ປະທານາທິບໍດີຄົນໃໝ່ ຂອງໂຊມາເລຍ ຍິນດີຕ້ອນຮັບ ການກັບມາປະຈໍາການອີກຄັ້ງ ຂອງກອງກໍາລັງທະຫານສະຫະລັດ

ທ່ານ ຮັສຊານ ເຊັກ ໂມຮາມູດ ກ່າວປາໄສລຸນຫຼັງທີ່ທ່ານໄດ້ຮັບໄຊຊະນະການເລືອກຕັ້ງ ຢູ່ທີ່ຄ້າຍທະຫານ ຮາເລນ (Halane), ນະຄອນຫຼວງໂມກາດິສຊູ, ໂຊມາເລຍ, ເມື່ອວັນທີ 15 ພຶດສະພາ 2022.

ປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງຄົນໃໝ່ຂອງໂຊມາເລຍ ມີຄວາມຍິນດີທີ່ໜ່ວຍປະຕິບັດການພິເສດຂອງສະຫະລັດຈະເຂົ້າ​ມາປະຈໍາການຢູ່ໃນໂຊມາເລຍອີກຄັ້ງ ເພື່ອຊ່ວຍຕໍ່ສູ້ຕ້ານກັບກຸ່ມກໍ່ການຮ້າຍອາລ-ຊາບາບ.

ທ່ານຮາສຊານ ເຊັກ ໂມຮາມູດ (Hassan Sheikh Mohamud) ໄດ້ກ່າວຂອບໃຈ ຕໍ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຢູ່ທວິດເຕີ້ໃນມື້ວັນອັງຄານວານນີ້, ໂດຍຮ້ອງສະຫະລັດວ່າ “ເປັນພັນທະມິດທີ່ເຊື່ອຖືໄດ້ໃນການສະແຫວງຫາຄວາມໝັ້ນຄົງຂອງພວກເຮົາ ແລະການຕໍ່ສູ້ຕ້ານກັບກຸ່ມກໍ່ການຮ້າຍ.”

ກອງກໍາລັງສະຫະລັດ ໄດ້ດໍາເນີນງານຮ່ວມກັບກອງກໍາລັງຂອງໂຊມາເລຍມາເປັນເວລາຫຼາຍປີ ເພື່ອຄວາມພະຍາຍາມໃນການຄວບຄຸມກຸ່ມກໍ່ການຮ້າຍອາລ-ຊາບາບ, ເຊິ່ງເຈົ້າໜ້າທີ່ຂອງກອງທັບ ແລະໜ່ວຍສືບລັບຂອງສະຫະລັດໄດ້ອະທິບາຍວ່າ ກຸ່ມກໍ່ການຮ້າຍອາລ-ຊາບາບ ເປັນເຄືອຂ່າຍທີ່ຮັ່ງມີ ແລະມີອໍານາດຫຼາຍທີ່ສຸດຂອງກຸ່ມກໍ່ການຮ້າຍອາລ-ກາອີດາ. ແຕ່ໃນປີ 2020, ອະດີດປະທານາທິບໍດີສະຫະລັດ ທ່ານໂດໂນລ ທຣໍາ ໄດ້ສັ່ງໃຫ້ກອງກໍາລັງສະຫະລັດ 750 ຄົນຖອນໂຕອອກຈາກໂຊມາເລຍ, ແທນທີ່ຊິໃຫ້ພວກເຂົາເຈົ້າປະຕິບັດງານເປັນໄລຍະຢູ່ນະທີ່ນັ້ນ.

ຢ່າງໃດກໍຕາມ, ການຕັດສິນໃຈດັ່ງກ່າວໄດ້ກາຍມາເປັນສິ່ງທີ່ບໍ່ໜ້າຍິນດີສໍາລັບເຈົ້າໜ້າທີ່ກອງທັບສະຫະລັດ ທີ່ໄດ້ຈົ່ມວ່າ ຕ້ອງມີການດໍາເນີນງານ “ເພື່ອເດີນ​ທາງ” ໄປ​ເຮັດ​ວຽກກັບເຈົ້າໜ້າທີ່ຂອງໂຊມາເລຍ ຜູ້ທີ່ຮູ້ເຫັນການເຕີບໃຫຍ່ຂະຫຍາຍໂຕຂອງກຸ່ມກໍ່ການຮ້າຍອາລ-ຊາບາບ ໃນຊ່ວງເວລາທີ່ບໍ່ມີສະຫະລັດປະຈໍາການຢູ່ທີ່ນັ້ນ.

“ນີ້ ເປັນການຕັດສິນໃຈທີ່ຜີດທີ່ສຸດ, ການຖອນກໍາລັງອອກຈາກໂຊມາເລຍ ແມ່ນການຕັດສິນໃຈທີ່ຟ້າວເກີນໄປ,” ທີ່ປຶກສາອາວຸໂສຂອງທ່ານໂມຮາມູດ ກ່າວກັບ VOA ກ່ອນການປະກາດຢ່າງເປັນທາງການໃນມື້ວັນອັງຄານວານນີ້.

“ມັນເປັນອຸປະສັກຕໍ່ການປະຕິບັດງານຕໍ່ຕ້ານການກໍ່ການຮ້າຍ,” ທີ່ປຶກສາອະວຸ ໂສຂອງໂຊມາເລຍ ຜູ້ທີ່ຂໍບໍ່ເປີດເຜີຍຊື່ເນື່ອງຈາກໜ້າທີ່ທາງລັດຖະບານຂອງເພິ່ນຍັງບໍ່ທັນໄດ້ຮັບການເປີດເຜີຍ ຢ່າງເປັນທາງການ ຕໍ່ສາທາລະນະ ໄດ້ກ່າວ.“ ການກັບຄືນມາປະຈໍາການ ແລະການເລີ້ມຕົ້ນກັບປະທານາທິບໍດີຄົນໃໝ່ ແມ່ນການຕັດສິນໃຈທີ່ຖືກຕ້ອງ, ເປັນການມາທີ່ຖືກຊ່ວງເວລາ.”

ເຈົ້າໜ້າທີ່ສະຫະລັດ ກໍາລັງໃຫ້ເຫດຜົນກ່ຽວກັບການຕັດສິນໃຈ ສົ່ງກອງກໍາລັງທະຫານຈໍານວນເກືອບ 500 ຄົນໄປໂຊມາເລຍວ່າ ເປັນການປະຈໍາການແບບຖາວອນ, ແລະກໍເຫັນວ່າ ຄ່າໃຊ້ຈ່າຍຄົງຈະສູງຂຶ້ນ​ຕື່ມ ຖ້າລໍຖ້າດົນກວ່ານີ້ອີກ

ອ່ານຂ່າວນີ້ເປັນພາສາອັງກິດ