ທ່ານ John Kerry ລມຕ ການ​ຕ່າງປະ​ເທດ ສຫລ ອວຍພອນປີໃໝ່ ແກ່ ປະຊາຊົນລາວ

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ ສະຫະລັດ ໄດ້ອອກ​ຖະ​ແຫລ​ງການ ສົ່ງ​ສານອວຍ​ພອນ​ ປີ​ໃໝ່ ​ແກ່ປະ​ຊາຊົນລາວ, ວັນທີ 10 ເມສາ 2015.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
​ໄດ້ອອກ​ຖະ​ແຫລ​ງການ ສົ່ງ​ສານອວຍ​ພອນ​ປີ​ໃໝ່ ​ແກ່ປະ​ຊາ
ຊົນລາວ ຊຶ່ງ​ມີ​ເນື້ອ​ໃນ ດັ່ງ​ຕໍ່​ໄປ​ນີ້:

​ໃນ​ນາມ​ປະທານາທິບໍດີ ໂອ​ບາ​ມາ ​ແລະ ​ປະຊາຊົນ​ແຫ່ງ​ສະຫະ
ລັດ​ອາ​ເມຣິກາ ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດ ຂໍ​ອວຍ​ພອນໃຫ້ປະຊາ
ຊົນ​ແຫ່ງ ສາທາລະນະ​ລັດ​ ປະຊາທິປະ​ໄຕ ປະ​ຊົນ​ລາວ ຈົ່ງ​ມີ​ແຕ່
ຄວາມ​ສະຫງົບ​ສຸກ ​ແລະ​ ຄວາມ​ວັດທະນາ​ຖາວອນ ​ໃນ​ໂອກາດ​
ປີ​ໃໝ່​ລາວ​ນີ້.

ວາລະ​ດີ​ຖີຂຶ້ນ​ປີ​ໃໝ່ ​ແມ່ນ​ເປັນ​ໂອກາດ ​ສະ​ເຫລີ​ມສະຫລອງ​ສິ່ງ​ຕ່າງໆທັງ​ໝົດ ​ທີ່​ພວກ​ເຮົາ​
ໄດ້​ບັນລຸ​ຜົນສຳ​ເລັດ ​ແລະ ​ມອງ​ເບິ່ງ​ໄປ​ຂ້າງ​ໜ້າ ພ້ອມ​ກັບ​ຄວາມ​ຫວັງ​ ສຳ​ຫລັບ​ປີ​ໃໝ່.
ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ຮູ້ສຶກ​ດີ​ໃຈ​ ເປັນ​ຢ່າງ​ຍິ່ງ​ ທີ່​ສະຫະລັດ​ໄດ້​ມີ​ໂອກາດ​ ເປັນ​ເຈົ້າພາບ
ຮ່ວມ​ກັບ​ລັດຖະບານ​ລາວ ຈັດ​ກອງ​ປະ​ຊຸມ​ພິ​ເສດ ​ຂອງກຸ່ມ​ເພື່ອນ​ມິດ​ ຂອງ​ເຂດ​ລຸ່ມ​ແມ່​
ນ້ຳຂອງ ຢູ່​ເມືອງ​ປາກ​ເຊ ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ​ນີ້. ປີ​ໃໝ່ ​ທີ່​ຈະ​ມາ​ເຖິງ​ນີ້ ​ແມ່ນຈະ​ເປັນ
ປີ​ທີ່​ສຳຄັນ​ ສຳ​ຫລັບ​ປະ​ເທດ​ລາວ ​ແລະ ​ຂ້າພະ​ເຈົ້າຫວັງ​ວ່າ ມັນ​ຈະ​ນຳ​ເອົາ​ຄວາມສຸກແລະ​
ຄວາມ​ມ່ວນ​ຊື່ນ ມາສູ່​ປະຊາຊົນ​ລາວ ​ໃນ​ທົ່ວ​ໂລກ.

ສະຫະລັດແມ່ນຖື​ສຳຄັນ ມິ​ດຕະພາບ​ອັນ​ສຳຄັນ​ຂອງ​ຕົນ​ ກັບ ສປປ ລາວ. ຂໍ​ໃຫ້​ປີ​ໃໝ່
ຈົ່ງ​ນຳພາ​ ພວກ​ເຮົາເຂົ້າ​ມາ​ໃກ້ຊິດ​ກັນ​ຍິ່ງ​ຂຶ້ນ.

On behalf of President Obama and the people of the United States of America, I am honored to wish the people of the Lao People’s Democratic Republic peace and prosperity on the occasion of the Lao New Year.

The start of a new year is a time to celebrate all we have accomplished and look ahead with hope for the future. I was delighted that the United States had the opportunity to join the Government of Laos in co-hosting the Extraordinary Meeting of the Friends of the Lower Mekong in Pakse this past February. The coming year will be an important one for Laos, and I hope it brings joy to Lao people around the world.

The United States values its important friendship with Laos. May the New Year bring us closer together.