ຜູ້ຊາຍ ຈາກລັດ ນິວຢອກ ຍອມຮັບຜິດ ໃນການວາງແຜນ ກໍ່ການຮ້າຍ ຢູ່ ສຫລ

ທ້າວ Emanuel Lutchman ຈາກເມືອງ Rochester ໃນລັດ New York.

ຜູຸ້ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູຸ້ກໍ່​ການ​ຮ້າຍ ທີ່​ຖືກ​ຈັບ​ໃນ​ປີ​ກາຍ ​ຢູ່​ລັດ​ນິວຢອກ ​ໄດ້ສາລະພາບ​ ວ່າ ລາວ​ໄດ້​ວາງ​ແຜນທີ່​ຈະ​ສັງຫານ​ຊາວ​ອາ​ເມຣິກັນໃນ​ຄ່ຳ​ຄືນ​ຂອງການສະ​ເຫຼີມສະຫຼອງ ຕ້ອນຮັບ​ວັນ​ຂຶ້ນປີ​ໃໝ່ ທີ່​ຫາ​ກໍ​ຜ່ານ​ມານີ້ ດ້ວຍ​ມີດ​ແລະ​ມີດ​ໃຫຍ່ ​ໃນ​ການ​ໂຈມ​ຕີ​ທີ່​ມີ​ການ​ປະສານ​ງານ​ກັນ​ກັບ​ກຸ່ມ​ລັດ​ອິສລາມ.

ທ້າວ Emanuel Lutchman ​ໄດ້​ຍອມຮັບຜິດ​ ໃນ​ວັນ​ພະຫັດ​ວານນີ້ ທີ່​ສານ​ລັດຖະບານ​ກາງ​ຢູ່​ເມືອງ Rochester ​ໃນ​ລັດ​ນິວຢອກ ​ແລະ​ສາລະພາບ​ວ່າ ຜູ້ກ່ຽວມີ​ສ່ວນ​ພົວພັນ​ໃນ​ການວາງ​ແຜນ​ຂອງກຸ່ມ​ລັດ​ອິສລາມ​ທີ່​ຍັງ​ບໍ່​ທັນ​ເລີ້ມຂຶ້ນ​ເທື່ອ ອີງຕາມ​ກະຊວງ​ຍຸຕິ​ທຳ​ສະຫະລັດ.

ທ້າວ Lutchman ຄິດ​ວ່າ ລາວ​ໄດ້​ເກັບ​ເກນ​ເອົາ 3 ຄົນ​ທີ່ມີ​ຄວາມ​ເຫລື້ອ​ໃສນຳນະ​ໂຍບາຍ​ຂອງ​ກຸ່ມ​ລັດ​ອິສລາມ ​ເຂົ້າຮ່ວມ​ສົມທົບໃນແຜນການ​ໂຈມ​ຕີ​ແລະ​ກໍ​ໄດ້​ຊື້ອາວຸດ​ແລະ​ອຸບປະ ກອນ​ອື່ນໆ ​ເພື່ອ​ກະກຽມ​ ການ​ໂຈມ​ຕີ​ດັ່ງກ່າວ. ​ແຕ່​ແນວ​ໃດ​ກໍຕາມ ຜູ້​ສົມຄົບທັງ​ສາມ​ຄົນ​ນັ້ນ ​ໄດ້​ໃຫ້ການ​ຮ່ວມ​ມື ​ກັບ​ອົງການ​ສັນຕິ​ບານ​ກາງ​ ຫລື FBI ຂອງ​ສະຫະລັດ ​ແລະ​ຂໍ້​ມູນ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ນຳພາ​ໄປ​ສູ່​ການ​ຈັບ​ກຸມ​ທ້າວ Lutchman ອາຍຸ 26​ ປີ ​ເມື່ອ​ວັນ​ທີ 30 ທັນວາ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ ທີ່​ແຜນການ​ໂຈມ​ຕີ​ຢູ່​ບາ​ແຫ່ງ​ນຶ່ງ ​ເພື່ອ​ຈັບ​ໂຕ​ປະກັນ​ແລະ​ສັງຫານ​ພວກ​ເຂົາເຈົ້າ ຈະ​ເລີ້ມຂຶ້ນ.

ຂໍ້​ຫາ​ທີ່​ສະ​ເພາະ​ເຈາະ​ຈົງ​ທີ່​ທ້າວ Lutchman ​ໄດ້​ຍອມຮັບ​ຜິດ​ນັ້ນ ກໍ​ແມ່ນ​ສົມຮູ້​ຮ່ວມ​ຄິດ​ເພື່ອ​ສະໜອງ​ການ​ສະໜັບສະໜຸນ​ທາງ​ດ້ານ​ວັດ​ຖຸ​ໃຫ້​ແກ່​ກຸ່ມ​ກໍ່​ການ​ຮ້າຍ ນອກ​ກົດໝາຍ ຊຶ່ງ​ມີ​ຄວາມ​ຜິດ​ຕິດ​ຄຸກ​ເຖິງ 20 ປີ ພ້ອມ​ທັງ​ຖືກ​ຕິດຕາມ​ສິ້ງຊອມ ຕະຫຼອດ​ຊີວິດ​ໂດຍ​ເຈົ້າ ໜ້າ​ທີ່​ສະຫະລັດ​ແລະ​ປັບ​ໃໝ 250,000 ​ໂດ​ລາ. ​ເປັນທີ່​ຄາດ​ກັນ​ວ່າ ການ​ຕັດສິນ​ລົງ​ໂທດ​ຈະ​ມີ​ຂຶ້ນຕາມ​ພາຍຫລັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