ມີກໍລະນີ ຕິດເຊື້ອ HIV/AIDS ເກີດຂື້ນໃໝ່ ໃນກຸ່ມຊາວໜຸ່ມໄທ (ຟັງລາຍງານເປັນພາສາອັງກິດຊ້າໆ)

ນາງ ສຳຣວຍ ອາຍຸ 35 ປີ ແມ່ຍິງໄທ ທີ່ປ່ວຍເປັນໂຣກ AIDS ໄລຍະສຸດທ້າຍ ນອນພັກຜ່ອນ ຢູ່ທີ່ ວັດພຣະບາດນຳ້ພູ ທີ່ລົບບູຣີ.

ຊາວ​ໜຸ່ມ​ໄທ ກຳ​ລັງ​ປະ​ເຊີນ​ກັບ ການ​ເພີ້​ມ​ທະ​ວີ​ຂື້ນໃໝ່​ ​ໃນ
ການຕິດເຊື້ອ HIV ​ຊຶ່ງ​ເປັນ​ໄວ​ຮັ​ສ ທີ່ພາ​ໃຫ້​ເປັ​ນໂຣກ AIDS
ນັ້ນ. Steve Herman ນັກ​ຂ່າວວີ​ໂອ​ເອ ປະຈຳບາງກອກ
ລາຍ​ງານ​ວ່າ ບັນ​ດາ​ນັກ​ຄົ້ນ​ຄວ້າພາກັນກ່າວ​ວ່າ ເຂົາ​ເຈົ້າ​
ພົບ​ວ່າ ມີ​ຄວາມ​ຍາກ​ລຳ​ບ​າກ​ຫລາຍຂຶ້ນ ທີ່​ຈະ​ເຂົ້າ​ໄປ​ເຖິງ
ບັນ​ດາ​ປະ​ຊາ​ກອນທີ່​ມີ​ຄວາມ​ສ່ຽງ ພ້ອມ​ກັບ​ຂໍ້​ມູນ​ກ່ຽວ​ກັບ​
ການ​ຮ່ວມ​ເພດ​ທີ່​ປອດ​ໄພຂຶ້ນ ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳ​ເລື້ອງນີ້
​ມາ​ສ​ະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານ ກ່ຽວກັບການຕິດເຊື້ອພະຍາດ HIV/AIDS ກັບຊາວໜຸ່ມໃນ ປະເທດໄທ

ໃນ​ລາຍ​ງານ​ສະ​ບັບ​ນຶ່ງ​ທີ່​ນຳ​ອອກເຜີຍ​ແຜ່​ເມື່ອ ​ວັນ​ຈັນອາທິດ
​ແລ້ວ​ນີ້ ອົງ​ການກອງທຶນເດັກ​ຂອງສະ​ຫະ​ປະ​ຊາ​ຊາດ ຫລື
UNICEF ກ່າວ​ວ່າ 70 ເປີ​ເຊັນຂອງ​ກໍລະນີ​ຄົນຕິດເຊື້ອ HIV
ຜ່ານ​ການ​ຮ່ວມ​ເພດ ຢູ່​ໃນ​ປະ​ເ​ທດ​ໄທ​ນັ້ນ ​ແມ່ນເກີດ​ຂຶ້ນ​ໃນກຸ່ມ
​ຄົນ ​ອາຍຸລະຫວ່າງ 15 ຫາ 24 ປີ.

ລ​າຍ​ງານ​ສະບັບນີ້​ເວົ້າວ່າ ເຖີງ​ແມ່ນ​ວ່າ​ໄດ້ມີ​ການຄ່ອຍໆ​ຫລຸດ​ລົງ​ ​ໃນ​ການ​ແຜ່​ລາມໂດຍ
ລວ​ມຂອງເຊື້ອ HIV ຢູ່​ໃນ​ປະ​ເທດ ​ໃນ​ລະ​ຫວ່າງ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາກໍ​ຕາມ ການ
ຕິດເຊື້ອ​ HIV ໃໝ່​ກໍກຳ​ລັງທະ​ວີ​ຂື້ນ​ໃນ​ເວລາ​ນີ້ ໂດຍ​ສະ​ເພາະຢູ່​ໃນ​ກຸ່ມຊາວ​ໜຸ່ມທີ່​ພົວພັນ
​ກັບ​ການ​ຄ້າ​ປະ​ເວ​ນີ ການສັກ​ຢາ​ເສບ​ຕິດ ແລະໃນ​ກຸ່ມ​ຊາຍ​ໜຸ່ມທີ່​ຮ່ວມ​ເພດກັບ​ຜູ້ຊາຍນຳ
​ກັນ ​ໂດຍ​ບໍ່​ປ້ອງ​ກັນ.

