ສຫລ ຕັດສິນຈໍາຄຸກ ພວກວາງແຜນ ໂຈມຕີ ລົດໄຟໃຕ້ດິນ ທີ່ນິວຢອກ

ຮູບແຕ້ມນາຍ Adis Medunjanin ຜູ້ຖືກຄະນະຂຸນສານລັດຖະບານກາງ ຕັດສິນວ່າກະທໍາຜິດ ໃນຂໍ້ຫາວາງແຜນລະເບີດລົດໄຟໃຕ້ດິນ ທີ່ນີວຢ໊ອກ ແລະຖືກຕັດສິນ ຈໍາຄຸກຕະຫລອດຊີວິດນັ້ນ.

ໃນວັນສຸກວານນີ້ ສານລັດຖະບານກາງໃນນະຄອນນີວຢອກ
ໄດ້ຕັດສິນຈໍາຄຸກຕະຫລອດຊີວິດ ສະມາຊິກຂອງເຄືອຂ່າຍ
al-Qaida ຜູ້ນຶ່ງທີ່ວາງແຜນຈະໂຈມຕີດ້ວຍລະເບີດສະລະຊີບ ຕໍ່ລະບົບລົດໄຟໃຕ້ດິນໃນນະຄອນນິວຢອກໃນປີ 2009 ແຕ່
ບໍ່ສໍາເລັດນັ້ນ.

ພວກໄອຍະການສານເວົ້າວ່າ ທ້າວ Adis Medujanin ແລະ
ຜູ້ສົມຮູ້ຮ່ວມຄິດ ຖືກນັກສືບລັບຂອງລັດຖະບານກາງຈັບໄດ້ບໍ່
ພໍເທົ່າໃດມື້ ກ່ອນຈະລົງມືປະຕິບັດຕາມແຜນການດັ່ງກ່າວນັ້ນ.

ພວກເຈົ້າໜ້າທີ່ກ່າວວ່າ ທ້າວ Medujanin ພະຍາຍາມຫລີກ
ລ່ຽງການຈັບກຸມໂດຍໄດ້ຂັບລົດທີ່ເຕັມໄປດ້ວຍວັດຖຸລະເບີດໄປ
ໃນຄວາມໄວສູງ ຢູ່ຕາມ ທາງດ່ວນຂອງນະຄອນນິວຢອກ ໂດຍ ຕັ້ງໃຈວ່າຈະຂັບໄປຕໍາກັບລົດຄັນອື່ນ ແລ້ວເຮັດໃຫ້ລົດຄັນດັ່ງກ່າວລະເບີດຂຶ້ນ.

ກະຊວງຍຸດຕິທໍາສະຫະລັດເວົ້າວ່າ ທ້າວ Medujanin ແລະເພື່ອນຈໍາເລີຍຂອງລາວ ໄດ້ ອອກຈາກສະຫະລັດໄປ ໃນປີ 2008 ໂດຍຕັ້ງໃຈວ່າຈະໄປເຂົ້າຮ່ວມກຸ່ມຕານລີບານ ໃນ ອັຟການິສຖານ. ແຕ່ກົງກັນຂ້າມ ພວກເຂົາເຈົ້າ ໄດ້ຕົກໄປຢູ່ໃນປາກິສຖານ ບ່ອນທີ່ພວກ ປະຕິບັດງານ al-Qaida ໄດ້ຝຶກ ແລະສັ່ງໃຫ້ເຂົາເຈົ້າດໍາເນີນການໂຈມຕີກໍ່ການຮ້າຍຢູ່ໃນ ສະຫະລັດ.

ສ່ວນຜູ້ຕ້ອງສົງໄສອີກ 6 ຄົນ ໄດ້ຖືກຕັດສິນໂທດໄປແລ້ວ.