ຂໍ້ລິເລີ້ມໃໝ່ ທີ່ມີເປົ້າໝາຍ ເພື່ອເຊື່ອມຕໍ່ ສະຫະລັດ ກັບ ອາຟຣິກາ

ແຟ້ມຮູບ—ນາງຊິນນີ ອົກວູມິເກ (Chiney Ogwumike) ກອງໜ້າຂອງທີມ Los Angeles Sparks ສະຫຼອງດ້ວຍການຍົກສາມນິ້ວຂຶ້ນ ລະຫວ່າງການແຂ່ງຂັນບານບ້ວງ WNBA ແລະ Phoenix Mercury ໃນນະຄອນລອສແອັງເຈລລິສ ລັດຄາລິຟໍເນຍ, ວັນທີ 19 ພຶດສະພາ 2023.

ທໍານຽບຂາວກ່າວວ່າ ສະພາທີ່ປຶກສາໃໝ່ ປະກອບດ້ວຍ ບຸກ​ຄົນທີ່ສໍາຄັນຂອງຊາວອາເມຣິກັນເຊື້ອສາຍອາຟຣິກາ ໂດຍເພັ່ງເລັງໃສ່ “ເພີ້ມທະວີການເຈລະຈາລະຫວ່າງເຈົ້າໜ້າທີ່ສະຫະລັດ ແລະຊາວອາຟຣິກາພັດຖິ່ນ” ເຊິ່ງເປັນເປົ້າໝາຍອັນສໍາຄັນຂອງຍຸດທະສາດ ທີ່ແນໃສ່ປັບປຸງຮຸ້ນສ່ວນຂອງປະທານາທິບໍດີ ໂຈ ໄບເດັນ.

ຂໍ້ລິເລີ້ມນີ້ ກົງກັບການເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງຂອງການອົບພະຍົບໃນໄລຍະສອງທົດສະວັດ ຈາກທະວີບ ທີ່ຈະມີຜົນກະທົບອັນສໍາຄັນກ່ຽວກັບປະຊາກອນໃນອີກບໍ່ເທົ່າໃດທົດສະວັດທີ່ຈະມາເຖິງນີ້.

ສະມາຊິກອາສາສະໝັກຂອງສະພາ 12 ຄົນ ທີ່ໄດ້ຖືກເລືອກ ຈາກຫຼາຍກວ່າ 100 ຄໍາຮ້ອງຂໍສະໝັກ ແລະຂໍ້ສະເໜີແນະ “ພິເສດ,” ກ່າວໂດຍ ທ່ານຈອນນີ ຄາຣ໌ສັນ (Jonnie Carson), ນັກການທູດອາຟຣິກາທີ່ຍາວນານ ເຊິ່ງເຮັດໜ້າທີ່ເປັນຜູ້ຕາງໜ້າພິເສດຂອງ ທ່ານໄບເດັນ ເພື່ອຕິດຕາມກອງປະຊຸມສຸດຍອດຂອງບັນດາຜູ້ນໍາ ສະຫະລັດ-ອາຟຣິກາ ປະຈໍາປີ 2022 ໃຫ້ປະສົບຜົນສໍາເລັດ.

ສະພາ, ເຊິ່ງການປະຊຸມປະຈໍາໄຕມາດ ຈະເປີດກວ້າງ​ສຳ​ລັບສັງຄົມ, ເຊິ່ງປະ ກອບດ້ວຍ ບັນດາຜູ້ນໍາດ້ານທຸລະກິດ ແຕ່ຍັງລວມມີຮູບແບບສີລະປະ ແລະບັນດານັກກິລາບານບ້ວງຈາກ ສະມາຄົມກິລາບານບ້ວງຍິງ ຫຼື WNBA.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