ຊາວໄນຈີເຣຍ ປະທ້ວງ ການລັກພາໂຕ ນັກຮຽນຍິງ ຄົບຮອບ ຫົກເດືອນ

ພາບທີ່ເອົາມາຈາກວີດີໂອ ຂອງຕາໜ່າງ ພວກກໍ່ການຮ້າຍ Boko Haram ສະແດງໃຫ້ເຫັນ ພວກນັກຮຽນຍິງ ທີ່ຖືກລັກພາໂຕໄປ, ວັນທີ 12 ພຶດສະພາ 2014.

ຢູ່ໄນ​ຈີ​ເຣຍ ບັນດາ​ພໍ່​ແມ່ ​ແລະ​ຜູ້​ສະໜັບສະໜູນ ​ໄດ້​ພາກັນ​ປະ​
ທ້ວງ ​ເພື່ອ​ເປັນ​ ​ຂີດ​ໝາຍ​ຫົກ​ເດືອນ ນັບ​ແຕ່ກຸ່ມ​ອິສລາມ​ຫົວ​ຮຸນ
​ແຮງ ​ໄດ້​ລັກພາ​ໂຕ​ນັກຮຽນ​ຍິງ 200 ກວ່າ​ຄົນ ​ໄປ​ຈາກ​ໂຮງຮຽນ
​ມັດທະຍົມ​ແຫ່ງ​ນຶ່ງ.

ໃນ​ວັນ​ອັງຄານ​ວານ​ນີ້ ​ຕຳ​ຫລວດໄນ​ຈີ​ເຣຍ ​ໄດ້​ຂັດຂວາງ​ພວກ
​ປະ​ທ້ວງ ທີ່​ຮຽກ ຮ້ອງ​ໃຫ້ປ່ອຍ​ໂຕ​ບັນດາ​ນັກ​ຮຽນ​ຍິງ​ເຫລົ່າ​ນັ້ນ
​ ໄວ້ ບໍ່​ໃຫ້​ເດີນ​ຂະ​ບວນ​ໄປຍັງ​ທຳນຽບປະທານາທິບໍດີ ທີ່​ເ​ມືອງ
ຫລວງ Abuja.

ເມື່ອ​ວັນ​ທີ 14 ​ເດືອນ​ເມສາ​ແລ້ວ​ນີ້ ພວກ​ນັກ​ລົບ​ຫລາຍ​ສິບ​ຄົນ
ຈາກ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ Boko Haram ​ໄດ້ບຸກ​ເຂົ້າ​ໄປ​ໃນ​ໂຮງຮຽນ​ມັດທະຍົມ ທີ່​ບໍ່​
ມີ​ການປ້ອງ​ກັນແຫ່ງ​ນຶ່ງ ຢູ່ Chibok ​ໝູ່​ບ້ານ​ສອກຫລີກ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ
ຂອງ​ໄນ​ຈີ​ເຣຍ ​ແລະ​ຈັບ​ເອົາ​ນັກຮຽນ​ຍິງ ປະມານ 270 ຄົນ​ໄປ ຊຶ່ງ​ຫລາຍ​ກວ່າ 200 ຄົນ​
ຍັງ​ຖືກກັກໂຕ​ໄວ້.

57 ​ຄົນ ສາມາດຫ​ລົບໜີ​ອອກ​ມາ​ໄດ້. ຕໍ່​ມາ ​ຜູ້ນຳ Boko Haram ນາຍ Abubakar Shekau ໄດ້​ຂົ່ມຂູ່​ທີ່​ຈະ​ຂາຍເດັກ​ນັກຮຽນ​ທີ່​ເຫລືອນັ້ນ ໃຫ້ເປັນ ​ເມຍຂ້າ​ທາດ ​ແລະ​ສາ
ບານ​ວ່າ ພວກ​ເຂົາຈະ​ບໍ່​ປ່ອຍ​ນັກຮຽນ​ເຫລົ່າ​ນັ້ນ ຈົນ​ກວ່າ ພວກ​ນັກ​ໂທດ​ຫົວ​ຮຸນແຮງຈະ​
ຖືກ​ປົດ​ປ່ອຍ​ອອກ​ຈາກ​ຄຸກ.

​ປະທານາທິບໍດີ ໄນ​ຈີ​ເຣຍ ທ່ານ Goodluck Jonathan ​ໄດ້​ຖືກ​ຕິຕຽນ ​ຢູ່ທັງ ໃນແລະ
​ນອກ​ປະ​ເທດ ​ຍ້ອນການ​ຕອບ​ໂຕ້​ທີ່​ລ່າ​ຊ້າ ຕໍ່​ການ​ລັກພາ​ໂຕ​ເດັກ​ນັກ ຮຽນ​ໄປ ​ແລະຍ້ອນ
ການ​ທີ່ທະຫານໄນ​ຈີ​ເຣຍ ​ບໍ່ສາມາດທີ່​ຈະ​ປາບ​ປາມ​ການ ກໍຄວາມ​ຮຸນ​ແຮ​ງ ຂອງພວກ
ໂບ​ໂກ ຮາຣາມ ທີ່ຖືກ​ເບິ່ງ​ເຫັນ​ວ່າ​ ເປັນໄພ​ຂົ່ມຂູ່​ດ້ານຄວາມ​ປອດ​ໄພ​ທີ່ໃຫຍ່​ທີສຸດ ຕໍ່ປະ​ເທດ ທີ່​ມີ​ເສດຖະກິດ​ກ້າວໜ້າ​ທີ່​ສຸດ ແລະເປັນ​ຜູ້ນໍາໜ້າດ້ານ​ການ​ຜະລິດພະລັງງານ ຂອງ​
ຂົງ​ເຂດ​ອາ​ຟຣິກາ.

Your browser doesn’t support HTML5

NIGERIA SCHOOLGIRLS VO