ເຫດລະເບີດຢູ່ບໍ່ຖ່ານຫີນ ນິວຊີແລນ

  • ໄພສານ ວໍຣະຈັກ

ຮູບຖ່າຍເມື່ອວັນທີ 22 ກຸມພາປີ 2008 ທີ່ສະແດງໃຫ້ເຫັນ ພວກນາຍຊ່າງ ພວມສ້ອມແປງລະບົບດູດອາກາດ ທີ່ບໍ່ຖ່ານຫີນ Pike River ຂອງນິວຊີແລນ.

ຫົວໜ້າຄະນະບໍລິຫານຂອງບໍລິສັດບໍ່ຖ່ານຫີນແຫ່ງນຶ່ງໃນ
ພາກຕາເວັນຕົກຂອງນິວຊີແລນກ່າວວ່າ ມີຄົນງານ 27
ຄົນຫາຍສາບສູນ ຫຼັງຈາກໄດ້ເກີດເຫດລະເບີດ ຢູ່ໃຕ້ດິນ
ໃນວັນສຸກມື້ນີ້.

ທ່ານ Peter Whittall ກ່າວວ່າ ມີຄົນງານ 2 ຄົນສາ
ມາດຫຼົບໜີອອກມາໄດ້ ຫຼັງຈາກໄດ້ເກີດເຫດລະເບີດ ທີ່
ບໍ່ຖ່ານຫີນ Pike River ຊຶ່ງຕັ້ງຫ່າງຈາກເມືອງ Grey-
mouth ຂຶ້ນໄປທາງທິດເໜືອປະມານ 50 ຫຼັກກິໂລແມັດ.

ພວມມີການສົ່ງເຈົ້າໜ້າທີ່ກູ້ໄພໄປຍັງບ່ອນທີ່ເກີດເຫດໃນທັນທີ ລຸນຫຼັງທີ່ໄດ້ເກີດເຫດລະເບີດ.

ບໍ່ຖ່ານຫີນທີ່ວ່ານີ້ ແມ່ນຢູ່ເລິກລົງໄປຈາກໜ້າດິນທີ່ເປັນສາຍພູ ປະມານ 2 ກິ ໂລແມັດ.