ເຈົ້າໜ້າທີ່ ສຫລ ຈັບຊາຍຄົນນຶ່ງ ທີພົວພັນ ກັບເຄືອຂ່າຍ ອາລ ກາອິດາ (ວີດີໂອ)

ນາງ Sandra Zea ກ່າວຕໍ່ນັກຂ່າວ ຢູ່ນອກສານແຫ່ງນຶ່ງ ທີ່ ນີວຢອກ ຫຼັງຈາກລູກຊາຍຂອງລາວຖືກຈັບ ວັນທີ 18, ຕຸລາ 2013.

​ເຈົ້າ​ໜ້າ​ທີ່​ສະຫະລັດໄດ້ຈັບ​ກຸມ​ຊາຍ​ໄວ 25 ປີ ຄົນ​ນຶ່ງ ທີ່​ນະ
ຄອນ​ນີວຢອກ​ໃນຂໍ້​ຫາ​ວ່າ​ ຜູ້ກ່ຽວ​ໄດ້​ພະຍາຍາມ​ເຂົ້າ​ຮ່ວມ​ໃນ
​ອົງການ​ນຶ່ງ​ທີ່​ມີ​ສ່ວນ​ພົວພັນ​ກັບເຄືອ​ຂ່າຍ​ ອາລ ​ກາ​ອິດາ ​ໃນ
​ເຢ​ເມນ ​ແລະ​ຄົບ​ຄິດ​ວາງ​ແຜນ​ທຳ​ການ​ຄາດ​ຕະກຳ​ຜູ້​ຄົນໃນ
​ຕ່າງປະ​ເທດ.

ທ້າວ Marcos Alonso Zea ທີ່​ເອີ້ນ​ກັ​ນ​ໃນ​ອີກ​ຊື່​ນຶ່ງວ່າ Ali Zea ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ສຸກ​ວານ​ນີ້ ​ທີ່ເຮືອນ​ຂອງ​ຜູ້ກ່ຽວ​ເອງ​ໃນ​ຄຸ້ມ Brentwood ​ໃນ​ເມືອງ Long Island.

ຜູ້ກ່ຽວ​ຖືກ​ກ່າວ​ຫາ​ໃນ​ຖານ​ຄົບ​ຄິດ​ວາງ​ແຜນທຳ​ການ​ຄາດ​ຕະ
ກຳຜູ້​ຄົນໃນ​ຕ່າງປະ​ເທດ ພະຍາຍາມຈະ​ໃຫ້ການ​ສະໜັບສະໜຸນ​ພວກ​ກໍ່​ການ​ຮ້າຍ ​ແລະ​
ກຸ່ມ ອາລ ກາ​ອິດາ ​ໃນແຫຼມ​ອາ​ເຣ​ເບຍທີ່​ມີ​ຊື່ວ່າ Ansar al-Sharia ນັ້ນ ​ແລະ​ຂັດຂວາງ​
ຄວາມ​ຍຸຕິ​ທຳ.

ຜູ້ກ່ຽວໃຫ້ການວ່າ ຕົນ​ບໍ່​ມີ​ຄວາມ​ຜິດ​ຫຍັງ ​ແລະ​ເວລາ​ນີ້​ ກຳລັງ​ຖືກ​ຄວບ​ຄຸມ​ໂຕ​ໄວ້​ໂດຍບໍ່​
ໃຫ້ປະກັນ​ໂຕ​ອອກ.

​ໃນ​ປີ​ແລ້ວ​ນີ້ ນາຍ Zea ​ໄດ້​ພະຍາຍາມ​ຈະບິນ​ໄປ​ຍັງ​ປະ​ເທດ​ເຢ​ເມນ ​ແຕ່​ຖືກ​ພວກ​ເຈົ້າ​
ໜ້າທີ່ອັງກິດ​ຢຸດ​ໄວ້ ​ເນື່ອງ​ຈາກ​ວ່າ​ຜູ້ກ່ຽວ​ບໍ່​ມີ​ເອກະສານ​ເດີນທາງ​ເຂົ້າ​ໄປ​ຍັງ​ປະ​ເທດ
​ເຢ​ເມນ ​ແລະ​ຜູ້ກ່ຽວ​ຖືກ​ສົ່ງ​ກັບ​ຄືນມາ​ຍັງ​ສະຫະລັດອາ​ເມຣິກາ.

Your browser doesn’t support HTML5

New York man arrested for trying to join al-Quaida