ປະທານາທິບໍດີ Jonathan ມີຄະແນນນໍາໜ້າ ຢ່າງຫລວງຫລາຍທີ່ໄນຈີເຣຍ

  • ສິງ ບູຣົມມະວົງ

ທ່ານ Muhammadu Buhari ຜູ້ແຂ່ງຂັນປະທານາທິບໍດີ ໂບກມືໃສ່ປະຊາຊົນຫລັງຈາກທ່ານປ່ອນບັດແລ້ວ ທີ່ເມືອງ Daura ໄນຈີເຣຍໃນວັນເສົາ ວັນທີ 16 ເມສາ 2011.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ໄນ​ຈີ​ເຣຍສະ​ແດງ​
ໃຫ້​ເຫັນ​ວ່າປະທານາທິບໍດີ Jonathan Goodluck ​ແຫ່ງ
ໄນ​ຈີ​ເຣຍ ​ໄດ້​ຮັບ​ຄະແນນ​ສຽງ​ນໍາ​ໜ້າຢ່າງ​ຂາດ​ຮອຍ​ໃນ​ວັນ​
ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່​ທາງ​ການ​ກ່າວ​ວ່າ ຂໍ້​ກ່າວ​ຫາ​ຕ່າງໆ​ທີ່​
ວ່າ​ມີ​ການສໍ້​ໂກງ​ບັດ​ຄະ​ແນນ​ສຽງ​ນັ້ນ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ
ຄວາມ​ວຸ້ນວາຍ​ຂຶ້ນ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ການ​ນັບ​ບັດ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ກໍານົດ​ຈະ​ດຳ​ເນີນ​ຕໍ່​ໄປ
ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຊຶ່ງ​ຄະນະ​ກໍາມະການ​ກໍາກັບ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ທີ່​ເປັນ​ອິດ​ສະລະ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Jonathan ຊະນະ​ໃນ 20 ລັດ​ໃນ​ຈໍານວນ​ທັງ​ໝົດ 36 ລັດ​ຂອງ​ປະ​ເທດ ​ແລະ​ໃນ​ເຂດ​ນະຄອນຫລວງ​ຂອງ​ປະ​ເທດ. ທ່ານ Muhammadu Buhari ຄູ່​ແຂ່ງ​ຄົນ​ສໍາຄັນ ​ໄດ້​ຊະນະ​ໃນ 7 ລັດ.

ຕໍາຫລວດ​ກ່າວ​ວ່າ ພວກ​ປະ​ທ້ວງ​ໄດ້​ພາກັນ​ເອົາ​ໄຟ​ຈູດ​ໃນ​ຖະໜົນ​ສາຍໜຶ່ງ​ໃນ​ເມືອງ Kaduna ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່​ລະ​ເບີດແຕກ​ຂຶ້ນ​ໃນ​ແລງ​ວັນ​ເສົາ​ຜ່ານ​ມາ​ນີ້​ທີ່​ໂຮມ​ແຮງ​ຫລັງ​ໜຶ່ງ ​ເຮັດ​ໃຫ້​ປະຊາຊົນ 8 ຄົນ​ໄດ້​ຮັບ​ບາດ​ເຈັບ.ນອກ​ນັ້ນ​ທາງ​ການ​ຍັງ​ແຈ້ງ​ໃຫ້​ຊາບ​ຕື່ມ​ວ່າມີ​ຄວາມ​ວຸ້ນວາຍ​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້​ທີ່​ເມືອງ Kano ​ແລະ​ເມືອງ Zaria.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໄດ້​ດໍາ​ເນີນ​ໄປຕາມ​ທ້ອງ​ຖິ່ນ ຊຶ່ງ​ທ່ານ Jonathan ​ໄດ້​ຄອບ​ງໍາ​ຄະ​ແນນ​ສຽງ​ໃນ​ພາກ​ໃຕ້ ຊຶ່ງ​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ຄຣສີ​ຕຽນ ​ແລະ​ທ່ານ Buhari ອະດີດ​ຜູ້​ປົກຄອງ​ປະ​ເທດ​ທີ່​ເປັນ​ທະຫານ ຊຶ່ງ​ຊະນະ​ການ​ເລືອກ​ຕັ້ງ​ໃນ​ພາກ​ເໜືອ​ຊຶ່ງ​ປະຊາຊົນ​ສ່ວນ​ຫລາຍ​ເປັນ​ຊາວ​ມຸສລິ​ມນັ້ນ. ບັນດາ​ນັກ​ສັງ​ເກ​ດການການ​ເລືອກ​ຕັ້ງ​ກ່າວ​ວ່າ ການ​ປ່ອນ​ບັດ​ເລື້ອກຕັ້ງ​ສ່ວນ​ຫລາຍ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ງຽບ​ສະຫງົບ ຊຶ່ງ​ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ພຽງ​ບໍ່​ເທົ່າ​ໃດ​ກໍລະນີ.

ຖ້າ​ຫາກ​ຜົນ​ຂອງ​ການ​ເລືອກ​ຕັ້ງຂັ້ນ​ສຸດ​ທ້າຍ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Jonathan ​ເປັນຜູ້
ຊະນະດັ່ງທີ່ທ່ານໄດ້ຮັບຄະແນນສຽງໃນເວລານີ້ ແມ່ນຖືກຕ້ອງຕາມຂໍ້​ບັງຄັບ​ ທີ່​ຈໍາ​ເປັນເພື່ອ​ຫລີກ​ລ້ຽງບໍ່ໃຫ້ມີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຮອບ​ຊີ້ຂາດ​. ຜູ້​ສະ​ໝັກ​ຄົນ​ໃດ​ກໍ​ຕາມ ຕ້ອງການ​ພຽງ​ແຕ່​ໄດ້​ຮັບ​ຄະ​ແນນ​ສຽງ​ຂ້າງ​ຫລາຍ​ເທົ່າ​ນັ້ນ ​ແລະ​ຢ່າງ​ນ້ອຍ​ໄດ້​ຮັບ​ຄະ​ແນນ​ສຽງ​ໃນ​ຈໍານວນ 1 ສ່ວນ 4 ຂອງ​ບັດ​ເລືອກ​ຕັ້ງ​ທັງ​ໝົດ​ໃນ 24 ລັດ​ໃນ​ຈໍານວນ 36 ລັດ​ທັງ​ໝົດ​ຂອງ​ປະ​ເທດ.