ນິວຊີແລນ ຮັບປະກັນ ກັບອອສເຕຣເລຍວ່າ ຈະບໍ່ມີການແຕກແຍກກັນ ຍ້ອນເລື້ອງຈີນ

ທ່ານນາງ Cindy Kiro (ຊ້າຍ) ແລະ ນາຍົກລັດຖະມົນຕີຈາຊິນດາ ອາເດິນຂອງນິວຊີແລນ (ຂວາ) ຍ່າງຜ່ານຕຶກຂອງສະພາໄປນໍາກັນ ໃນວັນ 24 ພຶດສະພາ, 2021 ໃນນະຄອນແວລລິງຕັນຂອງນິວຊີແລນ. ທ່ານນາງ Kiro ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ບໍລິຫານລັດຖະບານທົ່ວໄປຄົນໃໝ່ ຊຶ່ງເປັນແມ່ຍິງຊົນເຜົ່າດັ້ງເດີມ Maori ໃນປະເທດດັ່ງກ່າວ

ນາຍົກລັດຖະມົນຕີນິວຊີແລນ, ທ່ານນາງ ຈາຊິນດາ ອາເດິນ ໄດ້ຢືນຢັນວ່າ ການພົວພັນກັບພັນທະມິດທີ່ໃກ້ຊິດອອສເຕຣເລຍຈະບໍ່ໄດ້ຮັບຜົນກະທົບທາງລົບຈາກຈີນ. ລັດຖະບານຂອງທ່ານນາງອາເດິນໄດ້ຖືກກ່າວຫາວ່າມີຄວາມອ່ອນໂຍນຕໍ່ປັກກິ່ງເພື່ອໃຫ້ໄດ້ຮັບຜົນປະໂຫຍດຈາກການພົວພັນການຄ້າທີ່ຫຼາຍຂຶ້ນກວ່າເກົ່າ ກັບປະເທດເອເຊຍຕາເວັນອອກແຫ່ງນັ້ນ. ນອກນັ້ນ ທ່ານນາງອາເດິນ ຍັງໄດ້ມີການເຈລະຈາປະຈໍາປີກັບນາຍົກລັດຖະມົນຕີອອສເຕຣເລຍ, ທ່ານ ສກັອດ ມໍຣິສັນ (Scott Morrison) ເພື່ອປຶກສາຫາລືກ່ຽວກັບການຄ້າ, ຄວາມປອດໄພແລະສິ່ງທ້າທາຍຕ່າງໆທີ່ກ່ຽວພັນກັບການລະບາດຂອງພະຍາດໂຄວິດ-19. Phil Mercer ນັກຂ່າວວີໂອເອ ມີລາຍງານ ຈາກຊິດນີ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານກ່ຽວກັບສາຍພົວພັນລະຫວ່າງນິວຊີແລນ ກັບອອສເຕຣເລຍ

ໃນບ່ອນຕາກອາກາດທີ່ມີສະໜາມແລ່ນສະກີ ແລະຫລິ້ນກິລາຜະຈົນໄພຂອງນະຄອນຄວີນສທາວນ໌ ໃນນິວຊີແລນນັ້ນ, ນາຍົກລັດຖະມົນຕີຈາຊິນດາ ອາ
ເດິນ (Jacinda Ardern) ແລະຄູ່ຕຳແໜ່ງຝ່າຍອອສເຕຣເລຍຂອງທ່ານນາງ ຄື ທ່ານ ສກັອດ ມໍຣິສັນ (Scott Morrison) ບໍ່ໄດ້ໃຫ້ຄວາມສໍາຄັນກ່ຽວກັບຄວາມແຕກແຍກກັນ ໃນເລື້ອງການພົວພັນກັບຈີນ.

ໃນຕົ້ນປີນີ້, ນິວຊີແລນກ່າວວ່າ ຕົນບໍ່ສະບາຍໃຈ ໃນການໃຊ້ກຸ່ມ 5 ຕາສອດ ແນມ ທີ່ມີມາໄດ້ 70 ປີແລ້ວ, ເຊິ່ງລວມມີສະຫະລັດ, ອັງກິດ, ອອສເຕຣເລຍ ແລະການາດານັ້ນເພື່ອຕໍານິຈີນ. ສິ່ງນັ້ນ ໄດ້ຖືກຕີລາຄາຢ່າງກວ້າງຂວາງວ່າ ເປັນຄວາມພະຍາຍາມຂອງແວລລິງຕັນ ເພື່ອຫຼີກລ້ຽງການທຳລາຍສາຍພົວພັນ ທາງການຄ້າທີ່ມີກຳໄລສູງກັບປັກກິ່ງ.

ຂ່າວສາລະຄະດີທາງໂທລະພາບໄດ້ກ່າວຫານິວຊີແລນວ່າໄດ້ປະຖິ້ມອອສເຕຣເລຍ “ຍ້ອນການເງິນທີ່ໄວຂອງຈີນ.”

