ພະແນກກວດກາທົ່ວໄປ ຂອງທຳນຽບຫ້າແຈ ປະເຊີນກັບສິ່ງທ້າທາຍໃຫຍ່ ໃນຄວາມພະຍາຍາມ ຕໍ່ຕ້ານລັດທິຫົວຮຸນແຮງ ໃນປະເທດ

ທະຫານ ສະຫະລັດ ຄົນນຶ່ງ ກວດກາຄ້າຍທະຫານໃນຮ່ອມພູ ຈາລເຣສ, ແຂວງ ວາດັກ ປະເທດ ອັຟການິສຖານ. 18 ກັນຍາ, 2009.

ຄວາມພະຍາຍາມຄັ້ງໃໝ່ເພື່ອຕິດຕາມຂອບເຂດທີ່ພວກລັດທິຫົວຮຸນແຮງໄດ້ແຊກຊຶມເຂົ້າໃນກອງ ທັບ ສະຫະລັດ ນັ້ນອາດໄດ້ປະເຊີນກັບບັນຫາແມ່ນກະທັ້ງກ່ອນທີ່ເຂົາເຈົ້າມີໂອກາດທີ່ຈະເຮັດວຽກໃດໆແລ້ວ.

ບັນດາສະມາຊິກສະພາໄດ້ສ້າງຕັ້ງຮອງຜູ້ກວດກາທົ່ວໄປຄົນໃໝ່ຂຶ້ນມາສຳລັບພະແນກຄວາມແຕກຕ່າງຫຼາກຫຼາຍ, ການຢູ່ລວມກັນ ແລະ ລັດທິກໍ່ການຮ້າຍໃນກອງທັບ ຫຼື DIEM ອັນເປັນສ່ວນນຶ່ງຂອງກົດໝາຍການມອບອຳນາດປ້ອງກັນປະເທດຂອງປີການເງິນ 2021, ເຊິ່ງໄດ້ມີຜົນບັງຄັບໃຊ້ ເມື່ອເດືອນມັງກອນທີ່ຜ່ານມານີ້.

ແຕ່ລາຍງານຂອງວັນຈັນວານນີ້ຈາກຮັກສາການຜູ້ບັນຊາການກະຊວງປ້ອງກັນປະເທດທ່ານ ຊອນ ໂອດອນແນລ ໄດ້ເຕືອນວ່າພະແນກດັ່ງກ່າວແມ່ນໄດ້ປະເຊີນກັບສິ່ງທີ່ທ່ານໄດ້ອະທິບາຍວ່າ ເປັນ “ສິ່ງທ້າທາຍທີ່ໃຫຍ່ຢູ່ແລ້ວ,” ລວມມີການຂາດແຄນທຶນ ແລະ ມີຄວາມເປັນໄປໄດ້ ກ່ຽວກັບ ການຂັດຜົນປະໂຫຍດ.

“ໂດຍປາສະຈາກການດຳເນີນການທີ່ວ່ອງໄວຂອງສະພາເພື່ອແກ້ໄຂການປ່ຽນແປງກົດໝາຍນິຕິ ບັນຍັດວັກທີ 554 ແລະການໃຫ້ທຶນເພີ່ມເຕີມນັ້ນ, ພະແນກກວດກາທົ່ວໄປຂອງກະຊວງປ້ອງກັນຕ່າງປະເທດແມ່ນມີຄວາມສາມາດທີ່ຈຳກັດເພື່ອບັນລຸຄວາມຮຽກຮ້ອງຂອງບັງຄັບນີ້,” ອີງຕາມທ່ານ ໂອດອນແນລ.

ໂດຍສະເພາະແລ້ວ, ລາຍງານຂອງພະແນກກວດກາທົ່ວໄປ ກະຊວງປ້ອງກັນປະເທດໄດ້ຮຽກຮ້ອງການຈັດຫາເງິນທຶນເພີ່ມເຕີມ ສະນັ້ນເຂົາເຈົ້າຈຶ່ງສາມາດຈ້າງຄົນປະມານ 80 ຄົນ ເພື່ອເຮັດວຽກໃນຫ້ອງການທີ່ຖືກສ້າງຂຶ້ນມາໃໝ່ນີ້, ເຊິ່ງພະນັກງານຫຼາຍກວ່າ 10 ຫາ​ 12 ຄົນແມ່ນກຳລັງຢູ່ໃນຂັ້ນຕອນຂອງການຈ້າງງານໃນປັດຈຸບັນນີ້.

ລາຍງານດັ່ງກ່າວຍັງໄດ້ເຕືອນວ່າ ຄວາມອິດສະຫຼະຂອງຫ້ອງການໃໝ່ນັ້ນແມ່ນມີຄວາມສ່ຽງເພາະ ວ່າປັດຈຸບັນນີ້ເຂົາເຈົ້າຖືກຮຽກຮ້ອງໃຫ້ລາຍງານໂດຍກົງຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ.

ທ່ານ ໂອດອນແນລ ກ່າວວ່າ ທ່ານໄດ້ຕິດຕໍ່ຫາບັນດາສະມາຊິກສະພາ ເພື່ອແກ້ໄຂບັນຫາດັ່ງກ່າວ.

ຮອງຜູ້ກວດກາທົ່ວໄປຄົນປັດຈຸບັນສຳລັບພະແນກຄວາມແຕກຕ່າງຫຼາກຫຼາຍ, ການຢູ່ລວມກັນ ແລະ ລັດທິກໍ່ການຮ້າຍ, ທ່ານນາງ ສເຕຟານີ ໄວຣທ໌ (Stephanie Wright) ໄດ້ຖືກແຕ່ງຕັ້ງໃນເດືອນມີນາທີ່ຜ່ານມາ. ລາຍງານສະບັບທຳອິດຂອງຫ້ອງການດັ່ງກ່າວແມ່ນມີກຳນົດສຳລັບສົກງົບປະມານ ປີ 2022.

ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ ໄດ້ທຳການປາບປາມລັດທິກໍ່ການຮ້າຍພາຍ ໃນກອງທັບໃນຂະນະທີ່ສະໜັບສະໜູນຄວາມແຕກຕ່າງຫຼາກຫຼາຍເປັນບູລິມະສິດສູງສຸດ ນັບຕັ້ງ ແຕ່ໄດ້ເຂົ້າກຳຕຳແໜ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