ຫ້ອງຂ່າວຫຼາຍແຫ່ງ ຝຶກອົບຮົມດ້ານຄວາມປອດໄພໃຫ້ແກ່ນັກຂ່າວ ກ່ອນການເລືອກຕັ້ງໃນ ສະຫະລັດ

Your browser doesn’t support HTML5

ຫ້ອງຂ່າວຫຼາຍແຫ່ງ ຝຶກອົບຮົມດ້ານຄວາມປອດໄພໃຫ້ແກ່ນັກຂ່າວ ກ່ອນການເລືອກຕັ້ງໃນ ສະຫະລັດ

ດ້ວຍ​ການ​ຂົ່ມຂູ່ ພ້ອມທັງ​ການ​ໂຈມ​ຕີ​ຕໍ່​ບັນການັກ​ຂ່າວ​ເພີ້ມ​ສູງຂຶ້ນ ຢູ່ໃນ ສະຫະລັດ ​ແລະ​ ການ​ເລືອກ​ຕັ້ງ​ປະທານາທິບໍດີກໍ​ຫຍັບໃກ້ເຂົ້າ​ມາແລ້ວ, ສະມາຄົມ​ສື່​ມວນ​ຊົນແມ່ນ​ກຳລັງ​ທໍາການຝຶກ​ອົບຮົມ​ໃຫ້ພວກ​ນັກ​ຂ່າວ​ ກ່ຽວ​ກັບ ​ວິທີ​ເຮັດ​ວຽກ​ຢ່າງປອດ​ໄພ.

ຢູ່ໃນອາຄານຫ້ອງການໃນເມືອງ ຣອສລີນ (Rosslyn), ລັດເວີຈິເນຍ, ບັນດາ ນັກຂ່າວເຫຼົ່ານີ້ກໍາລັງກະກຽມທີ່ຈະດໍາເນີນການລາຍງານກ່ຽວກັບການເລືອກຕັ້ງຢູ່ໃນ ສະຫະລັດ.

ແຕ່ການຝຶກອົບຮົມຂອງພວກເຂົາເຈົ້າ ບໍ່ແມ່ນຢູ່ໃນລັດທີ່ມີການແຂ່ງຂັນກັນດ້ວຍ ຄະແນນທີ່ໃກ້ຄຽງ ຫຼື ໃນສະຖານທີ່ການເລືອກຕັ້ງ. ແຕ່ເປັນການອົບຮົມທີ່ເພັ່ງ​ເລັງໃສ່​ຄວາມປອດໄພເຊັ່ນ: ຄວາມປອດໄພທາງດ້ານຮ່າງກາຍ, ດ້ານດິຈິຕອລ ແລະຄວາມປອດໄພທາງດ້ານຄວາມຮູ້ສຶກ.

ກອງປະຊຸມພາກປະຕິບັດດັ່ງກ່າວ ເປັນສ່ວນນຶ່ງຂອງການເລີ້ມຕົ້ນໂດຍມູນນິທິ ການສື່ສານມວນຊົນຂອງແມ່ຍິງສາກົນ ຫຼື IWMF, ເຊິ່ງບັນດາຄູຝຶກກ່າວວ່າ ແນວຄວາມຄິດທີ່ກ່າວມານັ້ນ ແມ່ນມີໄວ້ເພື່ອການກຽມ​ພ້ອມ.

ພວກເຂົາເຈົ້າສອນບັນດານັກຂ່າວກ່ຽວກັບວິທີການຫຼີກເວັ້ນຈາກການເປັນເປົ້າ ໝາຍ, ວິທີການອ່ານຝູງຊົນໃນການປະທ້ວງ, ແລະວິທີການຮັກສາຂໍ້ມູນດ້ານ ດິຈິຕອລຂອງພວກເຂົາເຈົ້າໃຫ້ປອດໄພ.

