ຜູ້ບໍລິຫານງານໂຮງໄຟຟ້ານິວເຄລຍ Fukushima ທີ່ມີບັນຫາ
ນັ້ນ ກ່າວວ່ານໍ້າທີ່ມີກຳມັນຕະພາບລັງສີ ຢ່າງໜ້ອຍ 300 ໂຕນ
ໄດ້ຮົ່ວໄຫລ ອອກມາຈາກຖັງເກັບນໍ້າ ຂອງໂຮງໄຟຟ້າ ທີ່ຕັ້ງຢູ່
ໃນບໍລິເວນແຄມຝັ່ງທະເລ.
ບໍລິສັດພະລັງງານໄຟຟ້າໂຕກຽວ ຫລື TEPCO ກ່າວໃນວັນ
ອັງຄານມື້ນີ້ວ່າ ຕົນກໍາລັງດຳເນີນງານ ເພື່ອສັນລະສູດເບິ່ງວ່າ
ນໍ້າໄດ້ເລີ້ມຮົ່ວໄຫລອອກມາໄດ້ຢ່າງໃດຈາກຖັງເກັບນໍ້າທີ່ເປັນ
ເຫຼັກ ຊຶ່ງບັນຈຸນໍ້າ ເພື່ອໃຊ້ລະບາຍຄວາມເຢັນໃຫ້ແກ່ເຕົາແຍກ
ນິວເຄລຍ ທີ່ໄດ້ຮັບຄວາມເສຍຫາຍນັ້ນ.
ບໍລິສັດ TEPCO ກ່າວວ່າ ຍັງບໍ່ໄດ້ມີການປ່ຽນແປງທີ່ສຳຄັນ
ໃດໆ ຂອງກຳມັນ ຕະພາບລັງສີ ຢູ່ນອກໂຮງໄຟຟ້າ ແຕ່ກໍກ່າວ
ວ່າ ນໍ້າທີ່ຮົ່ວໄຫລອອກມາໄດ້ປ່ອຍ ກຳມັນຕະພາບລັງສີ 100
millisiveverts ຕໍ່ຊົວໂມງ ຊຶ່ງລະດັບທີ່ເຫັນວ່າເປັນໄພອັນຕະລາຍແກ່ມະນຸດ.
ບໍລິສັດ TEPCO ພວມດຳເນີນງານ ເພື່ອທໍາຄວາມສະອາດນໍ້າ ທີ່ຫົ້ງຢູ່ຂ້າງນອກ. ບໍ່ເປັນທີ່ເຊື່ອກັນວ່າ ມີນໍ້າຈາກຖັງເກັບນໍ້າໄດ້ຮົ່ວໄຫລລົງໄປສູ່ມະຫາສະມຸດປາຊິຟິກ ທີ່ຢູ່ໃກ້ໆນັ້ນເທື່ອ.
ແຕ່ບໍລິສັດ TEPCO ຮັບຮູ້ໃນຕອນຕົ້ນເດືອນນີ້ວ່າ ມີການຮົ່ວໄຫຼຂອງນໍ້າຈາກແຫ່ງອື່ນ ຢູ່ໃນໂຮງໄຟຟ້າ ໄດ້ຊຶມລົງສູ່ທະເລ. ຫລັງຈາກນັ້ນຕໍ່ມາບໍ່ດົນ ລັດຖະ ບານຍີ່ປຸ່ນກໍໄດ້ເອົາບົດບາດເພີ້ມເຕີມໃນການທໍາຄວາມສະອາດຂອງໂຮງໄຟຟ້າ.

ແຜນທີ່ Fukushima ປະເທດຍີ່ປຸ່ນ

Your browser doesn’t support HTML5
Japan