ອອສເຕຣເລຍ ກັບນິວ ຊີແລນ ຮວມຢູ່ໃນບັນດາ ປະເທດທີ່ໄດ້ຕ້ອນຮັບ ປີໃໜ່ສາກົນ ກ່ອນໝູ່ (ສະໄລດ໌ກັບວີດິໂອ)

ການສະຫລອງບຸນປີໃໝ່ສາກົນ ທີ່ນະຄອນຊິດນີ ປະເທດອອສເຕຣເລຍ ພ້ອມໆກັນກັບ ເມືອງ Auckland ປະເທດ New Zealand

ອອ໊ກ​ກະ​ເ​ລິນ (Auckland) ​ເມືອງ​ເອກ​ຂອງ New Zealand
ໄດ້​ເປັນ​ເມືອງ​ທໍາ​ອິດທີ່​ຕ້ອນ​ຮັບ ປີ​ໃໝ່ 2013 ​ໂດ​ຍມີ​ຜູ້​ຄົນ ຈໍາ
ນວນຫລວງຫລາຍ ​ໄປ​ເຕົ້າ​ໂຮມ​ກັນຢູ່​ທີ່​ອ່າວ Auckland ​ເພື່ອ
ຊົມ​ບັ້ງ​ໄປ​ດອກ.

ພໍ​ນາລິກາ​ຕີ​ເວລາທ່ຽງ​ຄືນ​ຢູ່​ທີ່​ນັ້ນ ກໍ​ໄດ້​ມີ​ການ​ຍິງ​ບັ້ງ​ໄຟ​ດອກ ຂຶ້ນ​ສູ່​ທ້ອງຟ້າ ​ເໜືອຕຶກ Sky Tower ທີ່​ສູງ 328 ​ແມັດ​ຂອງ​ເມືອ​ງ Auckland ທ່າມກາງ​ສຽງ​ບີບ​ແກ ຕ້ອນຮັບ​ປີ​ໃໝ່ ຂອງ​ພວກ​ເຮືອ​ທີ່​ຈອດ​ຢູ່​ໃນ​ອ່າວ.

ນິວ ຊີ​ແລນ ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທໍາ​ອິດໆ ທີ່ໄດ້​ຕ້ອນຮັບ​ປີ​ໃໝ່​ສາກົນ​ກ່ອນໝູ່ ຍ້ອນ​ຕັ້ງ​ຢູ່​ໃກ້​ເສ້ນ​ແບ່ງ​ເວລາ​ສາກົນ ຫລື International Date Line.

​ນະຄອນ Auckland ​ເປັນບ່ອນ​ທີ່​ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ຊີກ​ໂລກ​ຕາ​ເວັນ​ຕົກ ນິຍົມ​ກັນ​ໄປ​ທ່ຽວ​ໃນ​ຍາມ​ນີ້ ​ເພື່ອ​ສະ​ເຫລີ​ມສະຫລອງຕ້ອນຮັບ​ປີ​ໃໝ່ ​ໃນ​ທ່າມກາງ​ອາກາດ​ທີ່​ອົບ​ອຸ່ນ.

ອອສເຕຣເລຍ ກໍໄດ້ຕ້ອນຮັບ ປີໃໝ່ສາກົນ ພ້ອມໆກັນກັບນິວ ຊີແລນ.



ເບິ່ງວີດິໂອການຕ້ອນຮັບປີໃໝ່ສາກົນ ຢູ່ຊິດນີດ ອອສເຕຣເລຍ:

Your browser doesn’t support HTML5

ການສະຫລອງປີໃໝ່ ຢູ່ອ່າວ Sydney ປະເທດອອສເຕຣເລຍ.