ທູດ ສຫລ ປະຈຳ​ກຳປູ​ເຈຍ ໝາຍຕາເພີ້ມສາຍພົວພັນ ລະຫວ່າງສອງປະເທດ ໃຫ້ເຂັ້ມແຂງຂຶ້ນ

ເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດກຳປູເຈຍ ຄົນໃໝ່ ທ່ານ William Heidt, (ກາງ), ອາລັກຂາທ່ານ John Kerry, (ຂວາ), ຫຼັງຈາກທີ່ໄປຮອດໄປເຖິງສະໜາມບິນນາໆ ຊາດ ທີ່ນະຄອນ ພະນົມເປັນ, ກຳປູເຈຍ, 25 ກຸມພາ, 2016.

ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ປະ​ເທດ​ກຳປູ​ເຈຍ ຄົນໃໝ່
ກ່າວ​ວ່າ ທ່ານ​ຈະ​ເພັ່ງ​ເລັງ​ໃສ່​ການ​ປັບປຸງສາຍ​ພົວພັນ​ແລະ​ການ​ຄ້າ
ລະຫວ່າງ​ປະ​ເທດ​ທັງ​ສອງ ​ໃນ​ຊ່ວງ​ໄລຍະທີ່​ທ່ານ​ປະຕິບັດໜ້າ​ທີ່
ສຳຄັນ​ນີ້.

​ໃນ​ການ​ໃຫ້ສຳພາດ​ພິ​ເສດກັບ VOA ພາກ​ພາສາ​ຂະ​ເໝນ
ເອກອັກຄະ​ລັດຖະທູດ William Heidt ​ໄດ້​ກ່າວ​ວ່າ ​ໄດ້ມີ​ໂອກາດ​ຫຼາຍໆ​ຢ່າງ​ເກີດ​ຂຶ້ນ ລະຫວ່າງ​ປະ​ເທດ​ທັງ​ສອງ ທີ່​ຈະ​ສານ​ ຕໍ່​ການ​ພົວພັນ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.

ທ່ານ Heidt ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ ຖື​ວ່າ​ເປັນ​ຜູ້​ທີ່​ໂຊກ​ດີ ​ທີ່​ໄດ້​ມາ​ປະຈຳການ​ຜູ້​ທີ່​ນີ້ ​ໃນ​ປະ​ເທດກຳປູ​ເຈຍ ​ໃນ​ຂະນະ​ທີ່​ມີ​ຫຼາຍສິ່ງ​ຫຼາຍ​ຢ່າງ​ທີ່​ໜ້າ​ສົນ​ໃຈ​ທີ່​ອາດ​ເປັນ​ໄປ​ໄດ້ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ ​ໃຫ້ໃກ້ຊິດ​ຍິ່ງ​ຂຶ້ນ​ໃນ​ບັນຫາ​ຕ່າງໆ​ນັ້ນ. ຂ້າພະ​ເຈົ້າ​ຕື່ນ​ເຕັ້ນ​ດີ​ໃຈ ​ໃນ​ຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ຂອງ​ການ​ຄ້າ ​ແລະ​ການ​ເສດຖະກິດ. ຂ້າພະ​ເຈົ້າ​ກໍ​ຍັງ​ໄດ້​ຮູ້​ເຖິງ​ຄວາ​ມສຳພັນ
ລະຫວ່າງ​ປະຊາຊົນ ຕໍ່​ປະຊາຊົນ ສາຍພົວພັນລະຫວ່າງ​ສະຫະລັດ ​ແລະ​ກຳປູ​ເຈຍ ນັ້ນ​ແມ່ນ​ເຂັ້ມ​ແຂງ​ດີ.”

ຍາມເຝົ້າຮັກສາຄວາມປອດໄພ ໃນ Sunnylands ທີ່ເມືອງ Rancho Mirage ລັດ Calif.,5 ມິຸຖນາ, 2013.

​ທ່ານ Heidt​ ໄດ້​ປະຕິບັດ​ງານ ​ໃນ​ຖານະ​ເປັນ​ນັກ​ເສດຖະສາດ
​ໃນ​ສະຖານທູດ ​ແຕ່​ປີ 1997 ຫາ 1999. ທ່ານ​ປາກ​ພາສາ​ຂະ​ເໝນ
​ໄດ້​ ​ແລະ​ຍັງ​ໄດ້​ແຕ່ງງານ​ກັບ​ຊາວ​ຂະ​ເໝນ ອີກນຳ.

ທ່ານໄດ້​ກ່າວ​ວ່າ ທ່ານ​ຍັງ​ຈະ​ສາມາດປະຕິ​ບັດ​ງານ​ໃນ​ການ​ປັບປຸງ
​ເລື້ອງ​ຄວາມ​ປອດ​ໄພ​ທາງ​ດ້ານ​ອາຫານ​ການ​ກິນ ​ແລະ​ການ​ປົກ
​ປ້ອງ​ສະພາບ​ແວດ​ລ້ອມຕ່າງໆ.

ທ່ານ Heidt ​ໄດ້​ກ່າວ​ອີກ​ວ່າ ທ່ານຍັງ​ຈະ​ລິ​ເລີ້ມ​ເພື່ອ​ສ້າງຕັ້ງສົນທິ
ສັນຍາ​ການ​ລົງທຶນ​ສອງ​ຝ່າຍ ທີ່​ຈະ​ສາມາດ​ປັບປຸງ​ການ​ຄ້າ​ ໂດຍ
​ຊຸກຍູ້ໃຫ້​ມີ​ການ​ລົງທຶນຫຼາຍຂຶ້ນ.

ລມຕ. ການຕ່າງປະເທດສະຫະລັດ ທ່ານ John Kerry ຢືນຖ່າຍຮູບກັບ ນາຍົກລັດຖະມົນຕີ Hun Sen ແຫ່ງກຳປູເຈຍ ທີ່ພົບປະກັນໃນກອງປະຊຸມການຄ້າສອງຝ່າຍ, 26 ມັງກອນ 2016, ໃນພະລາດຊະວັງສັນຕິພາບ, ພະນົມເປັນ, ກຳປູເຈຍ.