ເຈົ້າຄອງນະຄອນນິວຢອກກ່າວວ່າ 'ບໍ່ມີບ່ອນຫວ່າງ' ສໍາລັບຜູ້ຍົກຍ້າຍຖິ່ນຖານ ຢູ່ໃນເມືອງຂອງທ່ານ

ເຈົ້າຄອງນະຄອນນິວຢອກ ທ່ານເອຣິກ ອາດາມສ໌ ຢືນຢູ່ດ້ານນອກສູນລີ້ໄພ ໃນລະຫວ່າງທີ່ທ່ານເດີນທາງໄປຢ້ຽມຢາມ ແລະອະທິບາຍກ່ຽວກັບການຍົກຍ້າຍຖິ່ນຖານ ກັບບັນດາເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງແອລ ພາສໂຊ, ລັດເທັກຊັສ, ວັນທີ 15 ມັງກອນ 2023.

ເຈົ້າຄອງນະຄອນນິວຢອກ ໄດ້ເດີນທາງໄປບໍລິເວນເຂດຊາຍແດນເມັກຊິໂກ ຢູ່ເມືອງ ແອ​ລ ປາສໂຊ ໃນວັນອາທິດວານນີ້, ແລະໄດ້ປະກາດວ່າ “ບໍ່ມີບ່ອນ ຫວ່າງຢູ່ນິວຢອກ” ສໍາລັບຜູ້ຍົກຍ້າຍຖິ່ນຖານຢູ່ໃນລົດໂດຍສານຈໍານວນຫຼາຍ ທີ່ກໍາລັງສົ່ງໄປບ່ອນທີ່ເປັນເມືອງຍອດນິຍົມທີ່ສຸດຂອງອາເມຣິກາ.

ທ່ານ ເອຣິກ ອາດາມສ໌ (Eric Adams), ສັງ​ກັດພັກເດໂມແຄຣັດ ຍັງໄດ້ຕໍາ ໜິລັດຖະບານຂອງປະທານາ ທິບໍດີສະຫະລັດ ທ່ານໂຈ ໄບເດັນ ສັງ​ກັດພັກ ເດໂມແຄຣັດ, ໂດຍກ່າວວ່າ “ເວລານີ້ ມັນແມ່ນຊ່ວງເວລາຂອງລັດຖະບານ ແຫ່ງຊາດທີ່ຈະປະຕິບັດວຽກງານຂອງພວກເຂົາເຈົ້າ” ກ່ຽວກັບວິກິດການຂອງຜູ້ຍົກຍ້າຍຖິ່ນ ຖານຢູ່ເຂດຊາຍແດນທາງພາກໃຕ້ຂອງອາເມຣິກາ.

ການຢ້ຽມຢາມເມືອງຊາຍແດນທາງພາກໃຕ້ຂອງເຈົ້າຄອງນະຄອນນິວຢອກ ກ່ຽວກັບ ບັນຫາການຍົກຍ້າຍຖິ່ນຖານ ເປັນເຫດການທີ່ບໍ່ເຄີຍມີມາກ່ອນ.

ລົດໂດຍສານທີ່ບັນທຸກຜູ້ຍົກຍ້າຍຖິ່ນຖານເຕັມຄັນລົດ ໄດ້ຖືກສົ່ງໄປຂົງເຂດທາງ ພາກເໜືອຂອງປະເທດເຊັ່ນນະຄອນນິວຢອກ ແລະບໍລິເວນເມືອງອື່ນໆທີ່ຢູ່ໃກ້ ຄຽງ ໂດຍລັດທີ່​ຖືກ​ຄວບ​ຄຸມ​ໂດຍພັກຣິພັບບຣິກັນ, ເຊິ່ງມັນໄດ້ເຮັດໃຫ້ເກີດວິກິດ ການທີ່ຢູ່ອາໄສຢູ່ໃນນະຄອນນິວຢອກ ພົບກັບວິກິດການທີ່ຮ້າຍແຮງຂຶ້ນກວ່າເກົ່າ ແລະວິກິດການກ່ຽວກັບຜູ້ບໍ່ມີເຮືອນຊານຢູ່ໃນນະຄອນດັ່ງກ່າວ ພົບກັບຄວາມຊຸດ ໂຊມລົງອີກ.

ການເດີນທາງໄປເມືອງ ແອ​ລ ປາສໂຊ ຂອງທ່ານ ອາດາມສ໌ ມີຂຶ້ນລຸນຫຼັງທີ່ ທ່ານໄດ້ກ່າວວ່າ ການຫຼັ່ງໄຫຼເຂົ້າໄປໃນນະຄອນນິວຢອກ ຂອງຜູ້ຍົກຍ້າຍຖິ່ນ ຖານທັງຫຼາຍເຫຼົ່ານັ້ນ ອາດຈະເຮັດໃຫ້ນະຄອນແຫ່ງນີ້ມີຄ່າໃຊ້ຈ່າຍສູງເຖິງ 2 ຕື້ໂດລາ, ໃນຂະນະທີ່ນະຄອນແຫ່ງນີ້ກໍກໍາລັງປະເຊີນກັບການຂາດເຂີນງົບປະ ມານຫຼວງຫຼາຍຢູ່ແລ້ວ.

ໃນຊ່ວງບໍ່ເທົ່າໃດເດືອນມານີ້ ຜູ້ປົກຄອງລັດຟລໍຣິດາ ແລະລັດເທັກຊັສ ທີ່ສັງ​ກັດພັກຣີພັບບຣິກັນ​ນັ້ນ ໄດ້ສົ່ງຜູ້ຍົກ​ຍ້າຍ​ຖິ່ນ​ຖານທີ່ພະຍາຍາມຊອກຫາບ່ອນລີ້ ໄພຢູ່ໃນສະຫະລັດຫຼາຍພັນຄົນ ໄປເມືອງຕ່າງໆທີ່ບໍລິຫານວຽກງານໂດຍນັກ ການເມືອງສັງ​ກັດພັກເດໂມແຄຣັດ ເຊິ່ງລວມມີນະຄອນນິວຢອກ, ນະຄອນ ຊິຄາໂກ ແລະ ນະຄອນຫຼວງວໍຊິງຕັນ.

ອ່ານຂ່າວນີ້ເປັນພາສາອັງກິດ