ຂໍກ່າວຄໍາວ່າ “ສະບາຍປີໃໝ່” ລ່ວງໜ້າ ເພາະວ່າຍັງເຫຼືອ
ພຽງແຕ່ສອງວັນເທົ່ານັ້ນກໍຈະເຖິງປີໃໝ່ 2011 ແລ້ວ
ແລະເນື່ອງໃນວາຣະດິຖີວັນດີຂຶ້ນປີໃໝ່ສາກົນນີ້
ວັນນະສອນໄດ້ນໍາເອົາຄໍາອວຍພອນຂອງບຸກຄົນສໍາຄັນ
ໃນວົງການສື່ແລະການບັນເທີງຂອງຊາວລາວໃນທົ່ວທຸກມຸມ
ໂລກມາຝາກທ່ານຜູ້ຟັງ.
VOA ຂໍສົ່ງຄວາມສຸກ ແລະຄໍາອວຍພອນ ແກ່ທ່ານຜູ້ຟັງທຸກໆທ່ານ
ຂໍເຣີ່ມຕົ້ນດ້ວຍພອນປີໃໝ່ຂອງອະດີດຫົວໜ້າ ວິທະຍຸ VOA ພະແນກພາສາລາວ
ທ່ານລິນທອງ ນ້ອຍນາລາ ຕິດຕາມມາດ້ວຍອະດີດສະມາຊິກຂອງ VOA ອີກທ່ານນຶ່ງ
ທ່ານວໍຣະເດດ ດິດທະວົງ ພ້ອມທັງທ່ານອາຈານ ສໍ. ແສງສິຣິວັນ ສ່ວນວ່າຈະມີ
ນັກຮ້ອງ, ນັກສິນລະປິນທ່ານໃດແດ່ທີ່ໄດ້ສົ່ງຄວາມສຸກເປັນຄໍາອວຍພອນຜ່ານທາງ
VOA ມາໃຫ້ທ່ານຜູ້ຟັງນັ້ນ ຂໍເຊີນທ່ານຮັບຟັງຈາກບົດສໍາພາດໄດ້ເລີຍ.
ພ້ອມດຽວກັນນີ້ ວັນນະສອນພ້ອມດ້ວຄະນະ VOA ທຸກໆທ່ານ ຂໍຖືໂອກາດນີ້ ມອບ
ຄວາມສຸກ ມອບຄືນໃຫ້ທ່ານຜູ້ຟັງໂດຍການ ທີ່ຈະຕັ້ງໃຈສືບສານ ດໍາເນີນລາຍການ
ວິທະຍຸ VOA ໃຫ້ເປັນທີ່ຊື່ນຊອບ ທີ່ມີທັງສາຣະແລະໃຫ້ຄວາມບັນເທີງ ແລະໃຫ້ຂໍ້ມູນ
ທີ່ແມ່ນຍໍ່າ ແລະເຊື່ອຖືໄດ້ ພວກເຮົາຈະຂໍຢູ່ຄູ່ກັບທ່ານຜູ້ຟັງຕະລອດການແລະຕະລອດໄປ
ສະບາຍດີປີໃໝ່ 2011
ຈາກໃຈຈິງ ຄະນະ VOA ທຸກໆຄົນ
VOA ຂໍສົ່ງຄວາມສຸກ ແລະຄໍາອວຍພອນ ແກ່ທ່ານຜູ້ຟັງທຸກໆທ່ານ