ທ່ານນາງ ເອລິຊາ ລີສ໌ ມູໂນສ (Elisa Lees Muñoz), ຜູ້ບໍລິຫານໃຫຍ່ ຂອງມູນນິທິ IWMF ກ່າວວ່າ:

“ມູນນິທິ IWMF ໄດ້ເລີ້ມຕົ້ນໂຄງການ ການລິເລີ້ມດ້ານຄວາມປອດໄພໃໝ່ໃນ ທົ່ວອາເມຣິກາ ຫຼື Safety Across America ເພາະວ່າ ພວກເຮົາມີປະສົບ ການໃນການເລືອກຕັ້ງທີ່ຜ່ານມາ, ແລະພວກເຮົາກໍຮູ້ວ່າ ເຫດການຕ່າງໆດັ່ງ ກ່າວມານັ້ນ ຈະສືບຕໍ່ເກີດຂຶ້ນໃນການເລືອກຕັ້ງຄັ້ງນີ້ ແລະອາດຈະຮ້າຍແຮງ ກວ່າເກົ່າ.”

ການສະແດງອອກເຖິງຄວາມເປັນສັດຕູທີ່ມຸ້ງເປົ້າໃສ່ບັນດານັກຂ່າວໃນລະຫວ່າງການກໍ່ຈະລາຈົນເມື່ອວັນທີ 6 ມັງກອນ, ແລະການໂຈມຕີຕໍ່ສື່ມວນຊົນທີ່ມີຈໍາ ນວນເພີ້ມຂືຶ້ນ, ສົ່ງຜົນເຮັດໃຫ້ມູນນິທິ IWMF ດໍາເນີນການປະຕິບັດງານ ກ່ຽວກັບ ສິ່ງທີ່ເກີດຂຶ້ນ, ເຊິ່ງມີບັນດານັກຂ່າວເຂົ້າຮ່ວມ​ບັນ​ລຸຮອດ 600 ຄົນ​ໃນ 11 ລັດ​.

ການຝຶກອົບຮົມ ແມ່ນຈັດຂຶ້ນໃນເວລາທີ່ເໝາະສົມ. ຜູ້ຕິດຕາມດ້ານເສລີພາບໃນ ການລາຍງານຂ່າວຂອງ ສະຫະລັດ ຫຼື The U.S. Press Freedom Tracker ພົບວ່າ ມີການທໍາຮ້າຍຮ່າງກາຍ, ການຈັບກຸມ ແລະການໂຈມຕີ ຕໍ່ບັນດາອົງການຂ່າວ ເພີ້ມຂຶ້ນໃນປີ 2024, ອີງຕາມການກ່າວຂອງ ທ່ານນາງ ເຄີດສຕິນ ແມັກຄັດເດິນ (Kirstin McCudden), ຜູ້ບໍລິຫານ ແລະບັນນາທິ ການຂອງອົງການດັ່ງກ່າວ.

ທ່ານນາງ ເຄີດສຕິນ ແມັກຄັດເດິນ, ບັນນາທິການບໍ​ລິ​ຫານ ຈາກອົງການຕິດ ຕາມດ້ານເສລີພາບໃນການລາຍງານຂ່າວຂອງສະຫະລັດ ກ່າວວ່າ:

“ພວກເຮົາພົບວ່າ ມີນັກຂ່າວຈໍານວນຫຼາຍຖືກໂຈມຕີໃນປີນີ້, ເຊິ່ງມີຮອດ 68 ຄົນ, ເປັນຈໍານວນເກືອບ 70 ຄົນທີ່ຖືກໂຈມຕີ.”