ນິວຊີແລນກໍ່ລັງເລໃຈທີ່ຈະເຊັນຖະແຫຼງການຮ່ວມກັບບັນດາຄູ່ພາຄີຂອງຕົນ ທີ່ກ່າວປະນາມການປາບປາມຂອງຈີນ ຕໍ່ຂະບວນການສົ່ງເສີມປະຊາທິປະໄຕໃນຮົງກົງແລະການປະຕິບັດຂອງປະເທດນັ້ນ ຕໍ່ປະຊາຊົນຊາວມຸສລິມວີເກີ ທີ່ເປັນ ຊົນກຸ່ມນ້ອຍຂອງພວກເຂົາເຈົ້ານັ້ນ. ຄຳປະກາດດັ່ງກ່າວໄດ້ເຮັດໃຫ້ລັດຖະບານຈີນມີຄວາມໂກດແຄ້ນ.

ແຕ່ວ່າຫລັງຈາກການເຈລະຈາປະຈຳປີ ໃນວັນຈັນຜ່ານມາກັບນາຍົກລັດຖະມົນຕີອອສເຕຣເລຍແລ້ວ ທ່ານນາງອາເດິນ ກໍກ່າວວ່າ ທ່ານນາງໄດ້ຢືນຢູ່ໃນຄວາມສາມັກຄີກັບປະເທດເພື່ອນບ້ານທີ່ຂ້າມທະເລທາສແມນ (Tasman) ຂອງທ່ານນາງ.

ທ່ານນາງອາເດິນກ່າວດັ່ງນີ້:
"ບໍ່ມີຈຸດໃດໃນການສົນທະນາກັນຂອງພວກເຮົາໃນມື້ນີ້ ທີ່ຂ້າພະເຈົ້າໄດ້ພົບເຫັນຄວາມແຕກຕ່າງກັນໃນຈຸດຢືນທີ່ກ່ຽວຂ້ອງຂອງພວກເຮົາ ໃນເລື້ອງຄວາມສຳຄັນຂອງການຮັກສາທັດສະນະທີ່ແຂງແກ່ນ ແລະມີຫຼັກການ ກ່ຽວກັບປະເດັນຕ່າງໆທາງດ້ານການຄ້າ, ບັນຫາສິດທິມະນຸດ, ແລະ ທ່ານຈະເຫັນວ່າ ອອສເຕຣເລຍ ແລະນິວຊີແລນໄດ້ມີຈຸດຢືນແບບກວ້າງໆຢູ່ບ່ອນດຽວກັນແທ້ໆ ໃນບັນຫາເຫຼົ່ານີ້ ຕະຫລອດມາ. ສະນັ້ນ, ຂ້າພະເຈົ້າຂໍຕອບໂຕ້ກັບໄປ ຕໍ່ຂໍ້ຄິດເຫັນໃດໆ ທີ່ເຫັນ ວ່າ ພວກເຮົາບໍ່ເອົາທ່າທີອັນແຂງແກ່ນ ຕໍ່ບັນຫາອັນສຳຄັນຫລາຍທີ່ສຸດເຫຼົ່ານີ້.”

ນິວຊີແລນຍັງໄດ້ຊີ້ໃຫ້ເຫັນອີກວ່າ ຕົນຈະສະໜັບສະໜູນອອສເຕຣເລຍໃນການຂັດແຍ້ງດ້ານການຄ້າທີ່ກໍາລັງມີຢູ່ກັບຈີນ ໃນເວລານີ້. ຄວາມເຄັ່ງຕຶງລະຫວ່າງ ແຄນເບີຣາ ກັບປັກກິ່ງໄດ້ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້ ກ່ຽວກັບການຂັດແຍ້ງທາງພູມສາດການເມືອງ ແລະການກ່າວຫາກ່ຽວກັບການແຊກແຊງຂອງຈີນ ເຂົ້າໃນການເມືອງຂອງອອສເຕຣເລຍ. ການຮຽກຮ້ອງຂອງແຄນເບີຣາ ໃຫ້ມີການສືບ ສວນທົ່ວໂລກກ່ຽວກັບຕົ້ນກຳເນີດຂອງເຊື້ອໄວຣັສໂຄໂຣນາ, ເຊິ່ງເກີດຂຶ້ນຄັ້ງທຳອິດ ໃນປະເທດຈີນເມື່ອທ້າຍປີ 2019 ນັ້ນໄດ້ນໍາເອົາຄວາມສຳພັນເຂົ້າໄປສູ່ສະ ພາບທີ່ຊຸດໂຊມລົງ, ຊຶ່ງເຮັດໃຫ້ມີການກວດຕ້ອນ ເກັບພາສີຂາເຂົ້າຂອງຈີນເພີ່ມ ຂຶ້ນຕໍ່ສິນຄ້າສົ່ງອອກຂອງອອສເຕຣເລຍເປັນຈຳນວນຫຼາຍ, ລວມທັງເຫຼົ້າ, ເຂົ້າ ບາເລ ແລະຖ່ານຫີນ.

