ໜັງສືພິມນິວຢອກໄທມ໌ ແລະ ວໍຊິງຕັນໂພສທ໌ ລາຍງານວ່າ ປະທານາທິບໍດີ ດໍໂນລ
ທຣໍາ ໄດ້ສັ່ງໃຫ້ປົດໄອຍະການພິເສດ ທ່ານໂຣເບີດ ມັລເລີ ອອກຈາກໜ້າທີ່ ໃນເດືອນ
ມິຖຸນາທີ່ຜ່ານມາ ແຕ່ໄດ້ໂຈະໄວ້ ເວລາທີ່ປຶກສາທາງດ້ານກົດໝາຍປະຈຳທຳນຽບຂາວ
ຂົ່ມຂູ່ທີ່ຈະລາອອກ.
ທ່ານມັລເລີ ກຳລັງສືບສວນຕໍ່ການກ່າວຫາທີ່ວ່າ ຄະນະໂຄສະນາຫາສຽງຂອງ ທ່ານ
ທຣໍາຮ່ວມມືກັບຣັດເຊຍ ທີ່ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີປີ 2016.
ນອກນັ້ນທ່ານຍັງສືບສວນເບິ່ງຄວາມເປັນໄປໄດ້ກ່ຽວກັບການຂັດ ຂວາງຂະບວນການ
ຍຸຕິທໍາ ໂດຍທຳນຽບຂາວ.
ອີງຕາມໜັງສືພິມທັງສອງແລ້ວ ປະທານາທິບໍດີທຣໍາ ໄດ້ສັ່ງໃຫ້ກະຊວງຍຸຕິທໍາປົດທ່ານ
ມັລເລີ ອອກຈາກໜ້າທີ່ ເພາະທ່ານຮູ້ສຶກວ່າ ມີການຂັດແຍ້ງກ່ຽວກັບຜົນຜົນປະໂຫຍດ
ຢູ່ສາມຢ່າງ ທີ່ເຮັດໃຫ້ທ່ານມັລເລີ ບໍ່ມີຄຸນນະວຸດທິສາມາດເປັນຜູ້ນຳພາການສືບສວນ ຄືການໂຕ້ແຍ້ງ ກ່ຽວກັບເລື່ອງຄ່າທຳນຽມການເປັນສະມາ ຊິກຢູ່ເດີ່ນຕີກັອຟທີ່ປະທາ
ນາທິບໍດີທຣໍາເປັນເຈົ້າຂອງທີ່ເຮັດໃຫ້ທ່ານມັລເລີຕ້ອງລາອອກ ທ່ານມັລເລີໄດ້ເຮັດວຽກ
ໃຫ້ແກ່ຫ້ອງການທະນາຍຄວາມ ທີ່ໄດ້ເປັນຜູ້ຕາງໜ້າລູກເຂີຍ ແລະເປັນທີ່ປຶກສາຂອງ
ປະທານາທິບໍດີ ທ່ານຈາແຣັດ ກູສເນີ ແລະທ່ານມັລເລີໄດ້ຖືກສຳພາດໃຫ້ກັບຄືນໄປກຳ
ຕຳແໜ່ງເກົ່າ ເປັນຫົວໜ້າອົງການສັນຕິບານກາງ ຫຼື FBI ນຶ່ງມື້ກ່ອນທີ່ທ່ານໄດ້ແຕ່ງຖືກ
ຕັ້ງໃຫ້ເປັນໄອຍະການພິເສດ.
ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ພວກນັກຂ່າວ ເວລາເດີນທາງມາເຖິງ ກອງປະຊຸມເສດຖະກິດໂລກ ທີດາໂວ.
ລາຍງານກ່າວວ່າ ທີ່ປຶກສາທາງດ້ານກົດໝາຍ ຂອງທຳນຽບຂາວ ທ່ານດອນ ແມັກແກນ
ໄດ້ປະຕິເສດທີ່ຈະສົ່ງຄຳສັ່ງຂອງປະທານາທິບໍດີໄປໃຫ້ກະຊວງຍຸຕິທຳເພື່ອປົດທ່ານມັລ
ເລີອອກຈາກໜ້າທີ່. ທ່ານແມັກແກນເຊື່ອວ່າການປົດທ່ານມັລເລີອອກຈາກໜ້າທີ່ຈະເປັນ
ຜົນກະທົບຢ່າງຮ້າຍແຮງຕໍ່ການເປັນປະທານາ ທິບໍດີຂອງທ່ານທຣໍາ ແລະເຮັດໃຫ້ເປັນ
ເງົາມືດໃຫຍ່ຂຶ້ນຕໍ່ການກ່າວຫາກ່ຽວກັບການຂັດຂວາງຂະບວນການຍຸຕິທຳ ອີງຕາມ
ລາຍງານຂ່າວ.
ທະນາຍຄວາມ ທ່ານດອນ ແມັກແກນ ເຫັນຢູ່ນິວຢອກ ເປັນທີປຶກສາໃຫ້ແກ່ທຳນຽບຂາວ.
ທະນາຍຄວາມຂອງປະທານາທິບໍດີທຣໍາ ທ່ານທີ ຄັອບ ບໍ່ຍອມໃຫ້ຄວາມເຫັນກ່ຽວກັບ
ລາຍງານນີ້ “ເພື່ອໃຫ້ກຽດແກ່ຫ້ອງການທີ່ປືກສາພິເສດ ແລະຂັ້ນຕອນ ການດຳເນີນງານ.”
ທ່ານມັລເລີໄດ້ຖືກແຕ່ງຕັ້ງເປັນໄອຍະການພິເສດໃນເດືອນພຶດສະພາ ຫລັງຈາກປະທາ
ນາທິບໍດີທຣໍາ ໄດ້ປົດຫົວໜ້າອົງການສັນຕິບານກາງ ທ່ານເຈມສ໌ ໂຄມີ ຜູ້ຊຶ່ງໃນເວລານັ້ນ ເປັນຫົວໜ້າການສືບສວນກ່ຽວກັບເລື່ອງຣັດເຊຍ.
ປະທານາທິບໍດີດໍໂນລ ທຣໍາ ໂບກມື ໃນຂະນະທີ່ກຳລັງເດີນທາງໄປກອງປະຊຸມເສດຖະກິດໂລກ ທີ່ດາໂວ ສະວິດເຊີແລນ.
ການປົດທ່ານໂຄມີອອກຈາກໜ້າທີ່ ໄດ້ພາໃຫ້ເກີດມີຄຳຖາມວ່າ ປະທານາທິບໍດີໄດ້ພະ
ຍາຍາມທີ່ຂັດຂວາງຂະບວນການຍຸຕິທຳໃນການສືບສວນຫລືບໍ່.
ລັດຖະມົນຕີຍຸຕິທໍາ ສະຫະລັດ ທ່ານແຈັຟ ແຊັສເຊີນ ກ່າວຕໍ່ກອງປະຊຸມນັກຂ່າວ.
ໃນະຂະນະດຽວກັນ ທີມກົດໝາຍຂອງປະທານາທິບໍດີທຣໍາ ກ່າວໃນວັນພະຫັດວານນີ້
ວ່າ ພະນັກງານທຳນຽບຂາວຫລາຍກວ່າ 20 ຄົນ ອາສາສະໝັກໄປໂອ້ລົມກັບທ່ານມັລ
ເລີ ແລະຄະນະສືບສວນຂອງທ່ານ.