ທ້າວ ດາມາ ແຮມລິນ (Damar Hamlin), ນັກກິລາ ທີມ ບັບຟາໂລ ບິລສ໌ (Buffalo Bills) ຂອງສະມາຄົມກິລາອາເມຣິກັນຟຸດບອລ, ແມ່ນມີອາການສາຫັດໃນວັນອັງຄານມື້ນີ້ ຫຼັງຈາກໄດ້ທຳການປ້ຳກັນໃນການແຂ່ງຂັນ ແລະ ເກີດພາວະຫົວໃຈຢຸດເຕັ້ນ.
ທ້າວ ແຮມລິມ ທຳອິດໄດ້ຢືນຂຶ້ນ, ແຕ່ແລ້ວກໍລົ້ມລົງພື້ນຄືນ. ເຈົ້າໜ້າທີ່ການແພດໄດ້ທຳການປ້ຳຫົວໃຈຢູ່ໃນສະໜາມກ່ອນທີ່ຈະສົ່ງທ້າວ ແຮມລິນ ຂຶ້ນລົດໂຮງໝໍ ໄປໂຮງໝໍໃນທ້ອງຖິ່ນ.
ທີມ ບິລສ໌ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ໃນຕອນເຊົ້າວັນອັງຄານມື້ນີ້ວ່າ “ການເຕັ້ນຂອງຫົວໃຈລາວໄດ້ກັບຄືນມາໃນສະໜາມ ແລະ ລາວຖືກສົ່ງໄປສູນການແພດ UC ສຳລັບການກວດກາເພີ່ມເຕີມ ແລະ ການປິ່ນປົວ. ປັດຈຸບັນນີ້ລາວຢູ່ໃນພາວະສະຫງົບດີ ແລະ ຖືກຈັດໃນລາຍຊື່ອາການສາຫັດ.”
ບັນດານັກກິລາຈາກທີມ ບິລສ໌ ແລະ ຄູ່ແຂ່ງຈາກທີມ ຊິນຊິນເນຕິ ເບັງກອລສ໌ (Cincinnati Bengals) ເຫັນໄດ້ວ່າຮູ້ສຶກສະເທືອນໃຈຫຼັງຈາກເຫດການນັ້ນໄດ້ເກີດຂຶ້ນ ແລະ ໄດ້ເຕົ້າໂຮມກັນສູດມົນພາວະນາ.
ສະມາຄົມກິລາດັ່ງກ່າວ ຕໍ່ມາໄດ້ປະກາດເລື່ອນການແຂ່ງຂັນອອກໄປ.
ນັກກິລາຫຼາຍຄົນໃນເວລາຕໍ່ມາຖືກພົບເຫັນຢູ່ໂຮງໝໍ, ພ້ອມກັບກອງເຊຍຈຳນວນນຶ່ງຈາກທັງສອງທີມ ຜູ້ທີ່ໄດ້ເຕົ້າໂຮມກັນຢູ່ຂ້າງນອກ, ລວມທັງບາງຄົນຖືທຽນ.
ໃນການສະແດງການສະໜັບສະໜູນຕໍ່ທ້າວ ແຮມລິນ ນັ້ນ, ການບໍລິຈາກເງິນໄດ້ຫຼັ່ງໄຫຼເຂົ້າໃນການລະດົມທຶນທາງອອນໄລນ໌ທີ່ລາວໄດ້ຈັດຂຶ້ນກ່ອນໜ້ານີ້ເພື່ອຊື້ຂອງຫຼິ້ນໃຫ້ເດັກນ້ອຍທີ່ຂາດເຂີນ. ມາຮອດຕອນເຊົ້າວັນອັງຄານມື້ນີ້, ມີຜູ້ບໍລິຈາກຫຼາຍກວ່າ 3 ລ້ານໂດລາແລ້ວ.