ມີຄວາມເປັນຫ່ວງຄັ້ງໃໝ່ໃນ ສະຫະລັດ ກ່ຽວກັບ ການລະບາດ ຂອງໄວຮັສໂຄໂຣນາ

ປະຊາຊົນຄົນນຶ່ງຮັບການກວດໂຣກຢູ່ໃນລົດ ທ່າມກາງການລະບາດຂອງໄວຣັສໂຄໂຣນາໃນ ນະຄອນ ອອສຕິນ, ລັດ ເທັກຊັສ. 28 ມິຖຸນາ, 2020. REUTERS/Sergio Flores

ບັນດາເຈົ້າໜ້າທີ່ທ້ອງຖິ່ນໃນທົ່ວເຂດພາກໃຕ້ຂອງ ສະຫະລັດ ໄດ້ສະແດງຄວາມເປັນຫ່ວງຄັ້ງໃໝ່ຂອງເຂົາເຈົ້າໃນວັນອາທິດວານນີ້ ກ່ຽວກັບ ການເພີ່ມ ຂຶ້ນຢ່າງຫຼວງຫຼາຍ ໃນການແຜ່ລາມຂອງໂຣກລະບາດໄວຣັສໂຄໂຣນາ ໃນບໍ່ເທົ່າໃດວັນທີ່ຜ່ານມານີ້ ເຖິງແມ່ນວ່າປະທານາທິບໍດີ ດໍໂນລ ທຣຳ ໄດ້ປະຕິເສດມັນວ່າ “ບໍ່ເປັນອັນຕະລາຍຢ່າງສິ້ນເຊີງ” ກໍຕາມ.”

ເຈົ້າເມືອງ ຟີນິກສ໌ ລັດ ອາຣິໂຊນາ ທ່ານນາງ ເຄດ ກາເລໂກ ໄດ້ກ່າວໃນ ລາຍການ This Week ຂອງໂທລະພາບ ABC ວ່າ “ພວກເຮົາໄດ້ເປີດທຸລະກິດໃນທ້ອງຖິ່ນໄວເກີນໄປໂພດ” ຫຼັງຈາກທີ່ເຂົາເຈົ້າໄດ້ປິດກ່ອນໜ້ານີ້ ໃນເດືອນມີນາ ແລະ ເມສາທີຜ່່ານມາ.

ທ່ານນາງໄດ້ກ່າວວ່າ “ສະຖານທີ່ກວດໂຣກແມ່ນມີຄົນຫຼາຍຢ່າງຖ້ວມລົ້ນ. ພວກເຮົາກໍາລັງຢູ່ໃນວິກິດການ. ດ້ວຍຕົວເລກຜູ້ຕົວໂຣກທັງໝົດ 59,000 ຄົນຈາກປະຊາຊົນ ນຶ່ງລ້ານເຈັດແສນຄົນ ໃນເມືອງດັ່ງກ່າວນັ້ນ.

ສະຫະລັດ ໄດ້ບັນທຶກກໍລະນີໄວຣັສໂຄໂຣນາໃໝ່ຫຼາຍກວ່າ 50,000 ກໍລະນີໃນ ສອງສາມວັນທີ່ຜ່ານມາ, ສ່ວນໃຫຍ່ໃນລັດທົ່ວເຂດພາກໃຕ້ ທີ່ໄດ້ຫຼີກລ່ຽງການລະບາດຄັ້ງໃຫຍ່ໃນກໍລະນີຕ່າງໆເມື່ອເດືອນ ມີນາ ແລະ ເມສາ ເວລາທີ່ເມືອງຕ່າງໆໃນພາກຕາເວັນອອກສຽງເໜືອຂອງປະເທດ, ໂດຍສະເພາະລັດ ນິວ ຢອກ, ໄດ້ຮັບຜົນກະທົບໜັກເປັນພິເສດ. ພວກເມືອງທີ່ວ່ານັ້ນຕອນນີ້ມີກໍລະນີ ໜ້ອຍກວ່າຫຼາຍ.

ບັນດາເຈົ້າໜ້າທີ່ໃນບາງເຂດທີ່ໄດ້ຮັບກະທົບໜັກໄດ້ວາງມາດຕະການກັກບໍລິເວນຄືນ ເພື່ອພະຍາ ຍາມຢຸດການລະບາດຂອງໄວຣັສນັ້ນ. ແຕ່ແນວໃດກໍຕາມ, ນະຄອນ ນິວ ຢອກ ແມ່ນໄດ້ກ້າວເຂົ້າສູ່ຂັ້ນຕອນທ້າຍສຸດຂອງເຂົາເຈົ້າ ໃນການເປີດເສດຖະກິດຄືນໃນວັນຈັນມື້ນີ້ ດ້ວຍທຸລະກິດບໍລິການສ່ວນຕົວຄື ຮ້ານເຮັດເລັບ ແມ່ນໄດ້ຮັບອະນຸຍາດໃຫ້ຕ້ອນຮັບລູກຄ້າອີກຄັ້ງນຶ່ງ.

ໃນ ຟລໍຣິດາ ພຽງລັດດຽວ ໄດ້ບັນທຶກຫຼາຍກວ່າ 11,400 ກໍລະນີໃໝ່ໃນວັນເສົາທີ່ຜ່ານມາ, ເປັນສະຖິຕິທີ່ສູງໃນພຽງມື້ດຽວ, ໃນຂະນະທີ່ເມືອງໃຫຍ່ບາງແຫ່ງໃນ ສະຫະລັດ ໄດ້ຈັດການສະເຫຼີມສະຫຼອງວັນເອກະລັດປະຈຳປີ ແລະ ຫຼາຍສິບຊຸມ ຊົນທີ່ນ້ອຍກວ່າແມ່ນໄດ້ຍົກເລີກການສະເຫຼີມສະຫຼອງຍ້ອນຢ້ານ ວ່າປະຊາຊົນຈະແຜ່ລາມໄວຣັສ.

ເຈົ້າເມືອງ ໄມອາມີ ທ່ານ ແຟຣນຊິສ ຊູອາເຣສ໌ ໄດ້ກ່າວຕໍ່ໂທລະພາບ ABC ວ່າ “ມັນບໍ່ມີຂໍ້ສົງໄສເລີຍເວລາທີ່ເຮົາເປີດຄືນ, ປະຊາຊົນແມ່ນໄດ້ເລີ່ມສັງສັນກັນ ອີກຄັ້ງນຶ່ງໃນສະຖານທີ່ສາທາລະນະ, ຈົນນຳໄປສູ່ການຕິດໂຣກເພີ່ມຂຶ້ນຄັ້ງໃໝ່. ທ່ານໄດ້ເອີ້ນການເພີ່ມຂຶ້ນ ຄັ້ງໃຫຍ່ນັ້ນວ່າ “ຮ້າຍແຮງທີ່ສຸດ,” ແຕ່ໄດ້ກ່າວວ່າ “ຖ້າປະຊາຊົນໃສ່ໜ້າກາກ, ມັນກໍຈະມີໂອກາດດີ ທີ່ພວກເຮົາຈະຕັດການແຜ່ ເຊື້ອລົງ.”

ເມືອງ ແຮຣິສ, ເຊິ່ງຕັ້ງຢູ່ໃນເຂດນະຄອນ ຮູສຕັນ ໃນລັດ ເທັກຊັສ ນັ້ນ, ໄດ້ບັນທຶກນຶ່ງສ່ວນສີ່ ຂອງກໍລະນີໄວຣັສໂຄໂຣນາຈາກທັງໝົດ 35,000 ກໍລະນີ ຂອງເຂົາເຈົ້າໃນວັນເສົາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