄັ້ງອາທິດ
ນີ້.

ລັດຖະບານໄນຈີເຣຍກ່າວວ່າ ປະທານາທິບໍດີ Goodluck Jona-
than ໄດ້ຍົກເລີກການເດີນທາງຢ້ຽມຢາມອາຟຣິກາໃຕ້ ແລະເດີນ ທາງກັບຄືນນະຄອນຫຼວງ ອາປູຈາ ໃນທັນທີ. ລັດຖະບານເວົ້າວ່າ ທ່ານຈະທຳການພົບປະກັບບັນດານາຍທະຫານແລະຕຳຫຼວດທັນ
ທີ ທີ່ທ່ານເດີນທາງ ກັບຄືນໄປເຖິງ ເພື່ອທົບທວນ ສະຖານະການ
ດ້ານຄວາມໝັ້ນຄົງຂອງໄນຈີເຣຍ.

ທ່ານເດີນທາງກັບຄືນປະເທດ ຫຼັງຈາກການບຸກໂຈມຕີທີ່ສົງໄສວ່າເປັນນໍ້າມືຂອງກຸ່ມໂບໂກ ຮາຣາມ ທີ່ເມືອງບາມາໃນພາກຕາເວັນອອກສຽງເໜືອຂອງປະເທດ ໃນວັນອັງຄານຜ່ານມາ ທີ່ໄດ້ສັງຫານ 55 ຄົນ ຊຶ່ງຫຼາຍໆຄົນໃນຈຳນວນນີ້ແມ່ນເປັນຕຳຫຼວດແລະເຈົ້າໜ້າທີ່ຄຸມຄຸກ.

ໃນຂະນະດຽວກັນເຈົ້າໜ້າທີ່ໃນເຂດພາກກາງຂອງໄນຈີເຣຍກ່າວວ່າ ສະມາຊິກຂອງກຸ່ມສາ ສະໜານຶ່ງໄດ້ສັງຫານຕຳຫຼວດຢ່າງໜ້ອຍ 23 ຄົນທີ່ພວມຈະໄປຈັບຫົວໜ້າຂອງກຸ່ມດັ່ງກ່າວ.

ຕຳຫຼວດມີຄວາມກັງວົນ ກ່ຽວກັບກຸ່ມສາສະໜາດັ່ງກ່າວຊຶ່ງຮູ້ກັນໃນຊື່ Ombatse ໄດ້ຍຸແຍ່ ໃຫ້ເກີດຄວາມຮຸນແຮງ. ນັກຂ່າວຄົນນຶ່ງຂອງວີໂອເອພະແນກພາສາ Hausa ກ່າວວ່າ ກຸ່ມ ສາສະໜາດັ່ງກ່າວໄດ້ແຈກຢາຍຢາວິເສດຊະນຶ່ງນຶ່ງທີ່ເຊື່ອກັນວ່າຈະເຮັດໃຫ້ຜູ້ຄົນຫາຍໂຕ
ໄດ້ແລະບໍ່ສາມາດເອົາຊະນະໄດ້.

ນັກຂ່າວຄົນນີ້ ເວົ້າວ່າ ມີຢ່າງໜ້ອຍ 40 ຄົນ ໄດ້ເສຍຊີວິດ ໃນການຍິງຕໍ່ສູ້ກັນ ເມື່ອວັນອັງ ຄານຜ່ານມາ.

ວີດິໂອ: HRW ກ່າວຫາວ່າ ກອງທັບໄນຈີເຣຍ ປົກປິດ ການກໍ່ຄວາມຮຸນແຮງ:

Your browser doesn’t support HTML5

Military 'Cover-up' in Nigeria Violence says HRW