8 ຄົນ ເສຍຊີວິດ ຍ້ອນຄວາມຮຸນແຮງ ຢູ່ ປະເທດ ນິກາຣາກົວ

ມີການຂຽນຄຳວ່າ “ຄາດຕະກອນ” ໃສ່ຮູບ ປະທານາທິບໍດີ ດານຽລ ອໍເຕກ້າ ໃນລະຫວ່າງການປະທ້ວງ ເມື່ອວັນທີ 26 ພຶດສະພາ 2018 ທີ່ນະຄອນຫຼວງ ມານາກົວ.

ມີ 8 ຄົນເສຍຊີວິດ ຢູ່ເຫດຮ້າຍ 2 ບ່ອນ ທີ່ນະຄອນຫຼວງມານາກົວຂອງນີກາຣາກົວ
ໃນວັນເສົາວານນີ້.

ໃນຕອນເຊົ້າ ຂອງມື້ວັນເສົາ ພວກຜູ້ຊາຍ ທີ່ໃສ່ໜ້າກາກ ໄດ້ແກວ່ງລະເບີດນ້ຳມັນ ເຂົ້າໃສ່ເຮືອນຫລັງນຶ່ງ ເຮັດໃຫ້ຜູ້ໃຫຍ່ 4 ຄົນແລະເດັກນ້ອຍ 2 ຄົນເສຍຊີວິດ ເຂົາ
ເຈົ້າທັງໝົດ ເປັນສະມາຊິກໃນຄອບຄົວດຽວກັນ.

ຜູ້ລອດຊີວິດມາໄດ້ຄົນນຶ່ງ ໄດ້ຖິ້ມໂທດ ການແກວ່ງລະເບີດນ້ຳມັນຄັ້ງນີ້ ໃສ່ກຳລັງ
ປະກອບອາວຸດທີ່ຈົງຮັກພັກດີຕໍ່ປະທານາທິບໍດີນິກາຣາກົວ ທ່ານດານຽລ ອໍເຕກ້າ ແຕ່ແນວໃດກໍຕາມ ຕຳຫຼວດກ່າວຢູ່ໃນຖະແຫຼງຂ່າວວ່າ ພວກໂຈມຕີແມ່ນເປັນສະ
ມາຊິກຂອງກຸ່ມກໍ່ອາຊາຍາກຳ.

ໃນເຫດຮ້າຍຢູ່ອີກບ່ອນນຶ່ງນັ້ນ ຕຳຫຼວດແຫ່ງຊາດກ່າວວ່າ ພວກເຈົ້າໜ້າທີ່ໃນເຂດ
ເທດສະບານ ຕຳຫລວດ ແລະປະຊາຊົນ ໄດ້ຖືກໂຈມຕີ ໃນຂະນະທີ່ຍ້າຍເຄື່ອງກີດ
ຂວາງອອກຈາກທາງສາຍນຶ່ງໃນນະຄອນຫຼວງມານາກົວ. ພວກໃສ່ໜ້າກາກໄດ້ຍິງ
ປືນເຂົ້າໃສ່ ແລະ ຫລັງຈາກນັ້ນ ກໍຈູດໄຟເຜົາ 2 ຄົນ ທີ່ພວມຍ້າຍ ເຄື່ອງກີດຂວາງ ອອກຈາກທາງ.

ພາບໃນລະຫວ່າງ ການເຈລະຈາແຫ່ງຊາດ ທີ່ນະຄອນຫຼວງມານາກົວ ປະເທດນິກາຣາກົວ. (ວັນທີ 16 ມິຖຸນາ 2018)

​ຄວາມຮຸນແຮງຫຼ້າສຸດ ມີຂຶ້ນໃນຂະນະທີ່ລັດຖະບານນິກາຣາກົວ ແລະກຸ່ມສັງຄົມພົນ
ລະເຮືອນ ໄດ້ຕົກລົງທີ່ຈະຍຸຕິທຸກໆການກະທຳທີ່ຮຸນແຮງ ແລະອະນຸຍາດໃຫ້ຄະນະ
ກຳມະການພິເສດຂອງນາໆຊາດສືບສວນເບິ່ງການປະທ້ວງຕໍ່ຕ້ານລັດຖະບານເມື່ອ
ໄວໆມານີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 170 ຄົນນັ້ນ.

ທ່ານເດນິສ ມົງກາດາ ລັດຖະມົນຕີການຕ່າງປະເທດນິກາຣາກົວກ່າວໃນວັນສຸກ ທີ່
ຜ່ານມານີ້ວ່າ “ການຍຸຕິທຸກຄວາມຮຸນແຮງ ແມ່ນພື້ນຖານທີ່ມີຄວາມຈຳເປັນ.”

ລັດຖະມົນຕີ ມົງກາດາ ກ່າວວ່າ ນິກາຣາກົວ ໄດ້ປະເຊີນໜ້າ ກັບ “ຄວາມໂຫດຮ້າຍ
ແບບບໍ່ເຄີຍມີມາກ່ອນ ກັບຄື້ນຟອງໃນການກໍ່ອາຊະຍາກຳທີ່ໄດ້ສ້າງຄວາມຢ້ານກົວ
ແລະຄວາມຕື່ນຕົກໃຈ.”

ກາດີນາລລຽວໂອໂປລໂດ ເບຣນເນສກ່າວວ່າ ຄະນະກຳມາທິການສິດທິມະນຸດໃນ
ທະວີບອາເມຣິກາ ອົງການສະຫະປະຊາຊາດ ແລະສະຫະພາບຢູໂຣບ ຈະປະກອບ
ສ່ວນເຂົ້າຮ່ວມໃນການສືບສວນຊຶ່ງທາງສາສະໜາກາໂຕລິກຈະຮັບໜ້າທີ່ “ເປັນພະ
ຍານແລະຜູ້ໄກ່ເກ່ຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