ນາຍົກລັດຖະມົນຕີ ຄົນໃໝ່ຂອງ ລາວ ຢືນຢັນວ່າ ປະເທດ ກຳລັງກ້າວ ໄປສູ່ ສັງຄົມນິຍົມ

ນາຍົກລັດຖະມົນຕີ ລາວ ທ່ານ ທອງລຸນ ສີສຸລິດ ກ່າວຄຳປາໄສໃນລະຫວ່າງກອງປະຊຸມສະພາແຫ່ງຊາດ.

ນາຍົກລັດຖະມົນຕີຄົນໃໝ່ຂອງ ລາວ ຢືນຢັນວ່າກາພັດທະນາປະເທດ ລາວ ໃນໄລຍະ 5 ປີຕໍ່ໄປນີ້ຍັງຈະຢືນຢູ່ບົນເປົ້າໝາຍການພັດທະນາປະເທດຊາດໄປສູ່ສັງຄົມນິຍົມໃຫ້ໄດ້ໃນ ທີ່ສຸດ.

Your browser doesn’t support HTML5

ຟັງລາຍງານ ນາຍົກລັດຖະມົນຕີ ຄົນໃໝ່ຂອງ ລາວ ຢືນຢັນວ່າ ປະເທດ ກຳລັງກ້າວ ໄປສຸ່ ສັງຄົມນິຍົມ

ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ ໃຫ້ຄຳໝັ້ນຕໍ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກຂອງ ສະພາແຫ່ງຊາດ ລາວ ຊຸດ ທີ 8 ຫຼັງຈາກທີ່ທ່ານໄດ້ຮັບການເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ຂອງ ລາວ ຢ່າງເປັນທາງການໃນວັນທີ 20 ເມສາທີ່ຜານມານີ້ ວ່າທ່ານຈະປະຕິບັດໜ້າທີ່ຢ່າງຊື່ສັດ ແລະ ໂປ່ງໄສໃນທຸກວຽກງານ ແລະ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ລາວ ຊຸດທີ 8 ຈົ່ງໄດ້ກວດສອບການຈັດຕັ້ງປະຕິບັດ ແລະ ປະກອບຄວາມຄິດຄວາມເຫັນ ໃນທຸກວຽກງານຂອງລັດຖະບານຢ່າງສ້າງສັນເພື່ອແນໃສ່ການ ການພັດທະນາປະເທດ ລາວ ໃຫ້ກ້າວໄປສູ່ສັງຄົມນິຍົມຢ່າງສົມບູນດັ່ງທີ່ທ່ານໄດ້ຢືນຢັນວ່າ.

"ຂ້າພະເຈົ້າຂໍຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນຈົ່ງໄດ້ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອເຮັດການກວດກາຢ່າງໃກ້ຊິດ ໃຫ້ຄຳຕຳໜິຕິຊົມທີ່ ສ້າງສັນ ໃຫ້ຄວາມຄິດເຫັນແກ່ລັດຖະບານໄດ້ປະຕິບັດພາລະກິດໃຫ້ມີປະສິດທິຜົນສູງ ແນໃສ່ນຳເອົາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ເຮັດໃຫ້ຄວາມທຸກ ຍາກຂອງປະຊາຊົນໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ ສ້າງປະເທດຊາດໃຫ້ຮັ່ງມີ ເຂັ້ມແຂງ ປະຊາຊົນໃຫ້ມີຜາສຸກ ສັງຄົມມີປະຊາທິປະໄຕ ຍຸດຕິທຳ ແລະ ສີວິໄລ ກ້າວ ສູ່ຈຸດໝາຍສັງຄົມນິຍົມໃນອະນາຄົດ."

ແຕ່ຢ່າງໃດກໍຕາມ ທ່ານ ທອງລຸນ ກໍບໍ່ໄດ້ໃຫ້ລາຍລະອຽດວ່າ ເປົ້າໝາຍຂອງການກ້າວໄປ ສູ່ການເປັນປະເທດສັງຄົມນິຍົມຢ່າງສົມບູນຂອງ ສປປ ລາວ ນັ້ນຈະເກີດຂຶ້ນໄດ້ຢ່າງແທ້ ຈິງເມື່ອໃດແທ້ ຫາກແຕ່ທ່ານກໍໄດ້ເນັ້ນຢ້ຳທີ່ຈະດຳເນີນທຸກມາດຕະການເພື່ອໃຫ້ບັນລຸເປົ້າ ໝາຍຕາມວິໄສທັດການພັດທະນາ ລາວ ມຸ່ງສູ່ປີ 2030.

