ສະຫະປະຊາຊາດ ແລະສະຫະລັດໄດ້ຮຽກຮ້ອງໃຫ້ປ່ອຍປະທານາທິບໍດີໂມຮຳເມດ ບາຊູມ (Mohamed Bazoum) ຂອງໄນເຈີ ຫລັງຈາກພວກທະຫານກຸ່ມນຶ່ງອ້າງວ່າໄດ້ປົດທ່ານອອກຈາກອຳນາດ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ກ່າວຕໍ່ ບັນດານັກຂ່າວ ໃນວັນພະຫັດມື້ນີ້ ທີ່ນິວຊີແລນວ່າ ທ່ານໄດ້ໂອ້ລົມ ກັບທ່ານບາຊູມ ແລະ “ບອກໃຫ້ຊາບວ່າ ສະຫະລັດສະໜັບສະໜູນທ່ານຢ່າງເດັດດ່ຽວ ໃນຖານະທີ່ ເປັນປະທານາທິບໍດີ ທີ່ຖືກເລືອກຢ່າງເປັນປະຊາທິປະໄຕຂອງໄນເຈີ.”
ທ່ານບລິງເຄັນກ່າວວ່າ "ບໍ່ວ່າຈະເປັນການກໍ່ລັດຖະປະຫານ ໃນທາງວິຊາການຫຼືບໍ່ກໍຕາມ, ອັນນັ້ນແມ່ນໃຫ້ພວກທະນາຍ ຄວາມເປັນຜູ້ເວົ້າ, ຂ້າພະເຈົ້າບໍ່ສາມາດເວົ້າໄດ້ ແຕ່ສິ່ງທີ່ເຫັນໄດ້ຢ່າງຊັດເຈນກໍຄືຄວາມພະຍາຍາມທີ່ຈະຍຶດອໍານາດໂດຍການໃຊ້ກຳລັງ ບັງຄັບ ແລະ ຂັດຕໍ່ລັດຖະທໍາມະນູນ."
ທ່ານສະເຕບຟານ ດູແຈຣິກ (Stephane Dujarric) ໂຄສົກຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູແຕເຣສ ກ່າວຢູ່ໃນການຖະແຫຼງໃນ ຕອນບ່າຍວັນພຸດວານນີ້ວ່າ ອົງການສະຫະປະຊາຊາດ "ຍຶດໝັ້ນຢູ່ໃນຄວາມສາມັກຄີ ກັບລັດຖະບານທີ່ຖືກເລືອກແບບມີປະຊາທິປະໄຕ ແລະປະຊາຊົນໄນເຈີ."
ທ່ານດູແຈຣິກກ່າວວ່າ ທ່ານກູແຕເຣສ “ມີຄວາມເປັນຫ່ວງຢ່າງເລິກເຊິ່ງ” ກ່ຽວກັບການກັກຂັງທ່ານບາຊູມ ແລະໄດ້ຮຽກຮ້ອງໃຫ້ປ່ອຍຕົວທ່ານ ໂດຍບໍ່ມີເງື່ອນໄຂລ່ວງໜ້າ.
ພາບນິ້ງຖ່າຍຈາກວີດິໂອທີ່ນຳເອົາມາໂດຍອົງການຂ່າວ AFP ຈາກໂທລະພາບ ORTN - Télé Sahel ໃນວັນທີ 26 ກໍລະກົດ 2023 ທີ່ສະແດງໃຫ້ເຫັນວ່າພັນເອກອາມາດູ ແອບດຣາເມນ (ກາງ), ໂຄສົກຂອງຄະນະກຳມະການແຫ່ງຊາດປົດປ່ອຍປະຊາຊົນ (CNSP) ກ່າວໃນຖະແຫລວງການຜ່ານທາງໂທລະພາບໃນປະເທດໄນເຈີ.
ສະຖານະການໄດ້ເລີ້ມຂຶ້ນໃນວັນພຸດວານນີ້ ເວລາທີ່ພວກທະຫານໄດ້ໃຊ້ໂທລະພາບແຫ່ງຊາດເພື່ອປະກາດວ່າ ເຂົາເຈົ້າໄດ້ປົດທ່ານບາຊູມອອກຈາກຕຳແໜ່ງແລ້ວ.
"ພວກເຮົາ, ກຳລັງທະຫານປ້ອງກັນຊາດ ແລະຮັກສາຄວາມໝັ້ນຄົງ ... ໄດ້ຕັດສິນໃຈທີ່ຈະເຮັດໃຫ້ລະບອບການປົກຄອງນີ້ຍຸຕິລົງ," ນັ້ນຄືຄຳເວົ້າຂອງພັນເອກອາມາດູ ແອບດຣາເມນ, ທີ່ສະແດງໃຫ້ເຫັນວ່າທ່ານນັ່ງຢູ່ ແລະມີເຈົ້າໜ້າທີ່ອີກ 9 ຄົນ ທີ່ເບິ່ງຄືເມື່ອຍລ້າຢູ່ອ້ອມຂ້າງຂະນະທີ່ທ່ານອ່ານຖະແຫຼງການສະບັບນຶ່ງ. ຖະແຫລງການ ຂອງທ່ານຍັງໄດ້ກ່າວເຖິງ "ສະຖານະການທີ່ມີຄວາມໝັ້ນຄົງຊຸດໂຊມລົງ ແລະ ມີການ ປົກຄອງທີ່ບໍ່ດີ."
ແຜນທີ່ປະເທດໄນເຈີ ໂດຍສະແດງໃຫ້ເຫັນນະຄອນຫລວງ ນິອາເມ (Niamey).
ທ່ານແອບດຣາເມນ ກ່າວວ່າ ສະຖາບັນທັງຫມົດຂອງສາທາລະນະລັດ ໄດ້ຖືກໂຈະການດຳເນີນງານ, ທ່ານເວົ້າວ່າ ຊາຍແດນຂອງປະເທດໄດ້ຖືກປິດໄວ້, ແລະໄດ້ ປະ ກາດຫ້າມຄົນອອກເຮືອນ ນອກກຳນົດເວລາໃນທົ່ວປະເທດ.