ມີຄວາມຫວັງໜ້ອຍ ທີ່ຈະພົບເຫັນ ພວກລອດຊີວິດມາໄດ້ ຕື່ມອີກຢູ່ນີວຊີແລນ.

  • ສິງ ບູຣົມມະວົງ

ຜູ້ຄົນຍ່າງຜ່ານສິ່ງຫັກພັງ ຫລັງຈາກແຜ່ນດິນໄຫວ ທີ່ເມືອງ Christchurch, ນີວຊີແລນ ວັນທີ 22 ກຸມພາ 2011


ທີ່ New Zealand ພວກໜ່ວຍກູ້ໄພໄດ້ພາກັນຂຸດຄົ້ນ
ຢ່າງບໍ່ຢຸດຢັ້ງແລະຢ່າງຮີບດ່ວນ ໃນວັນພຸດມື້ນີ້ຢູ່​ຕາມ
ຊາກຫັກພັງຂອງພວກຕຶກທີ່ໄດ້ພັງ​ລົງມາ ເພື່ອຄົ້ນຫາ
ຜູ້ຄົນທີ່ອາດຍັງມີຊີວິດລອດມາໄດ້ ຈາກແຜ່ນດິນໄຫວ
ຂະໜາດຮ້າຍແຮງໃນເມືອງ Christchurch ນັ້ນ.

ພວກເຈົ້າໜ້າທີ່ໄດ້ບອກກັບພວກ ຍາດພີ່ນ້ອງແລະ
ເພື່ອນຝູງຂອງພວກທີ່ຍັງຫາບໍ່ພໍ້ນັ້ນວ່າ ຄົງຈະບໍ່ມີ
ຄວາມຫວັງອີກຕໍ່ໄປແລ້ວ ທີ່ຈະຄົ້ນພົບຜູ້ທີ່ອາດລອດ
ມາໄດ້ໃນຕຶກ 5 ຊັ້ນຫລັງ​ນຶ່ງ ທີ່ພັງທະລາຍລົງມານັ້ນ
ຊຶ່ງຕຶກອາຄານຫຼັງນີ້ແມ່ນທີ່​ຕັ້ງຂອງໂຮງຮຽນສອນພາ
ສານາໆຊາດ ແລະສະຖານີໂທລະພາບຊັ້ນນໍາຊ່ອງ​ນຶ່ງ.

ຂະນະທີ່ຕາເວັນກໍາລັງ​ຈະລັບຟ້ານັ້ນ ຈໍານວນພວກເສຍ
ຊີວິດທີ່​ຢືນຢັນ​ໄດ້ໄດ້ເພີ່ມຂຶ້ນມາ ເປັນ 75 ຄົນແລ້ວ ພ້ອມ
ກັບ​ມີອີກ 300 ຄົນທີ່​ຍັງ​ຊອກ​ຫາ​ບໍ່​ເຫັນ​ ເຖິງ​ແມ່ນ​ວ່າ
ຫລາຍໆ​ຄົນ​ອາດ​ພຽງ​ແຕ່ຕິດຕໍ່ສື່ສານບໍ່ໄດ້ ຍ້ອນລະບົບ ໂທລະສັບແລະໄຟຟ້າຖືກຕັດຂາດຢູ່​ໃນ​ທົ່ວ​ໂຕ​ເມືອງ.

ຜູ້ກວດກາຕໍາຫຼວດຂອງເມືອງ Christchurch ທ່ານ John Price ໄດ້ກ່າວກັບ VOA ວ່າ ​ເວລາ​ນີ້ ພວກກູ້ໄພນັ້ນແມ່ນກໍາລັງສຸມ​ເຫື່ອ​ແຮງໃສ່ ພວກຕຶກຈໍານວນ​ນຶ່ງໃນ​ໃຈກາງ ເມືອງນັ້ນ ບ່ອນ​ທີ່ພວກເຂົາເຈົ້າຍັງມີຄວາມຫວັງວ່າຈະຄົ້ນ​ພົບພວກທີ່ລອດຊີວິດຢູ່. ທ່ານ​ເລົ່າໃຫ້ຟັງວ່າ ທ່ານ​ໄດ້​ເຫັນການກູ້​ໄພ​ບັ້ນ​ນຶ່ງ​ໃນຕອນບ່າຍມື້​ນີ້ ທີ່ແມ່ຍິງຜູ້ນຶ່ງ​ໄດ້​ຖືກ​ຊ່ວຍ​ຊີວິດ​ອອກ​ມາ​ໄດ້ ຫລັງ​ຈາກທີ່ຕິດຄ້າງຢູ່ໃນຊ່ອງອາກາດນ້ອຍໆກ້ອງຕຶກ​ແຫ່ງ​ນຶ່ງ ນານກວ່າ 24 ຊົ່ວໂມງ.