ທັງນີ້ກອງປະຊຸມໃຫຍ່ພັກປະຊາຊົນປະຕິວັດ ລາວ ຄັ້ງທີ 10 ທີ່ໄດ້ດຳເນີນການປະຊຸມໃນ ຊ່ວງວັນທີ 18-22 ມັງກອນ 2016 ທີ່ຜ່ານມາໄດ້ຮັບຮອງເອົາວິໄສທັດການພັດທະນາ ລາວ ມຸ່ງສູ່ປີ 2030 ຢ່າງເປັນທາງການພ້ອມດ້ວຍການຮັບຮອງເອົາແຜນຍຸດທະສາດ ການພັດທະນາເສດຖະກິດ ແລະ ສັງຄົມໃນຊ່ວງປີ 2016-2025 ແລະແຜນການພັດທະ ນາເສດຖະກິດສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ 8 ໃນຊ່ວງປີ 2016-2020 ໃນໂອກາດ ດຽວກັນ.

ສຳລັບວິໄສທັດການພັດທະນາ ລາວ ມຸ່ງສູ່ປີ 2030 ດັ່ງກ່າວນີ້ ຄະນະກົມການເມືອງສູນ ກາງພັກຊຸດທີ 9 ທີ່ນຳໂດຍ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ພັກ ໄດ້ມີມະ ຕິມອບໝາຍໃຫ້ໜ່ວຍງານຄົ້ນຄວ້າແຜນຍຸດທະສາດການພັດທະນາເສດຖະກິດແຫ່ງ ຊາດທີ່ມີທ່ານ ບົວສອນ ບຸບຜາວັນ ເປັນຫົວໜ້າຄະນະນັ້ນ ໃຫ້ເປັນພາກສ່ວນຮັບຜິດຊອບ ດຳເນີນການຮ່າງ ນັບແຕ່ຕົ້ນປີ 2014 ແລະ ນຳເອົາຮ່າງວິໄສທັດດັ່ງກ່າວນີ້ໄປໃຫ້ສະມາ ຊິກພັກປະກອບຄວາມເຫັນໃນທົ່ວປະເທດ ໃນຕະຫຼອດປີ 2015 ເພື່ອນຳສະເໜີຕໍ່ກອງ ປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃນຄັ້ງດັ່ງກ່າວ.

ໂດຍວິໄສທັດການພັດທະນາ ລາວ ສູ່ປີ 2030 ດັ່ງກ່າວນີ້ຍັງຄົງສືບຕໍ່ເປົ້າໝາຍຂອງພັກ ທີ່ຈະນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ໃນປີ 2020 ເພື່ອ ຈະຍົກລະດັບໃຫ້ ລາວ ເປັນປະເທດກຳລັງພັດທະນາ ທີ່ປະຊາກອນມີລາຍຮັບໃນລະດັບ ປານກາງໄປຫາສູງ ໃນປີ 2030 ເພື່ອກ້າວໄປສູ່ສັງຄົມນິຍົມໃຫ້ໄດ້ຢ່າງສົມບູນ ໃນອະນາ ຄົດ.

ທາງດ້ານທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ ການເງິນຄົນໃໝ່ກໍໄດ້ຢືນຢັນວ່າລັດຖະບານ ລາວ ໄດ້ວາງຄາດໝາຍການພັດທະນາເສດ ຖະກິດ ໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ນ້ອຍກວ່າ 7.5 ເປີເຊັນຕໍ່ປີໃນຕະ ຫຼອດການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ 8 ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ (GDP) ສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 3,100 ໂດລາຕໍ່ຄົນໃນປີ 2020.

ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ຢ່າງແທ້ຈິງນັ້ນກໍຈະຕ້ອງຊຸກຍູ້ໃຫ້ພາກ ກະສິກຳຂະຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍລິ ການນັ້ນກໍຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງລະດົມເງິນທຸກທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ ຂອງ ລັດຖະບານ ລາວ ໃຫ້ໄດ້ເຖິງ 27 ຕື້ໂດລາໃນໄລຍະ 5 ປີດັ່ງກ່າວໂດຍໃນນີ້ເປັນການລົງ ທຶນຂອງພາກລັດຖະບານ ລາວ 24-28 ເປີເຊັນ, ພາກເອກະຊົນ 54-58 ເປີເຊັນ ແລະ ສິນເຊື່ອໃນລະບົບທະນາຄານ 19-21 ເປີເຊັນຂອງການລົງທຶນທັງໝົດດັ່ງກ່າວ.