ພວກປະເທດເກາະປາຊີຟິກ ຮ້ອງຂໍໃຫ້ນາໆຊາດ ຊ່ວຍຮັບມືກັບ ບັນຫານໍ້າທະເລ ທີ່ສູງຂຶ້ນນັບມື້

  • ທອງປານ ເທບວົງສາ

ກອງປະຊຸມກຸ່ມຜູ້ນໍາບັນດາປະເທດເກາະ ໃນມະຫາສະມຸດປາຊີຟິກ

ພວກຜູ້ນໍາໝູ່ເກາະໃນເຂດມະຫາສະມຸດປາຊິຟິກ ກໍາລັງພາກັນຜັກດັນຄໍາຮ້ອງຂໍການ
ຊ່ວຍເຫຼືອຈາກນາໆຊາດຂອງພວກເຂົາເຈົ້າ ເພື່ອຮັບມືກັບລະດັບນໍ້າທະເລທີ່ພວມສູງຂຶ້ນ
ນັບມື້ ຍ້ອນການປ່ຽນແປງດິນຟ້າອາກາດຂອງໂລກນັ້ນ.

ບັນຫາດັ່ງກ່າວນີ້ ເປັນຫົວຂໍ້ສໍາຄັນໃນການເປີດກອງປະຊຸມຂອງສະພາໝູ່ເກາະໃນເຂດ ມະຫາສະມຸດປາຊິຟິກທີ່ປະເທດນີວຊີແລນໃນວັນພຸດມື້ນີ້. ທ່ານພັນຄີມູນເລຂາທິການ
ໃຫຍ່ອົງການສະຫະປະຊາຊາດແລະພວກເຈົ້າໜ້າທີ່ອາວຸໂສຈາກສະຫະພາບຢູໂຣບ ຝຣັ່ງ
ຈີນ ອິນໂດເນເຊຍ ແລະສະຫະລັດ ແມ່ນແຂກຂອງກອງປະຊຸມສຸດຍອດໃນຄັ້ງນີ້ ທີ່ປະ
ກອບດ້ວຍຜູ້ນຳຂອງອອສເຕຣເລຍ ນີວຊີແລນແລະອີກ 14 ປະເທດອື່ນໆໃນເຂດມະຫາ ສະມຸດປາຊິຟິກ.

ທ່ານ Anote Tong ປະທານາທິບໍດີເກາະ Kiribati ກ່າວຕໍ່ກອງປະຊຸມວ່າ ປະເທດ
ຂອງທ່ານໄດ້ຍົກຍ້າຍປະຊາຊົນຈຳນວນນຶ່ງອອກຈາກຖິ່ນຖານເດີມຂອງພວກເຂົາເຈົ້າ
ຍ້ອນບ້ານເຮືອນຂອງພວກເຂົາເຈົ້າໄດ້ຖືກລະດັບນໍ້າທະເລທີ່ສູງຂຶ້ນນັບມື້ນັ້ນຖ້ວມ. ທ່ານ
Anote ກ່າວຕື່ມວ່າ ປະເທດຂອງທ່ານພວມພິຈາລະນາກ່ຽວກັບການ ເອົາມາດຕະການ
ຕ່າງໆ ເຊ່ນການກໍສ້າງຄູກັ້ນນໍ້າທະເລຂະໜາດໃຫຍ່ ຫລືເກາະລອຍ ເປັນຕົ້ນ.