ລມຕ ປ້ອງກັນປະເທດ ຄົນໃໝ່ ຂອງ ສຫລ ສາບານໂຕ ເຂົ້າຮັບຕຳແໜ່ງ

ທ່ານ Ashton Carter ລັດຖະມົນຕີປ້ອງກັນປະເທດ ຄົນໃໝ່ ຂອງສະຫະລັດ ແລະພັນລະຍາ ທ່ານນາງ Stephanie Carter, ເວລາໄປຮອດ ທຳນຽບຫ້າແຈ ທີ່ວໍຊິງຕັນ ວັນທີ 17 ກຸມພາ 2015.

ທ່ານ Ashton Carter ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ​
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ຄົນ​ໃໝ່​ໃນ​ວັນ​ອັງຄານ
ວານ​ນີ້.

ທ່ານ Ashton Carter ​ໄວ 60 ປີ ​ໄດ້​ກາຍເປັນ​ລັດຖະມົນຕີ​
ປ້ອງກັນ​ປະ​ເທດ​ຄົນທີ 4 ​ໃນ​ລະຫວ່າງ​ການ​ດຳລົງ​ຕຳ​ແໜ່​ງ
ມາ​ເປັນ​ເວລາ 6 ປີ​ຂອງ​ປະທານາທິບໍດີ ​ບາຣັກໂອ​ບາ​ມາ ທີ່
​ທຳນຽບຂາວ. ທ່ານ Carter ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແທນທ່ານ
Chuck Hagel ​ອະດີດລັດຖະມົນຕີ​ປ້ອງກັນ​ປະ​ເທດ.

​ເນື່ອງ​ຈາກ​ຫິມະ​ຕົກ ຊຶ່ງ​ເຮັດ​ໃຫ້​ພວກ​ຫ້ອງການ​ຕ່າງໆ​ຂອງ​ລັດຖະບານ​ກາງ​ສ່ວນ​ຫຼາຍ​ປິດ
​ລົງ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ແຕ່​ທ່ານ Carter ກໍ​ໄດ້​ສາບານ​ໂຕ ​ໃນ​ພິທີ​ທີ່​ຈັດ​ຂຶ້ນ ຢູ່​ທີ່​ທຳ
ນຽບຂາວ​ໂດຍຮອງປະທານາທິ ບໍດີ Joe Biden.

​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດທ່ານ​ນຶ່ງກ່າວ​ວ່າ ສານ​ຂອງ​ທ່ານ Carter
ຕໍ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ນັ້ນ​ແມ່ນ​ວ່າ “ ບັດນີ້​ມັນ​ສົມຄວນ​ແກ່​ເວລາ ສຳລັບ​ປະ​ເທດເພື່ອ​ສວຍ​ໂອກາດ​ຕ່າງໆ". ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ ກ່າວ​ຕື່ມ​ວ່າ ​ເຖິງ​ແມ່ນ​ ເປັນອັນຕະລາຍ
ແລະເກີດ​ຄວາມ​ປັ່ນ​ປ່ວນ ​ຂຶ້ນ​ໃນ​ທົ່ວ​ໂລກ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ ແມ່ນ “ຕຽມພ້ອມແລ້ວ​ທີ່ຈະ​ທຳ​ການ​ຕັດສິນ​ໃຈ​ທີ່​ຫຍຸ້ງ​ຍາກ ​ເພື່ອປ້ອງ​ກັນ​ປະ​ເທດ ​ແລະ
ສະໜັບສະ​ໜຸນພວກ​ຊາຍ​ຍິງ​ທີ່​ຮັບ​ໃຊ້​ໃນ​ກະຊວງດັ່ງກ່າວ.”

Your browser doesn’t support HTML5

Obama Defense Nominee Favors Lethal Military Aid for Ukraine