​ບັນ​ດາ​ນັກ​ເຄື່ອນ​ໄຫວ​ດ້ານ​ອະນາໄມ​ ຢູ່​ໃນ​ປະ​ເທດ​ໄທ ​ໃຫ້​ຂໍ້​ສັງ​ເກດວ່າ ນຶ່ງ​ໃນ​ຫລາຍໆ
ການ​ທ້າ​ທາຍ​ໃນປັດ​ຈຸບັນ ຕໍ່ການ​ປ້ອງ​ກັນເຊື້ອ HIV ກໍຄື​ການ​ເຂົ້າ​ໄປ​ເຖິງ​ພວກ​ທີ່​ພົວພັນ
ກັບການ​ປະ​ພຶດ​ທີ່ມີ​ຄວາມສ່ຽງ​ສູງ.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

ຫົວ​ໜ້າ​ຝ່າຍເຊື້ອ​ HIV/AIDS ຢູ່​ໃນ​ປະ​ເທດ​ໄທ ຂອງ​ອົງ​ການ​ກອງທຶນເດັກ ທ່ານ Robert
Grass ອະພິ​ບາຍວ່າ ເມື່ອ 10-15 ປີ​ກ່ອນ​ນີ້ ມັນ​ເປັນ​ ການງ່າຍສົມຄວນ​ ທີ່​ຈະທຳ​ການ
ປຸກລະດົມ​ໃຫ້​ຜູ້ຄົນ​ຕື່ນ​ຕົວ ເຊັ່ນ​ວ່າ ​ດ້ວຍ​ການໄປໂອ້​ລົ​ມ​ຢູ່​ໃນບາພວກກະ​ເທີຍ ເຖິງຄວາມ
​ສຳ​ຄັນ​ຂອງ​ການ​ໃຊ້​ຖົງ​ຢາງ​ປ້ອງ​ກັນ.

​ທ່ານ Glass ກ່າວ​ວ່າ : “​ດ້ວຍ​ການ​ກຳເນີດຂອງສື່ສັງຄົມ ແລະ​ການ​ມີຫລາຍ​ໆວິ​ທີ​ທາງ​
ທີ່​ແຕກ​ຕ່າງ​ກັນ ໃນ​ການຕິດ​ຕໍ່​ສື່ສານ​ກັນ ຫລາຍໆ​ຄົນ​ຈຶ່ງບໍ່ຈຳ​ເປັນ​ໄປ​ຍັງທີ່ສາ​ທາ​ລະ​ນະ
​ເພື່ອ​ພົບ​ພໍ້​ກັບຄົນ​ອື່ນໆ ເພື່ອ​ຕິດ​ຕໍ່ຮ່ວມເພດກັນ. ເຂົ​າ​ເຈົ້າ​ສາ​ມາດ​ເຮັດ​ໄດ້ໂດຍຜ່ານ​ທາງ​
ໂທ​ລະ​ສັບ​ ຫລື​ຜ່ານ​ທາງ​ຄອມ​ພິວ​ເຕີ ແລະ​ເຂົ​າ​ເຈົ້າ​ສາ​ມາດພົບ​ພໍ້​ກັນ​ໃນ​ວິ​ທີ​ທາງ​ດັ່ງ​ກ່າວ.
ນອກ​ນັ້ນ​ແລ້ວ ຍັງມີຮອດແອັປ ໃນ​ໂທລະ​ສັບ​ມື​ຖື ທີ່ສະ​ແດງ​ໃຫ້​ເຫັນບ່ອນ​ທີ່​ພວກ​ຊາຍ​
ໜຸ່ມສາມາດ​ໄປຮ່ວມເພດ​ກັບ​ຜູ້​ຊາຍນຳ​ກັນ​ໄດ້ ບ່ອນທີ່​ມີ ຄົນທີ່ມີ​ຄວາມ​ມັກຄ້າຍ​ຄື​ກັນ.
​ແລະສະ​ນັ້ນ ເຂົ​າເຈົ້າກໍ​ແມ່ນສາ​ມາດຊອກ​ຫາບັນດາຄົນ​ເຫລົ່າ​ນີ້​ໄດ້ ຜ່ານ​ທາງ​ແອັປ ຢູ່
ໃນ ​iPhones ຂອງ​ເຂົາ​ເຈົ້າ.”

