ສຸກສັນວັນປີໃໝ່ ແກ່ທ່ານຜູ້ຟັງວີໂອເອ ທຸກໆທ່ານ

ອີກສອງມື້ເທົ່ານັ້ນ ກໍຈະຮອດ ວັນປີໃໝ່ສາກົນແລ້ວ ຫລາຍໆທ່ານກໍຄົງມີ ແຜນການຈະໄປສະຫລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ກັນໃນແລງວັນຈັນມື້ອື່ນ. ແນວໃດກໍຕາມ ມາເລີ້ມສະຫລອງກັນແຕ່ຄືນນີ້ເລີຍ ດ້ວຍການຟັງເພງປີໃໝ່ ມ່ວນໆ ທີ່ດາຣາໄດ້ກຽມມາ ອ່ວຍພອນທ່ານລ່ວງໜ້າ.

Your browser doesn’t support HTML5

ຟັງເພງ Auld Lang Syne ຂອງອາເລັກແຊນດຣາ ບຸນຊ່ວຍ


ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເປັນ​ແນວ​ໃດ​ເພງ Auld Lang
Syne
ຂອງ​ນັກ​ຮ້ອງ​ສາວ​ລູກ​ເຄິ່ງ ລາວ-ບູລກາຣີ ທີ່​ທຸກໆ​ທ່ານ
​ຄົງ​ຈະ​ຮູ້ຈັກ​ກັນ​ດີ ອາ​ເລັກ​ແຊນ​ດຣາ ຫລື ທິດາ​ວັນ ບຸນ​ຊ່ວຍ ທີ່​
ຫາ​ກໍ​ຮຽນ​ຈົບ​ປະລິນຍາ​ໂທ​ຈາກ​ປະ​ເທດ​ຍິ່ປຸ່ນ. ເພງ Auld
Lang Syne
ນີ້​ກໍ​ເປັນ​ເພງ​ທີ່​ຮ້ອງ​ກັນໃນ​ຄືນ​ວັນທ້າຍ​ປີ​ເກົ່າ​
ແລະ​ຕ້ອບຮັບ​ປີ​ໃໝ່ ເພື່ອລະນຶກເຖິງສິ່ງທີ່ດີໆ ເຊ່ນເພື່ອນຝຸງ
ແລະມິດຕະພາບອັນອົບອຸ່ນ ທີ່ໄດ້ປະສົບພົບພໍ້ມາ ໃນປີທີ່ກໍາ
ລັງຈະສິ້ນສຸດລົງ.

http://www.youtube.com/embed/7w8048VXyFU?list=PLE1F3C4000C0B347A

ພ້ອມດຽວກັນນັ້ນ ກໍອ່ວຍພອນປີໃໝ່ໃຫ້ກັນແລະກັນ ຊຶ່ງບັນຍາກາດໃນງານສະຫລອງ
ກໍຄ້າຍຄືກັບໃນເພງພາສາອັງກິດ version ນີ້ຂອງ Mariah Carey ນັກຮ້ອງຊື່ດັງຂອງ
ອາເມຣິກາ:

Your browser doesn’t support HTML5

ຟັງເພງ Auld Lang Syne ຂອງ Mariah Carey


ຟັງໄດ້ແຕ່ສອງເພງ ກໍຈະຕ້ອງໄດ້ອໍາລາຈາກກັນແລ້ວ ທ່ານທີ່ເຄົາລົບ ເພາະວ່າເວລາຂອງ ເຮົາມີ ໜ້ອຍຫລາຍ. ສະນັ້ນ ຂ້າພະເຈົ້າກໍຂໍອ່ວຍພອນໃຫ້ທຸກໆທ່ານ ຈົ່ງມີແຕ່ຄວາມສຸກ ສົມຫວັງ ພະລານາໄມດີເລີດຕະຫລອດປີໃໝ່ທີ່ຈະມາເຖິງນີ້ ແລະຂໍອ່ວຍພອນໃຫ້ພີ່ນ້ອງ ລາວທຸກຖ້ວນໜ້າ ຈົ່ງປະສົບພົບພໍ້ແຕ່ຄວາມຈະເລີນຮຸ່ງເຮືອງ ແລະຄວາມກ້າວໜ້າໃນ ການດໍາລົງຊີວິດ ທັງຢູ່ພາຍໃນແລະຕ່າງປະເທດ ແລະຂໍໃຫ້ຮັກແພງ ຊ່ວຍເຫລືອເອື້ອເຟື້ອ ເຜື່ອແພ່ຊຶ່ງ ກັນແລະກັນ ດັ່ງໃນເພງນີ້ ປີໃໝ່ມາແລ້ວ ຂອງອະນຸສັກ ທໍາມະວົງສາ ແຫ່ງ ວົງດົນຕີສາຍສໍາພັນ ທີ່ປະເທດການາດາ. ລາຕີສະວັດ.

Your browser doesn’t support HTML5

ຟັງເພງ ປີໃໝ່ມາແລ້ວ ຂອງອະນຸສັກ ທໍາມະວົງສາ


ຂໍແຖມພອນໃນເພງ ສະວັດດີປີໃໝ່ ຂອງພົມມະ ພິມມະສອນ
ແລະພອນ ພູມີທອນ ແກ່ທ່ານຜູ້ອ່ານເວັບໄຊ້ທຸກໆທ່ານ: