ລະເບີດແຕກທີ່ໂຮງແຮມ ໃນໄນຈີເຣຍ ສັງຫານ 10 ຄົນ (ວີດີໂອ ກ່ຽວຂ້ອງ)

ພາບລົດທີ່ຖືກໄຟໄໝ້ ຍ້ອນເຫດວາງລະເບີດ ບັ້ນນຶ່ງຂອງພວກ Boko Haram ທີ່ນະຄອນຫຼວງ Abuja, ວັນທີ 25 ມິຖຸນາ 2014.

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ພາກ​ຕ​າ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ
ກ່າວ​ວ່າ ​ໄດ້​ເກີດ​ເຫດລະ​ເບີດ​ຢູ່​ໂຮງ​ແຮມ​ນ້ອຍ​ຫຼັງ​ນຶ່ງ ​ເຮັດ​ໃຫ້
ມີ​ຜູ້ເສຍ​ຊີວິດໄປ 10 ຄົນ ​ແລະ​ບາດ​ເຈັ​ບ 14 ຄົນ.

ເວລາ​ນີ້ ຍັງບໍ່​ມີ​ກຸ່ມ​ໃດອ້າງ​ເອົາ​ຄວາມ​ຜິດ​ຊອບ​ ໃນການວາງ​
ລະເບີດໂຈມ​ຕີ​ດັ່ງກ່າວ ​ເມື່ອ​ແລງ​ວັນ​ສຸກ​ຜ່ານ​ມາ ​ໃນ​ເຂດ​ຊານ​
ເມືອງ​ Bauchi ນັ້ນ.

ອົງການ​ຂ່າວ​ຝຣັ່ງ ກ່າວ​ວ່າ ​ໂຮງ​ແຮມ​ແຫ່ງ​ນີ້ “​ເປັນ​ທີ່​ຮູ້ຈັກ​ກັນຢ່າງ​ ກວ້າງຂວາງ​ວ່າ
ເປັນ​ຊ່ອງ​ໂສ​ເພນີ” ຊຶ່ງ​ເຮັດໃຫ້​ສະຖານ​ທີ່​ດັ່ງກ່າວຕົກ​ເປັນ​ເປົ້າ​ໄດ້​ງ່າຍໆ ຂອງ​ພວກ
​ຫົວ​ຮຸນ​ແຮງ​ອິສລາມ Boko Haram ທີ່​ເພ່ງ​ເລັງ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ພວກ​ເຂົາ
​ໃສ່​ສະຖານ​ທີ່​ຕ່າງໆ ທີ່​ພວກເຂົາ​ຖື​ວ່າ​ເປັນ​ບາບ​ທີ່​ໜັກ​ໜາ ​ແລະ​ຊົ່ວ​ຮ້າຍ ຊຶ່ງ​ຮວມທັງ​
ພວກ​ບາ​ກິນ​ເຫຼົ້າ ​ໂບດ ​ແລະ​ພວກ​ໂຮງຮຽນຕ່າງໆ​ທີ່​ສອນຫຼັກສູດ​ການ​ຮຽນຂອງຝ່າຍ​
ຕາ​ເວັນ​ຕົກ​ນັ້ນ.

ພວກ​ຫົວ​ຮຸນ​ແຮງ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ນາໆ​ຊາດ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ໃນ​ຫວ່າງ​ບໍ່​
ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ລຸນ​ຫຼັງ​ການ​ລັກພາໂຕ​ພວກ​ເດັກ​ນັກຮຽນ​ຍິງໄວ​ລຸ່ນ ຈຳນວນ
​ຫຼາຍ​ກວ່າ 200 ຄົນ ຈາກ​ເມືອງ Chibok ນັ້ນ.

ການ​ລັກພາ​ໂຕໝູ່ເດັກ​ນັກຮຽນດັ່ງກ່າວ ​ໄດ້​ຮັບ​ການ​ປະນາມ​ຈາກລັດຖະບານ​ປະ​ເທດ​
ຕ່າງໆ ​ແລະ​ຈາກ​ປະຊາຊົນ​ຜູ້​ທີ່​ມີ​ຊື່​ສຽງຈາກ​ທົ່ວໂລກ ​ແລະມີ​ການສະ​ເໜີ​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ທະຫານ​ຈາກ​ພວກ​ປະ​ເທດມະຫາ​ອຳນາດ​ໃຫຍ່ໆ ​ເພື່ອ​ສົ່ງ​ເສີມຄວາມພະຍາ
ຍາມຂອງ​ໄນ​ຈີ​ເຣຍ ໃນການ​ຕອບ​ໂຕ້​ຕໍ່​ພວກ​ກໍ່​ກະບົດນັ້ນ.

ວີດີໂອ: ນັກວິເຄາະວ່າ ການຊັກຊ້າໃນການ ຕອບໂຕ້ຂອງນາໆຊາດ ເຮັດໃຫ້ Boko Haram ໄດ້ໃຈ ແລະຫຶກເຫີມຂຶ້ນ:

Your browser doesn’t support HTML5

Experts: Slow International Response Contributed to Rise of Boko Haram