ບັນ​ດາ​ພະ​ນັກ​ງານອະນາ​ໄມ ກ່າວ​ວ່າ ພວກ​ຜູ້​ຍິງທີ່​ເຮັດ​ວຽກ​ຢູ່​ ຮ້ານອາບ​ອົບ​ນວດ ແລະ
ໂຮງໂສ​ເພ​ນີ ​ແມ່ນ​ເປັນ​ພວກ​ທີ່ໃຊ້​ວິທີການ​ປ້ອງ​ກັນ ເພາະ​ວ່າພວກ​ເຂົາ​ເຈົ້າມີ​ຄວາມ​ເຂົ້າ
​ໃຈດີກ່ວາ ເຖິງຄວາມ​ສຳ​ຄັນ​ໃນການ​ຫລີກ​ລ່ຽງ​ການ​ຕິດ ​ແປ​ດ​ແລະແຜ່​ຜາຍ​ເຊື້ອ HIV
ແລະກໍ​ພາກັນ​ປະ​ຕິ​ບັດວິທີ​ການ​ປ້ອງ​ກັນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຄົ້ນຄວ້າ​ຂອງ UNICEF ພົບ​ວ່າພວກ​ແມ່ຍິງທີ່​ບໍ່​ແມ່ນ​ຄົນ​ໄທ ທີ່
​ເຮັດ​ວຽກ​ບໍລິການ​ທາງ​ເພດຢູ່​ໃນ​ປະ​ເທດ​ໄທ​ນັ້ນ ສ່ວນ​ຫລາຍ​ແມ່ນ​ບໍ່​ມີ​ໂອກາດ​ໄດ້​ຮັບ​
ການ​ບໍລິການ​ດ້ານ​ຮັກສາ​ສຸຂະພາບ ຫລື​ຂໍ້​ມູນ​ທີ່​ຈຳ​ເປັນ​ກ່ຽວ​ກັບ​ວິທີ​ປ້ອງ​ກັນ​ການ​ຕິດ
ເຊື້ອ HIV ​ແນວ​ໃດ​ນັ້ນ.

​ທ່ານ Gass ກ່າວ​ວ່າ ຍັງ​ມີ​ຍິງ​ສາວ​ອີກ​ກຸ່ມ​ນຶ່ງ ທີ່​ຕົກ​ຢູ່​ໃນ​ສະພາບ​ທີ່​ອ່ອນ​ແອ​ກ່ວາ.

​ທ່ານ Gass ​ເວົ້າວ່າ: “ສິ່ງ​ທີ່​ພວກເຮົາ​ພົບ​ເຫັນ​ ທີ່ໜ້າ​ເປັນ​ຫ່ວງ​ຫລາຍ​ຂື້ນ ແລະ​ອັນ​ຕະ
ລ​າຍ​ຫລາຍ​ຂື້ນ ກໍ​ແມ່ນພວກຍິງ​ສາວທີ່​ຮັບໃຫ້​ບໍລິການ​ທາງ​ເພດ​ເປັນ​ຄັ້ງ​ເປັນ​ຄາວ ແຕ່
ວ່າ ຢູ່​ໃນສະຖານ​ທີ່ ທີ່​ບໍ່ພິ​ຖີ​ພິ​ຖັນ. ກໍ​ຄື ພວກ​ທີ່​ໄປພົບ​ພໍ້​ກັບ​ລູກ​ຄ້າ​ຂອງເຂົາ​ເຈົ້າ ຢູ່​ຕາມ
ແຈ​ຖະ​ໜົນ​ຫລື​ຢູ່ບາ​ຕ່າງໆ ແລະ​ພວກ​ນີ້​ຫລາຍໆ​ຄົນ ຈະ​ເປັນ​ນັກ​ສຶກສາ​ມະຫາວິທະຍາ
ໄລ ຫລືພວກ​ຍິງ​ສາວ ທີ່ີ​ແທ້ໆ​ແລ້ວ ​ບໍ່​ມີຄວາມ​ຊຳນານ​ໃນ​ເລື້ອງ​ຊີວິດ ຫລື​ມີຄວາມ​ສາ
ມາດໃນ​ການ​ຕໍ່​ລອງ ເພື່ອ​ຮັບ​ປະ​ກັນ​ວ່າ ພວ​ກ​ຄູ່​ຮ່ວມເພດທີ່​ເຂົາ​ເຈົ້າ​ໃຊ້​ເວ​ລາ​ນຳ​ນັ້ນ
ພ​າ​ກັນໃຊ້​ຖົງ​ຢາງອະນາ​ໄມ.