ທ່ານມໍຣິສັນກ່າວວ່າສາຍພົວພັນຂອງປະເທດຂອງທ່ານກັບນິວຊີແລນຍັງຄົງ ແໜ້ນແກ່ນຄືເກົ່າ.

ທ່ານມໍຣິສັນກ່າວດັ່ງນີ້:
"ໃນຖານະເປັນຄູ່ພາຄີ ທີ່ຍິ່ງໃຫຍ່, ເປັນເພື່ອນມິດ, ເປັນພັນທະມິດແລະເປັນຄອບຄົວດຽວກັນແທ້ໆ, ຈະມີຜູ້ທີ່ຢູ່ຫ່າງໄກຈາກໜີ້ ທີ່ສະແຫວງຫາທາງແບ່ງແຍກພວກເຮົາ, ແລະພວກເຂົາຈະບໍ່ປະສົບຜົນສຳເລັດໄດ້."

ເຖິງຢ່າງໃດກໍ່ຕາມ, ກໍຍັງມີບັນດາຂົງເຂດ ທີ່ມີການບໍ່ເຫັນພ້ອມນໍາກັນຢູ່.

ການເນລະເທດຊາວນິວຊີແລນທີ່ຖືກຕັດສິນວ່າທໍາການກໍ່ອາຊະຍາກໍາ ລວມທັງເດັກນ້ອຍຂອງແຄນເບີຣາ ທີ່ເປັນບັນຫາຖົກຖຽງກັນນັ້ນ ໄດ້ເຮັດໃຫ້ສາຍພົວພັນຂອງສອງປະເທດ ມີຄວາມເຄັ່ງຕຶງ. ລັດຖະມົນຕີຂັ້ນສູງທ່ານນຶ່ງຂອງອອສເຕຣເລຍໄດ້ປຽບທຽບນະໂຍບາຍນີ້ວ່າ “ເອົາຂີ້ເຫຍື້ອອອກໄປ”. ໃນການຕອບໂຕ້ກັບນັ້ນ, ບັນດາເຈົ້າໜ້າທີ່ນິວຊີແລນກ່າວວ່າ ການປະຕິບັດການນີ້ແມ່ນ "ໜ້າກຽດ" ແລະ ວ່າຄໍາເວົ້າທ່ານເຮັດໃຫ້ໃຈຮ້າຍຂຶ້ນຄືໄຟ ຂອງທ່ານລັດຖະມົນຕີ ພຽງແຕ່ເຮັດໃຫ້ “ຊື່ສຽງຂອງທ່ານເສຍໄປ.”

ທັງສອງປະເທດຍັງໄດ້ປຶກສາຫາລືກັນກ່ຽວກັບວິທີການຜ່ອນຜັນມາດຕະການຄວບຄຸມພະຍາດໂຄວິດ-19 ທີ່ເຂັ້ມງວດຢູ່ຊາຍແດນ ເພື່ອໃນທີ່ສຸດກໍເຊື່ອມຕໍ່ກັບປະເທດອື່ນໆ ໃນໂລກຄືນອີກ.

ໃນຖະແຫຼງການຮ່ວມສະບັບນຶ່ງນັ້ນ, ທ່ານນາງອາເດິນ ແລະທ່ານມໍຣິສັນໄດ້ຮຽກຮ້ອງໃຫ້ຈີນເຄົາລົບສິດທິມະນຸດໃນຮົງກົງແລະວິຈານການກັກຂັງຊາວມຸສລິມວີເກີ ຢູ່ແຂວງຊິນຈຽງ.

ໃນການຕອບໂຕ້ກັບນັ້ນ ຈີນໄດ້ກ່າວວ່າຜູ້ ນຳອອສເຕຣເລຍ ແລະນິວຊີແລນໄດ້ອອກຄຳເຫັນແບບບໍ່ມີຄວາມຮັບຜິດຊອບ ຕໍ່ກິດຈະການພາຍໃນ ຂອງຈີນ ແລະທໍາການກ່າວຫາ ແບບບໍ່ມີມູນຄວາມຈິງຕໍ່ປັກກິ່ງ.

ຈີນໄດ້ເປັນເລື້ອງຂອງການກ່າວປະນາມໝົດໂລກໃນການປະຕິບັດຕໍ່ຊາວມຸສລິມ ວີເກີຈຳນວນນຶ່ງລ້ານຄົນທີ່ຖືກກັກຂັງຢູ່ໃນສູນດັດສ້າງ, ລວມທັງການຈັດປະເພດຂອງສະຫະລັດໃຫ້ນະໂຍບາຍຂອງຈີນທີ່ມີຕໍ່ຊາວວີເກີວ່າເປັນ 'ການຂ້າລ້າງເຜົ່າ ພັນ' ນັ້ນອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