ນາງ ຄຣິສຕີນາ ໄຄເຊໂດ ສມິດ, ຂ່າວຂອງ VOA ກ່າວວ່າ:

​“ໃນ​ຕົ້ນ​ປີ​ນີ້, ອົງການ​ຜູ້ຕິດຕາມດ້ານເສລີພາບໃນການລາຍງານຂ່າວຂອງ ສະຫະລັດ ​ລາຍ​ງານ​ວ່າ ຈຳນວນ​ນັກ​ຂ່າວ​ທີ່​ຖືກ​ກັກ​ຂັງ​ມີຈໍານວນ​ເພີ້ມ​ຂຶ້ນ​ເປັນ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ທີ່ຜ່ານມາ. ​ເຫດການຕ່າງໆ​ດັ່ງກ່າວ ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ບັນດາ​ນັກ​ຂ່າວເຫຼົ່ານັ້ນ ​ກໍາລັງ​ລາຍງານຂ່າວໃນ​ ສະຫະລັດ ​ກ່ຽວ​ກັບ​ການ​ປະ​ທ້ວງ​ຂອງ ​ອິສຣາ​ແອ​ລ-ກຸ່ມຮາ​ມາສ.”

ທ່ານນາງ ເຄີດສຕິນ ແມັກຄັດເດິນ ກ່າວວ່າ:

“ແຕ່ສິ່ງທີ່ພວກເຮົາຮູ້, ມັນເປັນຊ່ວງເວລາທີ່ມີຄວາມເຄັ່ງຕຶງຢູ່ໃນ ສະຫະລັດ, ຢູ່ໃນທົ່ວທຸກໆເມືອງ. ແລະແທ້ຈິງແລ້ວ, ມັນໄດ້ຢ້ອນກັບຄືນໄປສູ່ປີ 2020, ບ່ອນທີ່ພວກເຮົາເຫັນວ່າ ມີນັກຂ່າວຈໍານວນຫຼາຍຖືກທໍາຮ້າຍຮ່າງກາຍແບບ ບໍ່ເຄີຍມີມາກ່ອນ, ເຊິ່ງມີຈໍານວນຫຼາຍກວ່າ 640 ຄົນ, ແລະມີນັກຂ່າວອີກປະ ມານ 150 ຄົນຖືກຈັບໃນປີນັ້ນ.”

ເຫດການຕ່າງໆເຫຼົ່ານີ້ ເປັນແຮງຜັກດັນໃຫ້ຫ້ອງຂ່າວຕ່າງໆຢູ່ໃນ ສະຫະລັດ ມີວິທີການເອົາທ່າທີຈິງຈັງຫຼາຍຂຶ້ນ, ບ່ອນທີ່ມີການເຫັນດີນໍາກັນວ່າ ບັນດານັກ ຂ່າວ ຈໍາເປັນຕ້ອງມີການກຽມພ້ອມ.

ທ່ານນາງ ເຈັນນິເຟີ ໂທມັສ (Jennifer Thomas), ຮອງສາດສະດາຈານ ດ້ານສື່ມວນຊົນຈາກມະຫາວິທະຍາໄລ ຮາເວີດ ກ່າວວ່າ:

“ການຝຶກອົບຮົມນີ້ ແມ່ນໂອກາດທີ່ດີສໍາລັບພວກເຮົາໃນຖານະນັກຂ່າວທີ່ຈະຮຽນ ຮູ້ເຄື່ອງມືບາງຢ່າງເຫຼົ່ານັ້ນ ແລະ ບາງສິ່ງບໍ່ມີຮູບຮ່າງ ທີ່ພວກເຮົາອາດຈະບໍ່ຮູ້ ຫຼືອາດຈະຕ້ອງການການປັບປຸງໃໝ່, ເນື່ອງຈາກມັນກ່ຽວຂ້ອງກັບລະດູການ ເລືອກຕັ້ງທີ່ຈະມາເຖິງນີ້ ຫຼື ລະດູການທີ່ພວກເຮົາຢູ່ໃນເຫດການນັ້ນ.”

ແລະມັນ ບໍ່ແມ່ນພຽງແຕ່ການລາຍງານກ່ຽວກັບການເລືອກຕັ້ງ ແລະການປະ ທ້ວງທີ່ເຮັດໃຫ້ເກີດອັນຕະລາຍເທົ່ານັ້ນ. ມູນນິທິ IWMF ຍັງພົບວ່າ ມີຄວາມ ສ່ຽງອີກຫຼາຍຢ່າງທີ່ຈະເກີດຂຶ້ນຕໍ່ອົງການຂ່າວໃນທົ່ວທຸກບ່ອນ.

