ທ່ານ Jonathan ແລະທ່ານ Buhari ໄດ້ຮັບຄະແນນ ເກືອບທໍ່ໆກັນ ໃນການເລືອກຕັ້ງ ຢູ່ໄນຈີເຣຍ

  • ສິງ ບູຣົມມະວົງ

ປະທານາທິບໍດີ Goodluck Jonathan ກໍາລັງປ່ອນບັດເລືອກຕັ້ງ ທີ່ເມືອງ Otuoke ໄນຈີເຣຍ ວັນທີ 16 ເມສາ 2011.

ຜົນ​ຂັ້ນ​ຕົ້ນຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໄນ​ຈີ​ເຣຍ
ປາກົດ​ວ່າ ​ແບ່ງປັນ​ກັນ​ລະຫວ່າງ​ປະທານາທິບໍດີ Good
luck Jonathan ທີ່​ກໍາລັງ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ
ຊຶ່ງ​ເປັນ​ຊາວ​ຄຣີສຕຽນ​ຈາກ​ເຂດສາມ​ຫລຽມ​ແມ່​ນ້ຳ
Niger ທີ່​ອຸດົມສົມບູນ​ດ້ວຍ​ບໍ່​ນໍ້າມັນ ​ແລະ​ທ່ານ
Muhammadu Buhari ອະດີດນາຍ​ທະຫານຜູ້​ປົກ​ຄອງ
ປະ​ເທດຈາກ​ພາກ​ເໜືອ​ປະ​ເທດ​ທີ່​ປະຊາຊົນ​ສ່ວນ​ໃຫຍ່
ເປັນ​ຊາວ​ມຸສລິ​ມນັ້ນ.

ກ່ອນ​ໜ້າ​ນັ້ນ ປະທານາທິບໍດີ Jonathan ​ໄດ້​ເປັນ​ຜູ້​ມີ
ສຽງ​ນໍາ​ໜ້າ​ຢ່າງຂາດ​ຮອຍ ​ໃນ​ບັນດາ​ຜູ້​ສະມັກ​ແຂ່ງຂັນ
ຫລາຍ​ທ່ານ​ສໍາລັບ​ການ​ເລືອກ​ຕັ້ງປະທານາທິບໍດີ​ຄັ້ງ​ນີ້
ຊຶ່ງ​ຜູ້ກ່ຽວໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ຈະ​ປັບປຸງ​ການເສດ
ຖະກິດ ດ້ານ​ສາທາລະນະ​ສຸກ​ແລະ​ການ​ສຶກສາ​ຂອງ​ປະ
ເທດ​ໃຫ້​ດີ​ຂຶ້ນ.

ທ່ານ Jonathan ​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ໃນ​ປີ​ແລ້ວ​ນີ້ ຫລັງ​ຈາກ​ການ​ເສຍ​
ຊີວິດ​ໄປ​ຂອງ​ມື້​ລາງ​ປະທານາທິບໍດີ Umaru Yar’ Adua ນັ້ນ.

ທ່ານ Buhari ​ເຄີ​ຍສະໝັກ​ເປັນ​ປະທານາທິບໍດີ​ມາ​ແລ້ວ ​ແລະ​ເສຍ​ການ​ເລືອກ​ຕັ້ງ​ໄປ​ທັງ​ 2
ເທື່ອນັ້ນ​ກ່າວ​ວ່າ ທ່ານ​ຈະ​ບໍ່​ທໍາ​ການ​ໂຕ້​ແຍ້​ງ​ໃດໆ​ຕໍ່​ຜົນ​ຂອງ​ການ​ເລືອກ​ຕັ້ງ ຖ້າ​ຫາກ​ທ່ານ
ບໍ່​ຊະນະ​ການ​ເລືອກ​ຕັ້ງ​ນັ້ນ ​ແຕ່​ຖ້າ​ຫາກ​ທ່ານ​ໄດ້​ຊະນະ​ການ​ເລືອກ​ຕັ້ງ ທ່ານ​ໄດ້​ໃຫ້​ຄໍາ​ໜັ້ນ
ສັນຍາ​ວ່າຈະ​ກວດ​ລ້າງ​ການ​ສໍ້​ລາດ​ບັງ​ຫລວງ​ໃຫ້​ໝົດ​ໄປ​ແລະ​ຈະ​ລົງທຶນ​ໃສ່​ໂຄ່ງ​ລ່າງ​ພື້ນຖານ
ຂອງ​ໄນ​ຈີ​ເຣຍ.

ເພື່ອ​ຫລີກ​ລ້ຽງ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ອີກ​ນັ້ນ ຜູ້​ສະ​ໝັກ​ຈະ​ຕ້ອງ​ໄດ້ຮັບ​ຄະ​ແນນ​ສຽງ​ໃນ
ຂ້າງ​ຫລາຍ​ໃນ​ທົ່ວ​ປະ​ເທດ ​ແລະ​ໄດ້​ຮັບ​ຄະ​ແນນ​ສຽງ​ຢ່າງ​ນ້ອຍ 1 ສ່ວນ 4 ຂອງ​ຄະ​ແນນ
ສຽງທັງ​ໝົດ​ໃນ​ຈໍານວນຢ່າງ​ນ້ອຍ 2ສ່ວນ 3 ​ໃນ​ຈໍານວນ 36 ລັດ​ທັງ​ໝົດ​ຂອງ​ໄນ​ຈີ​ເຣຍນັ້ນ.

ພວກ​ນັກ​ສັງ​ເກດ​ການ​ທັງ​ຫລາຍ​ກ່າວ​ວ່າ ພວກ​ຜູ້ສິດ​ປ່ອນ​ບັດ​ເລືອກ​ຕັ້ງໄດ້​ພາກັນ​ອອກ​ໄປ
ປ່ອນ​ບັດ​ຈໍານວນຫລວງຫລາຍ​ໃນ​ວັນ​ເສົາ​ວານ​ນີ້​ໃນປະ​ເທດ​ທີ່​ມີ​ພົນລະ​ເມືອງ​ຫລາຍ​ທີ່​ສຸດ​
ໃນ​ທະວີບອາ​ຟຣິກາ.

ໄດ້​ມີ​ການ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ​ຕາມ​ໜ່ວຍປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ໃນ​ພາກ​ຕາ​ເວັນ​ຕົກ​ໃນ​ທະວີບອາ​ຟຣິກາ​ແຫ່ງ​ນີ້. ​ແລະ​ເຖິງ​ແມ່ນ​ມີ​ລະ​ເບີດ​ແຕກ​ຂຶ້ນ​ສອງ​ຄັ້ງໃນ​ເມືອງMaiduguri ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້​ກໍ​ຕາມ ​ແຕ່ພວກ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ການ​ປ່ອນ​ບັດ​ສ່ວນໃຫຍ່​ແລ້​ວ ​ແມ່ນ​ດໍາ​ເນີນ​ໄປຢ່າງ​ງຽບ​ສະຫງົບ ​ໂດຍ​ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ພຽງ​ໜ້ອຍ​ດຽວ.