ການ​ຄົ້ນ​ຄວ້າ ທີ່​ໄດ້​ຮັບ​ການ​ສະໜັບ ສະໜູນ​ຈາກອົງການ​ UNICEF ແມ່ນ​ໄດ້​ເກັບ​ກຳ​
ຂໍ້​ມູນ​ຈາກ​ຊາວ​ໜຸ່ມ​ເກືອ​ບ 2.000 ພັນຄົນ​ ໃນ​ປະ​ເທດ​ໄທ ຊຶ່ງເປັນ​ພວກ​ທີ່​ຮວມຢູ່​ໃນ​ບັນດາກຸ່ມທີ່​ມີຄວາມ​ສ່ຽງ​ສູງ ຕໍ່​ການ​ຖືກ​ເຜີຍ​ແບ​ໃສ່​ເຊື້ອ HIV.

​ເປັນ​ທີ່ຄາດ​ຄະ​ເນ​ກັນວ່າ ມີປະ​ມານ 500.000 ຄົນ ທີ່​ຕິດ​ເຊື້ອໄວ​ຣັ​ສ HIV ຢູ່​ໃນ​ປະ​ເທດ
​ໄທ. ໃນ​ຕອນ​ທີ່​ການລະ​ບາດຂອງ​ເຊື້ອ HIV ​ເຖິງ​ຈຸດ​ສູງ​ສຸດ​ນັ້ນ​ໂຣກ AIDS ​ແມ່ນ​ສາ​ເຫດ
​ອັນ​ດັບ​ນຶ່ງ​ຂອງ​ການເສຍ​ຊີວິດຢູ່ໃນ​ໄທ ແຕ່ໃນປັດ​ຈຸ​ບັນ​ນີ້ ແມ່ນຢູ່​ໃນອັນ​ດັບ​ຫ້າ ​ໂດຍ​
ເປັນ​ສາ​ເຫດ​ຂອງ​ສີ່​ເປີ​ເຊັນ ​ຂອງ​ການ​ເສຍ​ຊີ​ວິດ​ທັງ​ໝົດ ​ຢູ່​ໃນໄທ.

​ຕອນ​ທີ່ວິ​ກິ​ດ​ການ​ພະ​ຍາດ AIDS ຢູ່​ໃນ​ລະ​ດັບ​ສູງ​ສຸດ​ໃນ​ປະ​ເທດ​ໄທນັ້ນ ມີຫລາຍກວ່າ
100,000 ​ຄົນ ຕິດເຊື້ອ HIV ​ຊຶ່ງ​ເປັນ​ຊາວໜຸ່ມ​ ແລະ​ພວກ​ໃຊ້​ຢາ​ເສບ​ຕິດ ກ່ອນມັນຈະ
ຍ້າຍ​ເຂົ້າ​ໄປແຜ່​ລາມ​ໃນ​ໝູ່ປະ​ຊາ​ຊົນ​ທົ່ວໆ​ໄປ ຜ່ານ​ການຮ່ວມ​ເພດ ​ກັບພວກຄ້າ​ປະ​ເວ​ນີ

ການຕໍ່ສູ້ກັບ​ເຊື້ອ HIV ແລະ AIDS ຍັງ​ຄົງ​ເປັນ​ບັນ​ຫາ​ທ້າ​ທາຍ​ທີ່​ໃຫ​ຍ່​ຫລວງ ໃນ​ບາງ​
ປະ​ເທດເ​ພື່ອນ​ບ້ານ​ຂອງ​ໄທ ໂດຍ​ສະ​ເພາະ ມຽນ​ມາ ແລະ​ ຫວຽດ​ນາມ.