ທ່ານນາງ ເອລິຊາ ລີສ໌ ມູໂນສ, ຜູ້ບໍລິຫານໃຫຍ່ຂອງມູນນິທິ IWMF ກ່າວວ່າ:

“ທຸກໆການຕົບຕີຢູ່ໃນ ອາເມຣິກາ ໄດ້ກາຍເປັນການຕົບຕີທີ່ສ້າງຄວາມແຕກ ແຍກ, ແລະດັ່ງນັ້ນ ຈຶ່ງກາຍເປັນການຕົບຕີທີ່ເປັນອັນຕະລາຍ.”

ດ້ວຍ​ຄວາມ​ເປັນ​ສັດຕູ​ຕໍ່​ສື່​ມວນ​ຊົນ​ທີ່​ເພີ້ມ​ຂຶ້ນ, ການດໍາເນີນງານ​ຝຶກ​ອົບຮົມ​ດ້ານ​ຄວາມ​ປອດ​ໄພ ​ຈຶ່ງແມ່ນ​ວິທີ​ນຶ່ງ​ທີ່​ຈະຊ່ວຍ​ໃຫ້​ນັກ​ຂ່າວ​ມີ​ຄວາມ​ປອດ​ໄພໄດ້.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

With threats and attacks on journalists in the U.S. rising and the presidential election drawing close, media associations are training journalists in how to stay safe. Liam Scott and Cristina Caicedo Smit have the story, narrated by Caicedo Smit.

In an office building in Rosslyn, Virginia, these journalists are preparing to cover the U.S. election.

But their training is not in swing states or polling. It is focused instead on keeping safe: physically, digitally and emotionally.

The workshops are part of an initiative by the International Women’s Media Foundation, or IWMF. Trainers say the idea is to be prepared.

They teach journalists how to avoid being a target, how to read a crowd at a protest, and how to keep their digital profiles secure.

Elisa Lees Muñoz, IWMF Executive Director.

“The IWMF started the new Safety Across America initiative because we have the experience of the last election, and we knew that the incidents would continue in this election and probably potentially be even more severe.”

Hostility directed at reporters during the January 6 insurrection, and a rise in assaults on media, drove the IWMF to take its workshop on the road. It has reached 600 journalists in 11 states.

The training is timely. The U.S. Press Freedom Tracker is seeing a rise in assaults, arrests and attacks on media in 2024, says managing editor Kirstin McCudden.

Kirstin McCudden, US Press Freedom Tracker.

“We've seen a large number of journalists assaulted this year, 68, nearly 70 journalists assaulted.”

Cristina Caicedo Smit, VOA News.

Earlier this year the Press Freedom Tracker reported that the number of journalists detained has doubled in comparison to last year. These incidents have occurred while reporters are covering the Israel-Hamas protests in the United States.

Kirstin McCudden, US Press Freedom Tracker.

"But what we know, it's a tense time in the U.S., across all the cities. And it really, you know, it harkens back a little bit to 2020, where we saw an unprecedented amount of journalists assaulted, more than 640, (and) nearly 150 journalists arrested that year.”

Those events prompted a more proactive approach by newsrooms in the U.S., where the common thread was that reporters needed to be ready.

Jennifer Thomas, Howard University Associate Media Professor.

“This training is a wonderful opportunity for us as journalists to learn some of those tools and some of those intangibles we may not know or may need refreshers on, as it pertains to this upcoming election season or the season that we're in.”

And it is not just coverage of elections and protests that poses a danger. The IWMF has found risks to media can appear anywhere.

Elisa Lees Muñoz, IWMF Executive Director.

“Every beat in America has become a polarizing beat, and therefore has become a dangerous beat.”

With hostility to media on the rise, safety training workshops are one way to help keep journalists safe.